ການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ ເພື່ອກັນພະຍາດໂຄວິດ-19 ໃນແຂວງສະຫວັນນະເຂດ

0
934

ແຂວງສະຫວັນນະເຂດແຈ້ງການເຖິງ  ເຈົ້ານະຄອນໄກສອນພົມວິຫານ ແລະ ບັນດາທ່ານເຈົ້າເມືອງ 14 ເມືອງ, ບັນດາທ່ານຫົວຫນ້າພະແນກການ, ກົມກອງຕ່າງໆ ໃນທົ່ວແຂວງ, ບັນດາທ່ານຜູ້ອໍານວຍການ ໂຮງຈັກ, ໂຮງງານ ແລະ ຫົວຫນ່ວຍທຸລະກິດຕ່າງໆ. ເລື່ອງ: ການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ( ວສຊ ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດທົ່ວແຂວງສະຫວັນນະເຂດ.

ປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ແຂວງ ສະຫວັນນະເຂດ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານກ່ຽວກັບການຈັດຕັ້ງປະຕິບັດວັນສັກວັກຊິນແຫ່ງຊາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດທົ່ວແຂວງສະຫວັນນະເຂດ ເພື່ອເປັນການຍົກລະດັບອັດຕາພູມ ຄຸ້ມກັນປະຊາຊົນບັນດາເຜົ່າໃຫ້ສູງຂື້ນ ແລະ ຮັບມືກັບການແຜ່ລະບາດເຊື້ອພະຍາດໂຄວິດ-19 ສາຍພັນໂອມີຄອນ ມາຍັງບັນດາທ່ານດັ່ງນີ້:

1. ມອບໃຫ້ທ່ານເຈົ້ານະຄອນ ແລະ ບັນດາທ່ານເຈົ້າເມືອງຊີ້ນໍາການຈັດຕັ້ງປະຕິບັດວັນສັກຢາກັນພະຍາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດນະຄອນ ແລະເມືອງຂອງຕົນເລີ່ມແຕ່ວັນທີ 23 ກຸມພາ ຫາ 07 ມີນາ.

2. ໃຫ້ເປີດກອງປະຊຸມຊີ້ແຈງແກ່ອໍານາດການປົກຄອງບ້ານ, ພະແນກການ, ຫ້ອງການທຸກພາກສ່ວນອອ້ມຂ້າງນະຄອນ ແລະ ເມືອງ ພ້ອມທັງປະກາດຂະບວນການຈັດຕັ້ງປະຕິບັດ ວສຊ ຢ່າງເປັນທາງການ ໃນວັນທີ 23 ກຸມພາ 2022 ແລ້ວ ໃຫ້ເລີ່ມບໍລິການສັກວັກຊີນແບບຄົງທີ່ ແລະ ເຄື່ອນທີ່ໄປແຕ່ລະບ້ານ ແລະ ຕາມຈຸດບໍລິການຕ່າງໆທີ່ໄດ້ກໍານົດໄວ້ນັບແຕ່ວັນທີ 24 ກຸມພາ ຫາ 07 ມີນາ 2022 ໂດຍບໍ່ມີວັນພັກ.

3. ສໍາລັບກຸ່ມເປົ້າຫມາຍທີ່ຈະເຂົ້າຮັບວັກຊິນກັນພະຍາດໂຄວິດ-19 ໃນຂະບວນການ ວສຊ ຄັ້ງນີ້ແມ່ນເລີ່ມແຕ່ອາຍຸ 6 ປີຂື້ນໄປ ລວມທັງຜູ້ທີ່ຍັງບໍ່ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ເຂັມທີ I, ເຂັມທີ 2 ແລະ ເຂັ້ມກະຕຸ້ນໃນຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ.

ໄລຍະຜ່ານມາ, ສູ້ຊົນປະຕິບັດໃຫ້ບັນລຸໄດ້ 80% ຂຶ້ນໄປ. ພາຍຫຼັງສໍາເລັດ ວສຊ ຄັ້ງນີ້ແລ້ວແມ່ນໃຫ້ສຶບຕໍ່ຄົ້ນ

4. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງເກັບກໍາ ແລະ ສັງລວມຂໍ້ມູນກຸ່ມເປົ້າຫມາຍນັກຮຽນອາຍຸ 6-11 ປີ ແລະ 12 ປີຂຶ້ນໄປລວມທັງຜູ້ທີ່ໄດ້ຮັບ ແລະ ຍັງບໍ່ທັນໄດ້ຮັບວັກຊິນຕາມ ຄໍາແນະນໍາໃນໄລຍະຜ່ານມາຢູ່ຕາມສະຖານການສຶກສາທຸກຂັ້ນທົ່ວແຂວງທັງພາກລັດ ແລະ ເອກະຊົນໃຫ້ສໍາເລັດກ່ອນວັນປະຕິບັດ ວສຊ ເພື່ອໃຫ້ຮູ້ຈໍານວນທີ່ຊັດເຈນທີ່ຈະຮັບສັກວັກຊິນໃນຂະບວນການ ວສຊ ຄັ້ງນີ້.

ອ່ານຕໍ່ໃນໃບແຈ້ງການ

.

.

LEAVE A REPLY

Please enter your comment!
Please enter your name here