ຮອງເຈົ້າເມືອງໂຂງ ລົງຕິດຕາມຜົນເສຍຫາຍຈາກລົມພາຍຸລະດູຮ້ອນ

0
1726

ຖະແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 21 ກຸມພາ 2022 ນີ້, ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໂຂງ ລົງຕິດຕາມ ຜົນເສຍຫາຍຈາກລົມພະຍຸລະດູຮ້ອນ ທີ່ພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນໃນວັນທີ 20 ຜ່ານມາ ຢູ່ຈຳນວນ 5 ບ້ານຄື ບ້ານຊຽງຫວາງ, ກາງໂຂງ, ບ້ານນາ, ບ້ານຫ້ວຍ, ຫາດຊາຍຄູນ ແລະ ສູນກັກໂຕເຝົ້າລະວັງພະຍາດໂຄວິດ-19 ຂອງເມືອງ.

ທ່ານ ຄຳສິງ ບຸນຈະເລີນ ໄດ້ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ເກີດຂຶ້ນເຫັນວ່າຈຳນວນບ້ານເຮືອນຂອງປະຊາຊົນໄດ້ຮັບຜົນກະທົບສ່ວນໃຫຍ່ແມ່ນຫລັງຄາເປ່ເພ, ໄມ້ເຄື່ອງເຮືອນບາງຊະນິດກໍ່ບໍສາມາດນຳໃຊ້ໄດ້ ແລະ ເຄື່ອງໃຊ້ໄຟຟ້າຈຳນວນໜຶ່ງກໍເສຍຫາຍ. ດັ່ງນັ້ນ, ໃນເບື້ອງຕົ້ນ ອຳນາດການປົກຄອງເມືອງກໍໄດ້ຮີບຮ້ອນເປີດກອງປະຊຸມ, ພ້ອມແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນລາຍລະອຽດ ເພື່ອສັງລວມຜົນເສຍຫາຍໃຫ້ຊັດເຈນ.

ປັດຈຸບັນ, ຜົນເສຍຫາຍຈາກລົມພະຍຸພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນຊາວເມືອງໂຂງ ຄັ້ງນີ້ແມ່ນຍັງບໍ່ສາມາດສະຫລຸບສັງລວມໄດ້ລະອຽດເທື່ອ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here