ກວດພົບການລັກລອບປູກຝິ່ນ 8 ແຂວງພາກເໜຶືອ

0
1526

ຕາມການລາຍງານຈາກ ທ່ານ ພັທ ວົງໄຊ ພັນທະວົງ ຮອງຫົວໜ້າຫ້ອງການ 315 ໃນກອງປະຊຸມສະຫລຸບວຽກງານ ປະຈໍາປີ 2021 ໃນວັນທີ 18 ກຸມພາ ຜ່ານມາວ່າ: ໃນປີ 2021 ຜ່ານມາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (315) ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ກວດພົບການລັກລອບປູກຝິ່ນຂອງປະຊາຊົນຢູ່ 8 ແຂວງພາກເໜືອ ມີ 156 ຈຸດ, ພົບເຫັນສວນຝິ່ນ 1.278 ຕອນ, ມີ ເນື້ອທີ່ 901 ເຮັກຕາ, ລົງທໍາລາຍສວນ ຝິ່ນ 569 ເຮັກຕາ ແລະ ທໍາລາຍສວນກັນຊາ ຈໍານວນ 4,2 ເຮັກຕາ, ພ້ອມທັງເຮັດບົດບັນທຶກຢຸດເຊົາການປູກຝິ່ນ 12.856 ຄອບຄົວ. ພ້ອມນີ້, ຫ້ອງການ 315 ໄດ້ສົມທົບກັບພະແນກ ນໍາເອົາລະບຽບກົດໝາຍລົງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນຢ່າງຕໍ່ເນື່ອງ ເພື່ອໃຫ້ຢຸດເຊົາການລັກລອບປູກຝິ່ນ-ກັນຊາແຕ່ກໍຍັງພົບເຫັນພໍ່-ແມ່ປະຊາຊົນຈໍານວນໜຶ່ງ ລັກລອບປູກ.

ທ່ານ ພັທ ວົງໄຊ ພັນທະວົງ ຍັງໃຫ້ຮູ້ອີກວ່າ: ໄປຄຽງຄູ່ກັນນີ້, ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ. ໃນນັ້ນ, ໄດ້ເຂົ້າຮ່ວມໃນການຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດພ້ອມທັງຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ໄປຕາມວຽກງານຈຸດສຸມ 6 ວຽກ ແລະ ການປະຕິບັດຕາມກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍຢາເສບຕິດ, ນິຕິກໍາ, ດໍາລັດ, ມະຕິ, ຄໍາສັ່ງ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມຍັງໄດ້ ຮັບຟັງການໂອ້ລົມຈາກ ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ໂດຍທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການເມືອງ, ສໍາລັບວຽກງານວິຊາສະເພາະແມ່ນເພີ່ມທະວີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ລົງສູ່ທ້ອງຖິ່ນປະຊາຊົນຢ່າງຕໍ່ເນື່ອງ-ກວ້າງຂວາງ ແນ່ໃສ່ໃຫ້ເຂົາໃຈຮູ້ໄດ້ຜົນຮ້າຍ ແລະ ອັນຕະລາຍທີ່ເກີດຈາກຢາເສບຕິດ, ທັງສຸມໃສ່ກວດກາຈຸດທີ່ປະຊາຊົນລັກລອບປູກ ນໍາໄປສູ່ການທໍາລາຍຖິ້ມໄປຄວບຄູ່ກັບການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.

ຮູບປະກອບ

ຂ່າວ-ພາບ: ກົມສື່ມວນຊົນ ປກສ

LEAVE A REPLY

Please enter your comment!
Please enter your name here