ເມືອງຊຽງຮ່ອນ ເກັບລາຍຮັບເຂົ້າງົບປະມານໄດ້ 2,68 ຕື້ກີບ ໃນປີ 2021

0
719

ສະຫາຍ ແສງອາທິດ ລາວເບຼຍຢາທໍ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຊຽງຮ່ອນ ຄັ້ງທີ 7 ສະໄໝທີ VII ໃນວັນວັນທີ 21 ກຸມພາ 2022, ທີ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ເຊິ່ງສະຫາຍໄດ້ກ່າວວ່າ:

ຜ່ານການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຊຽງຮ່ອນ ນັບແຕ່ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງເປັນຕົ້ນມາແມ່ນຍັງສາມາດຮັບປະກັນເຮັດໃຫ້ເສດຖະກິດຂອງເມືອງ ໄດ້ຮັບການພັດທະນາ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ສະເພາະໃນປີ 2021 ນີ້ ເຖິງວ່າອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຈະບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ໃນລະດັບ 7,5% ແຕ່ກໍຖືວ່າຍັງສືບຕໍ່ພັດທະນາໂດຍຄາດຄະເນວ່າຈະຂະຫຍາຍຕົວຢູ່ໃນລະດັບ 3% ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ປະຕິບັດໄດ້ 42,8%; ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 2,68 ຕື້ກີບ ເທົ່າກັບ 118% ທຽບໃສ່ໄລຍະດຽວກັນ ປະຕິບັດລືນ 1,90%, ປະຕິບັດລາຍຈ່າຍໄດ້ 2,52 ຕື້ກີບ ເທົ່າກັບ 98%,

ການຜະລິດສະບຽງອາຫານເປັນຕົ້ນແມ່ນການປູກເຂົ້ານາໄດ້ຫັນມານໍາໃຊ້ເຕັກນິກຫຼາຍຂຶ້ນ ເຮັດໃຫ້ສະມັດຕະພາບແລະຄຸນນະພາບສູງຂຶ້ນກວ່າຜ່ານມາ ສາມາດຜະລິດເຂົ້າໄດ້ທັງໝົດ 20.406,1 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 284 ກິໂລ ຕໍ່ຄົນຕໍ່ປີ, ການປູກພືດອຸດສາຫະກໍາເປັນສິນຄ້າເປັນຕົ້ນ: ໝາກເດືອຍ, ສາລີ, ໝາກໂມ, ໝາກເຜັດກໍ່ໄດ້ຮັບການສົ່ງເສີມ ແລະ ການປູກຢາງພາລາໄດ້ກາຍເປັນພືດເສດຖະກິດປາຍແຫຼມຕິດພັນກັບອຸດສາຫະກຳປຸງແຕ່ງ ເຊິ່ງໄດ້ມີການດຶງດູດເອົານັກລົງທຶນມາສ້າງຕັ້ງໂຮງງານຢາງພາລາ, ໂຮງງານອົບແຫ້ງຖົ່ວເຫຼືອງ, ໂຮງງານສີໝາກເດືອຍ, ໂຮງສີເຂົ້າທັນສະໄໝ, ການລ້ຽງສັດໃຫຍ່ເຊັ່ນ:

ງົວ, ຄວາຍ,ໝູ ໄດ້ຮັບການຊຸກຍູ້ສົ່ງເສີມກວ້າງອອກໂດຍມີສັດເພີ່ມຂຶ້ນ 33,81%, ພື້ນຖານໂຄງລ່າງທີ່ຈໍາເປັນເຊັ່ນ: ເສັ້ນທາງລະຫວ່າງເມືອງຕໍ່ເມືອງແລະເສັ້ນທາງເທດສະບານເມືອງໄດ້ຮັບການບູລະນະ ແລະ ສ້ອມແປງມີຄວາມສະດວກກວ່າຜ່ານມາ, ໄດ້ຂະຫຍາຍຕາໜ່າງໄຟຟ້າໄປສູ່ຊົນນະບົດຢ່າງທົ່ວເຖິງ, ການແກ້ໄຂນໍ້າລິນ, ນໍ້າໃຊ້ຂອງປະຊາຊົນໄດ້ຮັບການພັດທະນາຍົກລະດັບດີຂຶ້ນ, ສໍາລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2022 ທ່ານ ແສງອາທິດ ລາວເບຼຍຢາທໍ ຮອງເຈົ້າເມືອງ ຊຽງຮ່ອນ ໄດ້ກ່າວວ່າ: ຄາດໝາຍສູ້ຊົນທາງດ້ານເສດຖະກິດມະຫາພາກ ດ້ານລາຍຮັບເບື້ອງຕົ້ນປີ 2022 ຈະຈັດເກັບລາຍຮັບບໍ່ໃຫ້ຫຼຸດ 2.041 ລ້ານກີບໃນນີ້ : ລາຍຈາກສ່ວຍສາອາກອນ 1.971 ລ້ານກີບ, ລາຍຮັບຈາກຊັບສິນຂອງລັດ 70 ລ້ານກີບ, ຄາດຄະເນລາຍຈ່າຍງົບປະມານຂອງເມືອງປີ 2022 ຈໍານວນ 2.468 ລ້ານກີບ, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າໃຫ້ໄດ້ 2.907.990 ໂດລາສະຫະລັດຄຸ້ມຄອງການນໍາເຂົ້າສິນຄ້າໃຫ້ຢູ່ໃນລະດັບ 121.000 ລ້ານໂດລາສະຫະລັດ.

ຂ່າວ-ພາບ: Lao National Radio

LEAVE A REPLY

Please enter your comment!
Please enter your name here