ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ພົບປະໂອ້ລົມ ພະນັກງານ 2 ກົມ ພາຍໃນ ຫສນຍ

0
1366

ໃນຕອນເຊົ້າ ວັນທີ 23 ກຸມພາ 2022 ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ຕໍ່ພະ ນັກງານ ກົມຄົ້ນຄວ້າ- ສັງ ລວມ ແລະ ກົມເລຂາ, ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ).

ຈຸດປະສົງຂອງການພົບປະໂອ້ລົມ ເພື່ອຮັບຟັງການລາຍງານ ກ່ຽວ ກັບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຄົງຄ້າງຕ່າງໆ ແລະ ການສະເໜີ ສອງກົມດັ່ງກ່າວ, ພ້ອມກັນນັ້ນ ກໍ່ເພື່ອຮັບຟັງ, ປຶກສາຫາລືແລກ ປ່ຽນບົດຮຽນ ໃນການປັບປຸງ, ສ້າງວິໃສທັດ ແລະ ພ້ອມກັນສ້າງການຫັນປ່ຽນທີ່ຕັ້ງໜ້າ ດ້ວຍການຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການປະຕິບັດໜ້າທີ່ການເມືອງ ກໍ່ຄືການປະຕິບັດພາລະບົດບາດ ການເປັນເສນາ ທິການ ຮັບໃຊ້ທ່ານ ນາຍົກລັດ ຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະບານ ໃຫ້ໄດ້ຮັບຜົນດີ.

ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າກົມຄົ້ນຄວ້າ-ສັງລວມ ແລະ ທ່ານຮັກສາການຫົວໜ້າກົມເລຂາ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ພາຍໃນກົມຂອງຕົນ ໃຫ້ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໄດ້ຮັບຊາບ ຊຶ່ງເຫັນວ່າ ການປະຕິບັດວຽກງານຂອງສອງກົມດັ່ງກ່າວ ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະ ການເຮັດໜ້າທີ່ເປັນເສນາທິການ ທາງດ້ານເນື້ອໃນ ແລະ ການປະສານງານ. ພ້ອມກັນນີ້ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ກໍ່ໄດ້ເປີດໂອກາດ ໃຫ້ພະນັກ ງານ ທີ່ເຂົ້າຮ່ວມ ຈາກສອງກົມດັ່ງກ່າວ ປະກອບຄຳຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນເພີ່ມຕື່ມ. ຜ່ານການຟັງການລາຍງານ, ແລກປ່ຽນຄຳຄິດເຫັນ ແລະ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານ ແລະ ບົດຮຽນທີ່ຖອດ ຖອນໄດ້ ໃນໄລຍະຜ່ານມາ ໃຫ້ມີຜົນສຳເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ, ທ່ານ ອາລຸນໄຊ ສູນນະລາດ, ລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງພະນັກງານ ທົ່ວກົມຄົ້ນຄວ້າ-ສັງລວມ ແລະ ກົມເລຂາ ຕ້ອງພ້ອມກັນບຸກທະລຸ ສ້າງບາດ ກ້າວຫັນປ່ຽນໃໝ່ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ຄື:

1. ເພີ່ມຄວາມເປັນເຈົ້າການຂອງຕົນ ເພື່ອສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ປັບປຸງສະພາບແວດ ລ້ອມ ພາຍໃນອົງການ ໃຫ້ມີບັນຍາກາດທີ່ດີຢ່າງຕໍ່ເນື່ອງ;

2. ຄົ້ນຄວ້າປັບປຸງ ກົງຈັກການຈັດຕັ້ງ ແລະ ໂຄງປະກອບບຸກຄະລາກອນ ໃຫ້ແທດກັບຕຳແໜ່ງງານ ແລະ ຄວາມຮູ້ຄວາມສາມາດ ໄປຄຽງຄູ່ກັບການກໍ່ສ້າງພະນັກ ງານກັບທີ່, ຊອກໃຫ້ເຫັນໄດ້ ວຽກດີ-ຄົນເກັ່ງ, ວຽກຈິງ-ຄົນແທ້. ການສ້າງຄວາມເປັນແບບຢ່າງນຳໜ້າ ແລະ ບຸກທະລຸການຫັນປ່ຽນໃໝ່ ຕ້ອງເລີ່ມຈາກການນຳແຕ່ລະຂັ້ນພາຍໃນກົມ ພ້ອມກັນເດັດດ່ຽວບຸກທະລຸແຕ່ລະດ້ານ ຢ່າງຈິງຈັງ, ວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບຂອງໃຜ ຜູ້ນັ້ນຕ້ອງເປັນເຈົ້າການແທ້ ບໍ່ໃຫ້ມີແນວຄິດລໍຖ້າ ແຕ່ຄໍາສັ່ງ ຈຶ່ງເຮັດ;

3. ພະນັກງານທຸກຄົນ ຕ້ອງເຂັ້ມງວດ ໃນການປະຕິບັດລະບຽບວິໄນ, ລວມທັງ ລະບຽບການ, ກົນໄກການເຮັດວຽກ ຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ 546/ຫສນຍ, ລົງວັນທີ 11 ພະຈິກ 2021; ທຸກການຈັດຕັ້ງປະຕິບັດວຽກງານ ຕ້ອງມີການຕິດຕາມ, ກວດກາ, ຊຸກຍູ້, ສະຫຼຸບຕີລາຄາ, ປະເມີນຜົນ, ຖອດຖອນບົດຮຽນ ແລະ ລາຍງານ ເປັນປົກກະຕິ;

4. ສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນ ໜາ, ຈິງໃຈຕຳນິ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍການສ້າງຄວາມເປັນເອກະພາບ ທາງດ້ານຕ່າງໆ ເປັນຕົ້ນ ຄວາມເປັນເອກະ ພາບ ທາງດ້ານແຜນການ, ການວາງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ; ຄວາມເປັນເອກະພາບ ໃນການແກ້ໄຂບັນຫາທີ່ລະອຽດອ່ອນ ດ້ານຕ່າງໆ; ເມື່ອມີຄວາມເປັນເອກະພາບກັນແລ້ວ ກໍ່ຕ້ອງມີຄວາມຮັບຜິດ ຊອບ ຕໍ່ຜົນໄດ້, ຜົນເສຍ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

ທັງໝົດນັ້ນ ກໍ່ເພື່ອສ້າງບາດລ້ຽວໃໝ່ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ບົນຈິດໃຈ ຮັບປະກັນ ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ເຮັດສຳເລັດໜ້າທີ່ ຕາມຄຳຂວັນ 3 ດີ ຂອງຕົນ (ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ), ທັງເປັນອົງການ ທີ່ມີຄວາມທັນສະໄໝ, ວ່ອງໄວ, ທັນການ ສົມກັບເປັນໃຈກາງການປະສານງານ, ເປັນຜູ້ບໍລິການຮັບໃຊ້ຂັ້ນເທິງ ແລະ ປະຊາຊົນ ຢ່າງແທ້ຈິງ.

ພາບ ແລະ ຂ່າວ: ຫສນຍ

LEAVE A REPLY

Please enter your comment!
Please enter your name here