ແຂວງບໍ່ແກ້ວ ທໍາລາຍຕູ້ເກມ ທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ

0
1211

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 25 ກຸມພາ 2022 ນີ້, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງບໍ່ແກ້ວ ຈັດພິທີທຳ ລາຍຕຸ້ເກມທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ໂດຍມີ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ເພື່ອປະຕິບັດຕາມແຜນການສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຂອງແຂວງ ກໍ່ຄືທິດທາງແຜນ ການລວມຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວາງອອກ ໂດຍແນໃສ່ເຮັດໃຫ້ປະກົດການຫຍໍ້ທໍ້ດ້ານຕ່າງໆຫຼຸດໜ້ອຍຖອຍລົງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຕູ້ເກມດັ່ງກ່າວ ເປັນຂອງບໍລິສັດຈີນ ຊີວຊຽງເຊິງ ພະລັງງານໄຟຟ້ານໍ້າຕົກ ແລະ ຊົນລະປະ ທານ ຮ່ວມກັບສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຊິ່ງໄດ້ນໍາເຂົ້າມາບໍລິການຢູ່ທີ່ເຮືອນຫ້ອງແຖວສຸພັດຕາ ໃນໄລຍະປີ 2018 ຜ່ານມາ ແລະ ຖືກພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສົມທົບກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ, ເຈົ້າໜ້າຕໍາຫລວດ ລົງກວດກາ ແລະ ຢືດຕູ້ເກມໄວ້ໃນວັນທີ 18 ມັງກອນ 2018 ຜ່ານມາ ໂດຍອອກຊື່ ທ້າວ ສົມບັດ ນາວັນຮັກ ອາຊີບ ນັກທຸລະກິດ ຢູ່ບ້ານ ຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫຸ້ນສ່ວນກັບນັກຮົມເກົ່າ ມີຕູ້ເກມໄຟຟ້າ ຈໍານວນ 8 ເຄື່ອງ, ປະກອບມີ: ຕູ້ຍິງປາ 4 ໜ່ວຍ, ຕູ້ໂລເລັກ 1 ເຄື່ອງ, ຕູ້ສັດ 1 ໜ່ວຍ, ຕູ້ລົງຄະແນນ 1 ໜ່ວຍ, ຕູ້ມັງກອນ 1 ໜ່ວຍ, ເຊິ່ງຕູ້ເກມດັ່ງກ່າວ ມີຜົນກະທົບຕໍ່ສັງຄົມ, ຕໍ່ເດັກ, ເຍົາວະຊົນ, ຊາວໝຸ່ມ-ໄວໝຸ່ມ ໂດຍສົ່ງຜົນກະທົບຕໍ່ປະສາດ, ແນວຄິດ, ເສຍເງິນຄໍາ, ຮ້າຍແຮງກວ່ານັ້ນ ເຮັດໃຫ້ເດັກນັກຮຽນບໍ່ໄປໂຮງຮຽນ, ບໍ່ຮຽນໜັງສື, ເຮັດໃຫ້ສັງຄົມມີຄວາມສັບສົນວຸ້ນວາຍ, ເກີດມີການຂີ້ລັກງັດແງະ, ລັກເອົາຊັບສິນຕ່າງໆ.

ຂໍ້ມູນຈາກ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here