ເປີດໂຄງການສ້າງສວນສາທາລະນະເພື່ອການຮຽນຮູ້ ໃນຂົງເຂດ ມຊ

0
2136

ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດໂຄງການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້ຂຶ້ນຫວ່າງບໍ່ດົນມານີ້ ເພື່ອສ້າງສວນແຫ່ງນີ້ໃຫ້ກາຍເປັນສວນສັນຍາລັກຂອງການພັດທະນາດ້ານວິຊາການ ແລະ ເປັນສັນຍາລັກຂອງຄວາມສາມັກຄີ ຊຶ່ງເປັນຄວາມໝາຍໝັ້ນຕັ້ງໃຈຂອງທຸກຫົວໃຈພະນັກງານຄູ-ອາຈານທັງໝົດ ຊຶ່ງເປັນໜຶ່ງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດແຕ່ປີ 2020 ເຖິງ 2030 ແລະ ແຜນຈຸດສຸມປະຈຳປີ 2022 ຂອງ ມຊ.

ທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄສປ ກ່າວໃຫ້ຮູ້ວ່າ: ການສ້າງສວນສາທາລະນະເພື່ອການຮຽນຮູ້ ມີແຜນສ້າງຂຶ້ນຢູ່ສວນປ່າສັກໃນປັດຈຸບັນ ເປັນພື້ນທີ່ບໍລິເວນ ຄສປ ມີເນື້ອທີ່ທັງໝົດ 4 ເຮັກຕາກວ່າ ເພື່ອເປັນການສ້າງໃຫ້ມີສິ່ງອຳນວຍຄວາມສະດວກ ໂດຍນຳໃຊ້ທ່າແຮງຂອງພື້ນທີ່ດັ່ງກ່າວໃຫ້ສາມາດຕອບສະ ໜອງຕໍ່ກິດຈະກຳການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນ ທີ່ກະ ຊວງສຶກສາທິການ ແລະ ກິລາວາງອອກ ທັງເປັນການຕອບສະໜອງຕາມວິໄສທັດການພັດທະນາຮອດປີ 2030 ແລະ ແຜນຍຸດ ທະສາດການພັດທະນາປີ 2016-2025 ຂອງ ມຊ ເພື່ອສ້າງເງື່ອນໄຂໃຫ້ແກ່ການຫັນການຮຽນ-ການສອນລົງສູ່ພາກປະຕິ ບັດຕົວຈິງ, ໃຫ້ນັກສຶກສາໄດ້ມີໂອກາດຮຽນຮູ້ຕົວຈິງຈາກພາກສະໜາມຫຼາຍຂຶ້ນ ແລະ ເພື່ອປະຕິບັດຕາມຄໍາຂວັນ 6 ສ ໂດຍສະເພາະແມ່ນ ສ ສີຂຽວໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ການສ້າງໃຫ້ເປັນສວນສາທາລະນະເພື່ອການຮຽນຮູ້ດັ່ງກ່າວນີ້ຂຶ້ນເພື່ອຈຸດປະສົງຄື:

  • ສ້າງເປັນສວນສາທາລະນະເພື່ອການຮຽນຮູ້ວິຊາການດ້ານຕ່າງໆໂດຍຕິດພັນກັບວິຊາການຮຽນ-ການສອນ ແລະ ການຝຶກຫັດຂອງຄູ-ອາຈານ ແລະ ນັກສຶກສາບໍ່ສະເພາະແຕ່ຄະນະ ຄສປ ຍັງລວມເຖິງຄະນະອື່ນໆ
  • ສ້າງເປັນພິພິທະພັນວັດທະນະທໍາບັນດາຊົນເຜົ່າ ໂດຍການເຕົ້າໂຮມເອົາບັນດາເຮືອນ ພ້ອມດ້ວຍອຸປະກອນເຄື່ອງໃຊ້ ທີ່ຕິດພັນກັບວິຖີການດຳລົງຊີວິດຂອງຊົນເຜົ່າຕ່າງໆ ມາທ້ອນໂຮມໄວ້ໃນສະຖານທີ່ດັ່ງກ່າວ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບສະຖາປັດຕະຍະກຳທ້ອງຖິ່ນຊົນເຜົ່າຕ່າງໆ, ພູມປັນຍາໃນການອອກແບບ, ການກໍ່ສ້າງ, ການນໍາໃຊ້ວັດສະດຸ ແລະ ວິຖີການດຳລົງຊີວິດທີ່ຕິດພັນກັບທີ່ຢູ່ອາໄສ
  • ສ້າງເປັນສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ ເພື່ອເຮັດໃຫ້ນັກສຶກສາໄດ້ຮຽນຮູ້ການອອກແບບຈັດສວນຕົ້ນໄມ້, ສວນດອກໄມ້ຊະນິດຕ່າງໆ ລົງໃສ່ພື້ນທີ່ຢ່າງເໝາະສົມ ແລະ ສວຍງາມ, ລວມທັງໄດ້ຮຽນຮູ້ວິທີການປູກ, ການບົວລະບັດຮັກສາຢ່າງຖືກຕ້ອງ
  • ສ້າງເປັນສະຖານທີ່ເຕົ້າໂຮມຂອງຄູ-ອາຈານ ແລະ ນັກສຶກສາ ເພື່ອຈັດກິດຈະກຳອະເນກປະສົງຕ່າງໆເຊັ່ນ: ເປັນສະຖານທີ່ພັກຜ່ອນຢ່ອນໃຈ, ເປັນສະຖານທີ່ອອກກໍາລັງກາຍ, ຈັດງານຕະຫຼາດນັດຜະລິດຕະພັນນັກສຶກສາ, ພື້ນທີ່ຈັດວາງສະແດງຜົນງານທາງວິຊາການຕ່າງໆຂອງຄູ-ອາຈານ ແລະ ຜົນງານຂອງນັກສຶກສາ ແລະ ຈັດງານເທດສະການຕ່າງໆຂອງ ມຊ
  • ສ້າງຫໍມູນເຊື້ອ ມຊ ເປັນບ່ອນວາງສະແດງການກຳເນີດ ແລະ ການຂະຫຍາຍຕົວຂອງ ມຊ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ
  • ສ້າງເປັນສະຖານທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາເຊັ່ນ: ຮ້ານອາຫານ, ຮ້ານເຄື່ອງດື່ມ, ຮ້ານຂາຍອຸປະກອນຮັບໃຊ້ການຮຽນ-ການສອນເຫຼົ່ານີ້
  • ກາຍເປັນພື້ນທີ່ສວນສາທາລະນະທີ່ມີຄວາມໂດດເດັ່ນສວຍງາມປະດັບເອ້ໃຫ້ ມຊ ທີ່ມີທັງຄູ-ອາຈານ ແລະ ນັກສຶກສາທົ່ວ ມຊ ສາມາດເຂົ້າມານໍາໃຊ້ຢ່າງກວ້າງຂວາງ ຊຶ່ງນໍາໃຊ້ງົບປະມານການກໍ່ສ້າງໃນເບື້ອງຕົ້ນ 6 ຕື້ກີບ, ໄລຍະເວລາກໍ່ສ້າງ 4 ປີ, ພື້ນທີ່ຕັ້ງສວນສາທາລະນະແຫ່ງນີ້ຕັ້ງຢູ່ຈຸດຍຸດທະສາດທີ່ສໍາຄັນຂອງ ມຊ, ຕັ້ງຢູ່ຈຸດໃຈກາງວິທະຍາເຂດດົງໂດກ, ຕິດກັບເສັ້ນທາງເຊື່ອມຕໍ່ທີ່ສໍາຄັນ ເປັນພື້ນທີ່ໆມີນັກລົງທຶນໃນການພັດທະນາດ້ານຕ່າງໆໃຫ້ຄວາມສົນໃຈ ແລະ ຕ້ອງການ, ການທີ່ ມຊ ໄດ້ມອບພື້ນທີ່ດັ່ງກ່າວໃຫ້ແກ່ ຄສປ ຄຸ້ມຄອງພັດທະນາແມ່ນຍ້ອນຄວາມໝາຍໝັ້ນຕັ້ງໃຈຂອງທຸກຫົວໃຈຂອງພະນັກງານຄູ-ອາຈານທັງໝົດໃນຄະນະເພື່ອສ້າງສວນແຫ່ງນີ້ໃຫ້ກາຍເປັນສວນສັນຍາລັກຂອງການພັດທະນາດ້ານວິຊາການ ແລະ ເປັນສັນຍາລັກຂອງຄວາມສາມັກຄີ.
  • ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here