ມອບໃຫ້ກະຊວງ ກະສິກໍາ ແລະ ປ່າໄມ້ ຄຸ້ມຄອງ ໂຮງງານອຸດສາຫະກໍາປຸງແຕ່ງໄມ້

0
1351

ລັດຖະບານ ໄດ້ຕົກລົງມອບວຽກງານອຸດສາຫະກໍາປຸງແຕ່ງ ກະສິກໍາ ແລະ ປ່າໄມ້ ໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ບັນດາໂຮງງານອຸດສາຫະກໍາປຸງແຕ່ງ ກະສິກໍາຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ຖືກຕ້ອງ, ສອດຄ່ອງຕາມພາລະບົດບາດໃໝ່ ຂອງຂະແໜງກະສິກໍາ ແລະ ປ່າໄມ້, ເຊິ່ງປະກອບມີ:

ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງ ງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດວັກຊິນ, ຢາປາບສັດຕູພືດ, ຢາປົວພະຍາດ ເຄື່ອງມືສັດຕະວະແພດ, ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ ແລະ ໂຮງງານປຸງແຕ່ງເຄື່ອງປ່າຂອງດົງທຸກປະເພດ, ໂຮງງານປຸງແຕ່ງຢາງພາ ລາ, ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງຄະທາດ, ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດກະສິກໍາ ແລະ ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກໍາ.

ອີງຕາມຄໍາສັ່ງ ວ່າດ້ວຍ ການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງ ງານອຸດສາຫະກໍາປຸງແຕ່ງ ກະສິກໍາ ຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ສະບັບເລກທີ 0346/ກປ, ລົງວັນທີ 24 ກຸມພາ 2022 ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄໍາສັ່ງ ດັ່ງນີ້:

ໃຫ້ກົມປູກຝັງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຢາປາບສັດຕູພືດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການປູກຝັງ-ກະສິກໍາ, ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດອື່ນໆ ໃນຂອບເຂດທົ່ວປະເທດ; ໃຫ້ກົມລ້ຽງສັດ ແລະ ການປະມົງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດຢາວັກຊິນ, ໂຮງງານຜະ ລິດຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການລ້ຽງສັດ, ສັດຕະວະແພດ, ໂຮງປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ ໃນຂອບເຂດທົ່ວປະເທດ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here