ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປີ 2021 ແລະ ທິດທາງແຜນການ ປີ 2022 ຂອງສານປະຊາຊົນ

0
1343

ສານປະຊາຊົນສູງສຸດ ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງສານປະຊາຊົນ ຂຶ້ນໃນວັນທີ 1 ມີນາ 2022 ນີ້ທີ່ນະຄອນຫຼວວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ, ປະທານສານປະຊາຊົນພາກ, ປະທານສານປະຊາຊົນແຂວງ, ສານເຂດ ທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ສີພັນດອນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິງ, ເປັນກອງປະຊຸມສະຫຼຸບວຽກງານປະຈຳປີຂອງສານປະຊາຊົນ ເຮັດສຳເລັດຫຼ້ອນໜ້າທີ່ຕາມພາລະບົດບາດທີ່ກົດໝາຍໄດ້ກຳນົດໄວ້ ແລະ ຈະໄດ້ສຸມໃສ່ຄົ້ນຄວ້າປະກອບຄຳຄິດ, ຄຳເຫັນເຂົ້າໃສ່ 3 ເນື້ອໃນຕົ້ນຕໍຄື: ບົດສະຫຼຸບຜົນງານການເຄື່ອນໄຫວຂອງສານປະຊາຊົນໃນ 1 ປີ ຜ່ານມາ ແລະ ທິດທາງແຜນການປີ 2022, ວຽກງານການຍ້ອງຍໍ; ການເຊື່ອມຊຶມເອກະສານສຳຄັນຕ່າງໆ ພ້ອມທັງປະກອບຄຳເຫັນໃສ່ວຽກງານການບໍລິຫານສານໃຫ້ມີປະສິດທິພາບສູງ ນອກນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ເອກະ ສານທີ່ສຳຄັນຫຼາຍສະບັບ ເພື່ອໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ເຊື່ອມຊຶມ ແລະ ນຳເອົາມະຕິຄຳສັ່ງຕ່າງໆ ນໍາໄປເຜີຍແຜ່ຮັບໃຊ້ວຽກງານຂອງຕົນໃຫ້ແທດເໝາະກັບຕົວຈິງ.

ທ່ານ ບຸນຂວາງ ທະວີສັກ ຮອງປະທານສານສູງສຸດ ໄດ້ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງ ການເຄື່ອນໄຫວວຽກງານປະຈຳປີ 2022 ຂອງສານປະຊາຊົນ ແລະ ຄຳສັ່ງແນະນຳຂອງປະທານສານສູງສຸດກ່ຽວກັບການຈັດຕັ້ງປະຕິບັດມະຕິດັ່ງກ່າວ.

ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ຂອງສານປະຊາຊົນໂດຍຫຍໍ້ວ່າ:

ປັດຈຸບັນສານປະຊາຊົນທົ່ວປະເທດ ມີພະນັກງານທັງໝົດ 1.928 ຄົນ ຍິງ 717 ຄົນ. ໃນນີ້ ມີຜູ້ພິພາກສາ 558 ຄົນ ຍິງ 113 ຄົນ, ຜູ້ຊ່ວຍຜູ້ພິພາກສາ 476 ຄົນ ຍິງ 173 ຄົນ, ຈ່າສານ 153 ຄົນ ຍິງ 71 ຄົນ. ໃນ 1 ປີຜ່ານມາ ມີຄະດີຢູ່ສານປະຊາຊົນ ແລະ ສານທະຫານ ແຕ່ລະຂັ້ນໃນທົ່ວປະເທດ ດັ່ງນີ້: ຄະດີຄ້າງມາແຕ່ທ້າຍ ປີ 2020 ຈໍານວນ 2.905 ເລື່ອງ (ອາຍາ 820 ເລື່ອງ, ແພ່ງ 1427 ເລື່ອງ, ການຄ້າ 304 ເລື່ອງ, ຄອບຄົວ 269 ເລື່ອງ, ສານທະຫານ 12 ເລື່ອງ), ຄະດີເຂົ້າໃໝ່ໃນ ປີ 2021 ຈໍານວນ 5.187 ເລື່ອງ; ຄະດີລວມທັງໝົດ (ຄ້າງມາແຕ່ປີ 2020 + ເຂົ້າໃໝ່ປີ 2021) 8.092 ເລື່ອງ; ໄດ້ພິຈາລະນາແກ້ໄຂ 4.801 ເລື່ອງ; ຍັງຄ້າງ ຫຼື ພວມເກັບກໍາຂໍ້ມູນ 3.291 ເລື່ອງ.

ຄະດີຢູ່ສານຂັ້ນຕົ້ນ (ເຂດ, ແຂວງ-ນະຄອນຫຼວງ, ສານທະຫານພາກ): ມີຄະດີຄ້າງມາແຕ່ປີ 2020 ຈໍານວນ 2.233 ເລື່ອງ (ອາຍາ 688, ແພ່ງ 1.002, ການຄ້າ 250, ຄອບຄົວ 223, ແຮງງານ 25, ເດັກ 35, ສານທະຫານ 10); ເຂົ້າໃໝ່ໃນປີ 2021 ຈໍານວນ 4.315 ເລື່ອງ; ຄະດີລວມທັງໝົດ (ຄ້າງມາ+ ເຂົ້າໃໝ່) ຈໍານວນ 6.548 ເລື່ອງ; ແກ້ໄຂໄດ້ 4.032 ເລື່ອງ, ຜ່ານການແກ້ໄຂຄະດີຂອງສານຂັ້ນຕົ້ນແລ້ວ ຄູ່ຄວາມໃຊ້ສິດຂໍອຸທອນຕາມກົດໝາຍ 558 ເລື່ອງ, ຄູ່ຄວາມພໍໃຈ ສົ່ງໄປຈັດຕັ້ງປະຕິບັດ 3.474 ເລື່ອງ ແລະ ຄະດີທີ່ພວມສືບຕໍ່ເກັບກໍາຂໍ້ມູນ ແລະ ຄົ້ນຄວ້າພິຈາລະນາ (ຄະດີຍັງຄ້າງ) 2.516 ເລື່ອງ.

ຄະຄະດີຢູ່ສານຂັ້ນຕົ້ນ (ເຂດ, ແຂວງ-ນະຄອນຫຼວງ, ສານທະຫານພາກ): ມີຄະດີຄ້າງມາແຕ່ປີ 2020 ຈໍານວນ 2.233 ເລື່ອງ (ອາຍາ 688, ແພ່ງ 1.002, ການຄ້າ 250, ຄອບຄົວ 223, ແຮງງານ 25, ເດັກ 35, ສານທະຫານ 10); ເຂົ້າໃໝ່ໃນປີ 2021 ຈໍານວນ 4.315 ເລື່ອງ; ຄະດີລວມທັງໝົດ (ຄ້າງມາ+ ເຂົ້າໃໝ່) ຈໍານວນ 6.548 ເລື່ອງ; ແກ້ໄຂໄດ້ 4.032 ເລື່ອງ, ຜ່ານການແກ້ໄຂຄະດີຂອງສານຂັ້ນຕົ້ນແລ້ວ ຄູ່ຄວາມໃຊ້ສິດຂໍອຸທອນຕາມກົດໝາຍ 558 ເລື່ອງ.

ຄູ່ຄວາມພໍໃຈ ສົ່ງໄປຈັດຕັ້ງປະຕິບັດ 3.474 ເລື່ອງ ແລະ ຄະດີທີ່ພວມສືບຕໍ່ເກັບກໍາຂໍ້ມູນ ແລະ ຄົ້ນຄວ້າພິຈາລະນາ (ຄະດີຍັງຄ້າງ) 2.516 ເລື່ອງ.

ຄະດີຢູ່ສານຂັ້ນຕົ້ນເຂດ: ທີ່ພົ້ນເດັ່ນກວ່າໝູ່ ຄະດີອາຍາ ແມ່ນລັກຊັບພົນລະເມືອງ 257 ເລື່ອງ, ຄະດີແພ່ງແມ່ນ ສັນຍາກູ້ຍືມ 172 ເລື່ອງ, ຄະດີຄອບຄົວ ແມ່ນ ສາຍຜົວ-ເມຍຂໍຢ່າຮ້າງ 203 ເລື່ອງ.

ຄະດີຢູ່ສານຂັ້ນຕົ້ນແຂວງ-ນະຄອນຫຼວງວຽງຈັນ: ທີ່ພົ້ນເດັ່ນກວ່າໝູ່ ຄະດີອາຍາ ແມ່ນຢາເສບຕິດ 1.271 ເລື່ອງ, ຄະດີແພ່ງແມ່ນ ສັນຍາກູ້ຢືມ 33 ເລື່ອງ, ຄະດີການຄ້າແມ່ນ ສັນຍາກູ້ຢືມ 88 ເລື່ອງ, ຄະດີຄອບຄົວແມ່ນ ຢ່າຮ້າງ 42 ເລື່ອງ, ຄະດີເດັກແມ່ນ ຢາເສບຕິດ 62 ເລື່ອງ.

ສານທະຫານ 3 ພາກ: ມີຄະດີທັງໝົດ 46 ເລື່ອງ, ແກ້ໄຂໄດ້ 33 ເລື່ອງ, ຄະດີທີ່ພົ້ນເດັ່ນແມ່ນ ຢາເສບຕິດ 19 ເລື່ອງ.

ຄະດີຢູ່ສານຂັ້ນອຸທອນ: (ຂັ້ນອຸທອນແຂວງ-ນະຄອນຫຼວງ, ສານປະຊາຊົນພາກ ແລະ ສານທະຫານຂັ້ນສູງ); ຄະດີຄ້າງມາແຕ່ປີ 2020 ຈໍານວນ 454 ເລື່ອງ (ອາຍາ 90, ແພ່ງ 292, ການຄ້າ 30, ຄອບຄົວ 31, ເດັກ 1, ແຮງງານ 8 ເລື່ອງ, ສານທະຫານ 2 ເລື່ອງ); ຄະດີເຂົ້າໃໝ່ປີ 2021 ຈໍານວນ 558 ເລື່ອງ;ຄະດີລວມທັງໝົດ (ຄ້າງມາ+ເຂົ້າໃໝ່) ຈໍານວນ 1.012 ເລື່ອງ; ແກ້ໄຂໄດ້ 483 ເລື່ອງ, ພາຍຫຼັງທີ່ສານຂັ້ນອຸທອນໄດ້ພິພາກສາແລ້ວ ຄູ່ຄວາມໄດ້ໃຊ້ສິດຂໍລົບລ້າງຕາມກົດໝາຍ 274 ເລື່ອງ, ຄູ່ຄວາມພໍໃຈເຫັນດີນໍາໄປຈັດຕັ້ງປະຕິບັດ 209 ເລື່ອງ ແລະ ຄະດີຂັ້ນອຸທອນທີ່ພວມສືບຕໍ່ເກັບກໍາຂໍ້ມູນ ແລະ ກໍາລັງຄົ້ນຄວ້າພິຈາລະນາ (ຄະດີຍັງຄ້າງ) 529 ເລື່ອງ.

ຂັ້ນລົບລ້າງ (ສານປະຊາຊົນພາກ ແລະ ສານປະຊາຊົນສູງສຸດ) ຄະດີຄ້າງມາແຕ່ປີ 2020 ຈໍານວນ 177 ເລື່ອງ (ອາຍາ 29, ແພ່ງ 111, ຄອບຄົວ 12, ການຄ້າ 21, ແຮງງານ 4) ເຂົ້າໃໝ່ໃນປີ 2021 ຈໍານວນ 274 ເລື່ອງ; ລວມຄະດີທັງໝົດ (ຄ້າງມາ + ເຂົ້າໃໝ່) ຈໍານວນ 451 ເລື່ອງ; ແກ້ໄຂໄດ້ 252 ເລື່ອງ ແລະ ຄະດີຂັ້ນລົບລ້າງທີ່ພວມສືບຕໍ່ຄົ້ນຄວ້າພິຈາລະນາ (ຍັງຄ້າງ) 199 ເລື່ອງ.

ຂັ້ນຮື້ຟື້ນ: ຄະດີຄ້າງມາແຕ່ປີ 2020 ຈໍານວນ 41 ເລື່ອງ (ອາຍາ 13 ເລື່ອງ, ແພ່ງ 22 ເລື່ອງ, ການຄ້າ 3 ເລື່ອງ, ຄອບຄົວ 3 ເລື່ອງ); ເຂົ້າໃໝ່ໃນປີ 2021 ຈໍານວນ 40 ເລື່ອງ; ລວມຄະດີທັງໝົດ (ຄ້າງມາ + ເຂົ້າໃໝ່) ຈໍານວນ 81 ເລື່ອງ; ແກ້ໄຂໄດ້ 34 ເລື່ອງ; ຄະດີຂັ້ນຮື້ຟື້ນທີ່ພວມພິຈາລະນາ (ຍັງຄ້າງ) 47 ເລື່ອງ ແລະ ໄດ້ຄົ້ນຄວ້າຄໍາຮ້ອງຂໍຄໍາຊີ້ຂາດກ່ຽວກັບໂທດປະຫານຊີວິດ 98 ເລື່ອງ, ອອກຄໍາຊີ້ຂາດແລ້ວ 37 ເລື່ອງ, ຍັງສືບຕໍ່ຄົ້ນຄວ້າ 61 ເລື່ອງ.

LEAVE A REPLY

Please enter your comment!
Please enter your name here