ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງ ກົມໃຫຍ່ເສນາທິການກອງທັບ

0
4749

ວັນທີ 2 ມີນາ 2022 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດແຕ່ງຕັ້ງ ເລຂາ, ຄະນະປະຈໍາພັກ, ປະທານກວດກາພັກ, ບົ່ງຕົວແຕ່ງຕັ້ງກໍາມະການພັກ ແລະ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າ ແລະ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນໍາກະຊວງ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາອົງການ, ກົມ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍພົນຈັດຕະວາ ສົມພອນ ມິດຕະພອນ ເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ; ມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ, ກໍາມະການປະຈໍາພັກ ແລະ ເລຂາຄະນະພັກ ກົມໃຫຍ່ເສນາທິການກອງທັບ; ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ບົ່ງຕົວແຕ່ງຕັ້ງ: ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນກໍາມະການຄະນະພັກ ທັງເປັນກໍາມະການປະຈໍາພັກ ແລະ ເລຂາຄະນະພັກ ກົມໃຫຍ່ເສນາທິການກອງທັບ (ປ່ຽນແທນສະຫາຍ ພົນຕີ ຈັນທອງ ສອນຕະອາດ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່); ບົ່ງຕົວແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ, ກໍາມະການປະຈໍາພັກ ແລະ ປະທານກວດກາພັກ ຄະນະພັກກົມໃຫຍ່ເສນາທິການກອງທັບ ຄື: ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນກໍາມະການປະຈໍາພັກ (ປ່ຽນແທນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຍົກຍ້າຍໄປຮັບໜ້າທີ່ໃໝ່), ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຫົວໜ້າກົມກໍາລັງພົນ ເປັນກໍາມະການປະຈໍາພັກ ກົມໃຫຍ່ເສນາທິການກອງທັບ (ປ່ຽນແທນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຍົກຍ້າຍໄປຮັບໜ້າທີ່ໃໝ່), ສະຫາຍ ພັນເອກ ອໍາພອນ ທະວີໄຊ ຫົວໜ້າກົມກົດລັບ ເປັນກໍາມະການຄະນະພັກອົງການ ກົມໃຫຍ່ເສນາທິການກອງທັບ.

ພ້ອມກັນນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສໍາລານ ສິລິໂພຄໍາ ເປັນຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ (ປ່ຽນແທນ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຍົກຍ້າຍໄປຮັບໜ້າທີ່ໃໝ່), ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ເປັນຮອງກົມ.

ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີິ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ໄດ້ໜ້າທີ່ໃໝ່ຫລາຍບັນຫາ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍ ສືບຕໍ່ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງຢ່າງຮອບດ້ານ ພ້ອມກັນສຸມໃສ່ເຮັດໜ້າທີ່ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນເຮັດວຽກໃຫ້ຮັດກຸມ, ປະຕິບັດຫລັກການລວມສູນ ປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບບແຜນເຮັດວຽກຕ້ອງມີຂັ້ນຕອນ, ມີຈຸດສຸມ ແລະ ປະຕິບັດໜ້າທີ່ ໃຫ້ສໍາເລັດສູງກວ່າເກົ່າ ພ້ອມກັນກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນເປັນກອງທັບ ທີ່ມີລະບຽບແບບແຜນທັນສະໄໝເປັນກ້າວໆ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here