ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມແຂວງຫຼວງພະບາງ

0
5034

ວັນທີ 2 ມີນາ 2022 ທີ່ສະຖານີລົດໄຟລາວ-ຈີນ ບ້ານຊຽງລ້ອມ ນະຄອນ ຫຼວງພະບາງ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນໍາຂອງແຂວງ ແລະພະນັກງານ ໄດ້ເປັນກຽດຕ້ອນຮັບພະນະທ່ານ ບຸນຍັງ ວໍລະຈິດ ອະດິດເລຂາທິການໃຫຍ່,ອະດິດປະທານປະເທດ ແຫ່ງ ສປປ ລາວ ແລະພັນລະຍາ ພ້ອມດ້ວຍຄະນະນໍາກະຊວງ,ການນໍາຈາກສູນກາງ ທີ່ເດີນທາງມາຢ້ຽມຢາມແຂວງຫຼວງພະບາງ.

ການມາຢ້ຽມຢາມແຂວງຫຼວງພະບາງ ຄັ້ງນີ້ຂອງທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ກໍໄດ້ໄປເດີນທ່ຽວຊົມ ສວນອຸທິຍານດອກໄມ້ ແລະທໍາມະຊາດນໍ້າຕົກຕາດຮ້ອຍຄົວເມືອງຈອມເພັດ,ໂດຍຕ້ອນຮັບຂອງທ່ານ ສາຍສະໝອນ ສີລາວົງ ເຈົ້າເມືອງ ແລະຄະນະນໍາຂອງເມືອງ,ການນໍາພາທ່ຽວຊົມອຸທິຍານດັ່ງກ່າວນີ້ໂດຍແມ່ນທ່ານ ອາຄົມ ພົມມະຫານ ປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ ທັງເປັນຜູ້ອໍານວຍການສວນອຸທິຍານ ດອກໄມ້ນໍ້າຕົກຕາດຮ້ອຍຄົວ ເມືອງຈອມເພັດ ,ເຊິ່ງເປັນອີກໜຶ່ງແຫຼ່ງທ່ອງທ່ຽວຂອງເມືອງຈອມເພັດ ທີ່ໜ້າໄປສໍາພັດ,ມີອາກາດສົດຊື່ນ ອ້ອມຮອບດ້ວຍຕົ້ນໄມ້ໃຫຍ່ສີຂຽວ ແລະ ມີທົ່ງດອກໄມ້ຕາມລະດູການ ໄວ້ໃຫ້ທ່ຽວຊົມຢ່າງສວຍງາມ ແລະເປັນໜ້າປະທັບໃຈຕໍ່ຜູ້ຄົນເຂົ້າມາທ່ຽວຊົມ.

ພ້ອມນີ້ຄະນະກໍໄດ້ໄປຢ້ຽມຢາມສູນຫັດຖະກໍາ ເຄື່ອງປັ້ນດິນເຜົາ ບ້ານຈ່ານເໜືອ ເມືອງຈອມເພັດຕື່ມອີກ.ສໍາລັບສູນຫັດຖະກໍາ ເຄື່ອງປັ້ນດິນເຜົາ ຕັ້ງຢູ່ບ້ານຈ່ານເໜືອ ເມືອງຈອມເພັດ ຫ່າງຈາກຕົວເມືອງໄປທາງໃຕ້ປະມານ 3 ກິໂລແມັດ, ລຽບຕາມແຄມແມ່ນໍ້າຂອງ, ພາຍໃນສູນປະກອບດ້ວຍສູນສາທິດ ການປັ້ນໝໍ້,ຫຼໍ່ໄຫ,ຫໍວາງສະແດງເຄື່ອງປັ້ນດິນເຜົາ,ສະຖານທີ່ເຕົາອົບເຄື່ອງປັ້ນດິນເຜົາ.

ປະຊາຊົນເຂດນີ້ ມີມູນເຊື້ອໃນການປັ້ນໝໍ້,ຫຼໍ່ໄຫ ແລະປະເພດເຄື່ອງໃຊ້ທີ່ເຮັດດ້ວຍດິນ ໃຊ້ໃນຄົວເຮືອນ ແລະປະດັບເຮືອນ ມາແຕ່ສະໄໝບູຮານ ນອກນີ້ຍັງນໍາໄປຮັບໃຊ້ໃຫ້ເຈົ້າຊີວິດ ຢູ່ໃນເມືອງໃນເມື່ອກ່ອນ.ມາຮອດປັດຈຸບັນອົງການປົກຄອງແຂວງ ກໍໄດ້ຫັນເປັນສະຖານທີ່ທ່ອງທ່ຽວອີກແຫ່ງ ໄວ້ບໍລິການນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະຊື້ເຄື່ອງປັ້ນດິນເຜົາດັ່ງກ່າວເປັນຂອງທີ່ລະລຶກ,ພ້ອມດຽວກັນນີ້ ກໍໄດ້ຊຸກຍູ້ໃຫ້ປະຊາຊົນ ຜະລິດເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບສູ່ຄົວຄອບ,ສູນຫັດຖະກໍາ ດັ່ງກ່າວນີ້ຍັງໄດ້ຮັບ ປ້າຍສັນຍາລັກເປັນ ສູນຫັດຖະກໍາ ໂອດັອບ ຂອງເມືອງຕື່ມອີກ.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

LEAVE A REPLY

Please enter your comment!
Please enter your name here