ນໍ້າຕົກຕາດກວາງຊີ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງ ຜະລິດຕະພັນຊົນນະບົດ ໃນປີ 2022

0
1327

ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ແມ່ນການລິເລີ່ມຂອງ ສປປ ລາວ ໃນໄລຍະ ສປປ ລາວ ເປັນປະທານອາຊຽນໃນປີ 2016. ສໍາລັບປີ 2022 ແມ່ນມອບລາງວັນເປັນຄັ້ງທີ 3 ຊຶ່ງມີຈຸດປະສົງ ເພື່ອເປັນການສ້າງແຮງຈູງໃຈໃຫ້ແກ່ຈຸດໝາຍປາຍທາງການທ່ອງທ່ຽວອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ; ເພື່ອຮ່ວມກັນພັດທະນາຜະລິດຕະພັນການທ່ອງທ່ຽວ ແລະເພື່ອຫລຸດຜ່ອນບັນຫາດ້ານສິ່ງແວດລ້ອມ, ວັດທະນະທໍາ-ສັງຄົມ ແລະ ເສດຖະກິດ ທີ່ເກີດຈາກການຂະຫຍາຍຕົວຂອງການທ່ອງທ່ຽວຢ່າງວ່ອງໄວ.

ຂະນະດຽວກັນ ກໍໃຫ້ຄໍາແນະນຳ ແລະສ້າງແຮງຈູງໃຈທີ່ເປັນປະໂຫຍດໃຫ້ແກ່ພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງຜະລິດຕະພັນ ແລະການບໍລິການຂອງຕົນໃຫ້ໄດ້ຕາມມາດຕະຖານອາຊຽນ. ສໍາລັບຫົວຂໍ້ຂອງລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປີ 2022 ແມ່ນ “ການທ່ອງທ່ຽວປອດໄພ” ໂດຍເນັ້ນໃສ່ມາດຕະການສະກັດກັ້ນ ແລະ ປ້ອງກັນການ ແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາຜະລິດຕະພັນການທ່ອງທ່ຽວ ໃຫ້ມີການພັດທະນາ ແລະ ການບໍລິການທີ່ມີຄວາມປອດໄພ. ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ປະກອບມີ 2 ລາງວັນ ຄື: ຜະລິດຕະພັນໃນຕົວເມືອງ ແລະຜະລິດຕະພັນຊົນນະບົດ.

ໃນໄລຍະຜ່ານມາ ແຂວງຫຼວງພະບາງ ກໍເຄີຍໄດ້ຮັບລາງວັນນີ້ມາແລ້ວ 2 ຄັ້ງ ຄື:

ຜະລິດຕະພັນໃນຕົວເມືອງ ແຫຼ່ງທ່ອງທ່ຽວ ພູສີ (2018) ແລະວັດຊຽງທອງ (2020) ແລະສຳລັບຫົວຂໍ້ປີ 2022 ນີ້ ແມ່ນການທ່ອງທ່ຽວທີ່ປອດໄພ ແລະທາງພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ກໍຄືຄະນະຮັບຜິດຊອບການປະເມີນ ຂັ້ນແຂວງ ເຫັນດີສະເໜີຜະລິດຕະພັນຊົນນະບົດ ແຫຼ່ງທ່ອງທ່ຽວຕາດກວາງຊີ ເຂົ້າສະໝັກຮັບລາງວັນ. ໄດ້ມີການລົງປະເມີນຕົວຈິງ ຮອບທີ 1 ໃນຂອບເຂດແຫຼ່ງທ່ອງທ່ຽວດັ່ງກ່າວ ຜົນການປະເມີນແມ່ນໄດ້ຄະແນນຜ່ານ ແຕ່ຍັງຕໍ່າຫຼາຍ, ຄະແນນລວມ ທັງ 5 ແບບຟອມ 93 ຄະແນນ, ສະເລ່ຍ 84,36% ໂດຍສະເພາະແມ່ນ:

ຄວາມສຳຄັນຂອງຊັບພະຍາກອນທາງດ້ານວັດທະນະທຳ, ສິ່ງແວດລ້ອມ ແລະຄຸນຄ່າທາງດ້ານຮີດຄອງປະເພນີຕໍ່ຊຸມຊົນທ້ອງຖິ່ນ ບໍ່ໄດ້ຮັບການສົ່ງເສີມ; ພະນັກງານນໍາທ່ຽວສະເພາະພື້ນທີ່ ຍັງບໍ່ໄດ້ຜ່ານການຝຶກອົບຮົມ, ການຮັກສາສິ່ງແວດລ້ອມຂອງຜູ້ປະກອບການອາຫານ ແລະເຄື່ອງດື່ມ ຍັງມີໜ້ອຍ; ການສະໜອງຂໍ້ມູນ ແລະອຸປະກອນການປ້ອງກັນໂຄວິດ-19 ຍັງບໍ່ພຽງພໍ. ສະນັ້ນ, ຈຶ່ງໄດ້ມີການປັບປຸງຕາມແຜນກິດຈະກໍາ ເຊັ່ນ: ໄດ້ປະກອບອຸປະກອນໃນການປ້ອງກັນພະຍາດໂຄວິດ 19, ຈັດຝຶກອົບຮົມ ປູກຈິດສຳນຶກໃຫ້ແມ່ຄ້າ, ຜູ້ປະກອບການ ແລະຜູ້ຈັດການຂອງສະຖານທີ່ຕ່າງໆ ໃຫ້ນຳໃຊ້ວັດສະດຸທຳມະຊາດ ເພື່ອປົກປັກຮັກສາສິ່ງແວດລ້ອມ (ການຫຸ້ມຫໍຜະລິດຕະພັນ ແລະອາຫານ), ຝຶກອົບຮົມກ່ຽວກັບການບໍລິການທີ່ປອດໄພຈາກເຊື້ອພະຍາດໂຄວິດ 19 ແລະປັບປຸງປ້າຍຊີ້ບອກພາຍໃນແຫຼ່ງທ່ອງທ່ຽວຕາດກວາງຊີ ໂດຍການສະໜັບສະໜູນທຶນໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2.

ຈາກນັ້ນ, ຄະນະກໍາມະການຂັ້ນແຂວງ ກໍໄດ້ມີການລົງປະເມີນຄືນອີກ ຮອບທີ 2, ຜົນຄະແນນໄດ້ 100 ຄະແນນ, ສະເລ່ຍໄດ້ 90,90% ຢູ່ໃນເກນຜ່ານ (50% ຂຶ້ນໄປ ຫຼື 11 ຄະແນນ ສໍາລັບຜະລິດຕະພັນຊົນນະບົດ) ນໍາສະເໜີຜົນການປະເມີນຮອບສຸດທ້າຍ ໃຫ້ແກ່ຄະນະກໍາມະການຂັ້ນສູນກາງ ເພື່ອຮັບຮອງ ແລະສະເໜີເຂົ້າຮັບລາງວັນ ແລະແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ ກໍໄດ້ຜ່ານການຮັບຮອງ ແລະໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງ ຜະລິດຕະພັນຊົນນະບົດ ໃນປີ 2022 ນີ້.

ພິທີມອບຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ແຫຼ່ງທ່ອງທ່ຽວສວນອຸທິຍານນໍ້າຕົກຕາດກວາງຊີ) ໄດ້ຈັດຂຶ້ນໃນວັນທີ 2 ມີນາ 2022 ທີ່ຫໍປະຊຸມປະຊຸມພູສີ ຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍການຂຶ້ນຮັບຂອງ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ແລະ ມອບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ.

ຂໍ້ມູນຈາກ: ຂ່າວສານຫຼວງພະບາງ

ຮູບ: ເລາະຖ່າຍຮູບ

LEAVE A REPLY

Please enter your comment!
Please enter your name here