ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ຢູ່ເມືອງໄຊທານີ

0
2839

ຕາມການລາຍງານຈາກປ້ອງກັນຄວາມສະຫງົບນະຄອນຫຼວງຽງຈັນໃຫ້ຮູ້ວ່າ: ພັຕ ສຸນີ ໄຊຍະວົງ ຮອງຫົວໜ້າພະແນກຕໍາຫຼວດ ຜູ້ຊີ້ນໍາວຽກງານຈະລາຈອນ ເມືອງໄຊທານີ ໃຫ້ສໍາພາດ ໃນວັນທີ 2 ກຸມພາ 2022 ວ່າ: 3 ສາເຫດຫຼັກ ພາໃຫ້ເກີດບັນຫາອຸບັດຕິເຫດ ຢູ່ເມືອງໄຊທານີ

1. ເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ, ການຊີງແຊງຂຶ້ນໜ້າ ແລະ ການປ່ຽນທິດທາງການສັນຈອນກະທັນຫັນບໍ່ຮັບປະກັນ;

2. ຍ້ອນສະພາບເສັ້ນທາງ ດິນຟ້າອາກາດ ເສັ້ນທາງມື່ນ, ເສັ້ນທາງເປັນບວກ, ເປັນຂຸມ.

3. ເກີດຈາກສະພາບເຕັກນິກຂອງຍານພາຫະນະ ບໍ່ໄດ້ມາດຕະຖານ.

ພັຕ ສຸນີ ໄຊຍະວົງ ຍັງໃຫ້ຮູ້ອີກວ່າ: ໄລຍະ 2 ເດືອນຕົ້ນປີ 2022, ຢູ່ເມືອງໄຊທານີ ມີອຸບັດຕິເຫດເກີດຂຶ້ນທັງໝົດ 27 ກໍລະນີ ມີຄົນໄດ້ຮັບບາດເຈັບ 74 ຄົນ, ຍິງ 15 ຄົນ, ໃນນີ້ ໄດ້ຮັບບາດເຈັບເລັກນ້ອຍ 31 ຄົນ, ສົມຄວນ 35 ຄົນ, ສາຫັດ 8 ຄົນ ແລະ ເສຍຊີວິດ 6 ຄົນ, ຍິງ 1 ຄົົນ; ພາຫະນະເປ່ເພທັງໝົດ 62 ຄັນ, ເປ່ເພເລັກນ້ອຍ 30 ຄັນ, ສົມຄວນ 31 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ.

ເພື່ອຫຼຸດຜ່ອນບັນຫາອຸບັດຕິເຫດເກີດຂຶ້ນຢູ່ເມືອງໄຊທານີ ວຽກຈຸດສຸມໃນປີ 2022 ຈະລາຈອນເມືອງໄຊທານີ ຈະສຸມໃສ່ໂຄສະນາລະບຽບການສັນຈອນຕາມ 3 ແຍກ 4 ແຍກ, ເຂດຊຸມຊົນ, ໂຮງຮຽນ, ໂຮງຈັກໂຮງງານ ແລະ ອື່ນໆ ເພື່ອໃຫ້ຜູ້ຂັບຂີ່ໄດ້ຮັບຮູ້ ແລະ ເຂົ້າໃຈກົດລະບຽບຈະລາຈອນ ນໍາໃຊ້ພາຫະນະໃຫ້ປອດໄພ; ສຸມໃສ່ລະບາຍການສັນຈອນຕາມສາຍທາງສັບສົນ ແອອັດ ແລະ ປະຕິບັດລະບອບປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ ເພື່ອກຽມພ້ອມແກ້ໄຂບັນຫາອຸບັດຕິເຫດໃຫ້ທັນເວລາ.

LEAVE A REPLY

Please enter your comment!
Please enter your name here