ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳປີ 2021

0
1372

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 10 ມີນາ 2022 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູງກາງພັກ, ເລຂາພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍບັນດາຮອງລັດຖະມົນຕີ ສສກ, ຫົວໜ້າກົມ, ຮັກສາການກົມ, ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ ຕະຫຼອດຮອດຜູ້ບໍລິຫານການສຶກສາ ແລະ ກິລາ ທີ່ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປີ 2021 ໃນທ່າມກາງທົ່ວຂະແໜງການສຶກສາ ແລະ ກິລາທົ່ວປະເທດ ພວມຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດໃນສະພາບແວດລ້ອມທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານການສຶກສາ, ວິທະຍາສາດ ແລະ ກິລາໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ໃນກອງປະຊຸມ, ທ່ານ ປອ ບຸນປັນ ໄຊມຸນຕຣີ ຫົວໜ້າແຜນການ ສສກ ໄດ້ລາຍງານຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳປີ 2021 ແລະ ແຜນວຽກຈຸດສຸມປີ 2022 ຂອງຂະແໜງການຍ່ອຍ ເປັນຕົ້ນແມ່ນ ຂະແໜງການສຶກສາກ່ອນໄວຮຽນ, ຂະແໜງການຍ່ອຍປະຖົມສຶກສາ, ຂະແໜງການຍ່ອຍມັດທະຍົມຕອນຕົ້ນ, ຂະແໜງການຍ່ອຍມັດທະຍົມສຶກສາຕອນປາຍ, ຂະແໜງການຍ່ອຍການສຶກສານອກໂຮງຮຽນ, ຂະແໜງການຍ່ອຍການສຶກສາຄູ, ຂະແໜງການຍ່ອຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ, ຂະແໜງການຍ່ອຍການສຶກສາຊັ້ນສູງ, ວຽກງານກິດຈະການນັກສຶກສາ, ຂະແໜງການຍ່ອຍກິລາ-ກາຍະກໍາ (ກິລາມວນຊົນ, ພະລະ ແລະ ສິລະປະສຶກສາ), ວຽກງານກິລາລະດັບສູງ, ຂະແໜງການຍ່ອຍບໍລິຫານ-ຄຸ້ມຄອງ ແລະ ຂະແໜງການຍ່ອຍວິທະຍາສາດ, ຊຶ່ງທຸກຂະແໜງການລ້ວນແລ້ວມີຜົນສໍາເລັດທີ່ພົ້ນເດັ່ນ, ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ, ກໍຍັງມີບັນຫາ ແລະ ສິ່ງທ້າທາຍທີ່ແຕ່ລະຂະແໜງການຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ເພື່ອແກ້ໄຂໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ນອກຈາກນີ້, ຍັງໄດ້ມີການວາງແຜນວຽກຈຸດສຸມ ປະຈໍາປີ 2022 ອີກດ້ວຍ.

ສຳລັບກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳປີ 2021 ແມ່ນຈະໄດ້ດໍາເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 10-11 ມີນາ 2022, ຊຶ່ງໃນກອງປະຊຸມ ນອກຈາກໄດ້ຮັບຟັງການລາຍງານຫຍໍ້ຂອງການຈັດຕັ້ງປະຕິິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳປີ 2021, ທິດທາງແຜນການປີ 2022 ແລ້ວ, ຍັງໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ປະຈຳປີ 2021, ແນວທາງການປັບປຸງຄຸນນະພາບຂອງວຽກງານກິລາ ເພື່ອເຂົ້າແຂ່ງຂັນ, ລາຍງານການບັນຈຸ ຈັດສັນຄູ ແລະ ບັນຫາຄູອາສາສະໝັກ ປີ 2021, ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຂະແໜງການສຶກສາ ແລະ ກິລາ, ການຈັດສັນງົບປະມານທີ່ຕິດພັນກັບນະໂຍບາຍປະຢັດຂອງລັດຖະບານ, ເຜີຍແຜ່ບົດລາຍງານກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ແນວທາງໃນການປັບປຸງວຽກງານວິທະຍາສາດໃນອະນາຄົດ ແລະ ແຜນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here