ມອບເງິນອຸດໜູນ ແກ່ຜູ້ເສຍສະຫຼະຊີວິດໃນປາງສົງຄາມ

0
1222

ໃນວັນທີ 10 ມີນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມພະແນກແຮງງານສະຫວັດດີການ-ສັງຄົມແຂວງ ໄດ້ມີພິທີມອບເງິນນະໂຍບາຍອຸດໜູນເທື່ອດຽວ ໃຫ້ແກ່ຜູ້ເສຍສະ ຫລະຊີວິດໃນປາງສົງຄາມ ປະຈໍາປີ 2020 ແລະ ປີ 2021. ໂດຍການເຂົ້າຮ່ວມຂອງທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງອັດຕະປື, ມີທ່ານ ນາງ ອໍາຄາ ສີຫາລາດ ຫົວໜ້າພະແນກແຮງງານສະຫວັດດີການ ແລະສັງຄົມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊຍະລາດ ຊຸມພົນພັກດີ ຮອງຫົວໜ້າພະ ແນກ ແຮງງານສະຫວັດດີການ ແລະ ສັງຄົມແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າການດ້ວຍຕົກລົງອະ ນຸມັດຈ່າຍເງິນນະໂຍບາຍອຸດຫນູນຜູ້ເສຍຊີວິດໃນປາງສົງຄາມ ປະຈຳປີ 2020 ແລະ ປີ2021ຈຳນວນ 23 ທ່ານ, ຍິງ 1 ທ່ານ, ໃນນັ້ນ; ໄດ້ມອບນະໂຍບາຍອຸດໝູນເທື່ອດຽວຜູ້ທີ່ຍັງມີຊີວິດຢູ່ປີ 2020 ມີ 1 ທ່ານ, ປີ 2021 ມີ 5 ທ່ານ, ອຸດໝູນຜູ້ເສຍສະຫລະຊີວິດໃນປາງສົງຄາມງວດ lll ປີ 2021 ມີ 18 ທ່ານ, ຍິງ 1 ທ່ານ, ລວມເປັນເງິນທັງໝົດ 513.982.125 ກີບ.

ເງິນດັ່ງກ່າວແມ່ນໄດ້ມອບ-ຮັບ ໃຫ້ສາຍຍາດພີ່ນ້ອງ,ລູກຫລານຜູ້ສືບທອດ ຢ່າງເປັນທາງການ ແລະ ໃຫ້ກຽດກ່າວມອບຂອງທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here