ເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ມີຜົນງານດີເດັ່ນ

0
1857

ຫ້ອງວ່າການ ແລະ ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ມີຜົນງານດີເດັ່ນ.

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ຫ້ອງວ່າການ ແລະ ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດ ຖານເງື່ອນໄຂໃນການເລື່ອນຊັ້ນ, ປະດັບຊັ້ນແຕ່ລະພາກສ່ວນໂດຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ ແລະ ພັອ ຄໍາພັດ ສາລິວອນ ຮອງຫົວໜ້າອຳນວຍການ ວຕປ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະ ນັກງານ-ນັກຮົບ ເຂົ້າຮ່ວມ.

ຫ້ອງວ່າການ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 10 ມີນາ 2022 ມີຈຳນວນ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ 21 ສະຫາຍ ຍິງ 5 ສະຫາຍ; ໃນນີ້, ມີ ພັນຕີ ຂຶ້ນ ພັນໂທ 3 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ ຍິງ 2 ສະ ຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະ ຫາຍ ຍິງ 3 ສະຫາຍ; ພ້ອມທັງ, ຜ່ານຂໍ້ຕົກລົງ ຂອງກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບຫ້ອງວ່າການ; ໃນນີ້, ໄດ້ແຕ່ງ ຕັ້ງ ພັອ ວິໄລຄຳ ສີຊານົນ ເປັນຫົວ ໜ້າກົມນິຕິກຳ ແລະ ກົດໝາຍ ແລະ ພັທ ຄຳຜູ ຈັນທະລາສີ ເປັນຮອງຫົວໜ້າກົມທີ່ຂຶ້ນກັບຫ້ອງວ່າການກະຊວງ ປກສ.

ສຳລັບ ວຕປ ໄດ້ຈັດຂຶ້ນໃນວັນທີ 7 ມີນາ 2022, ມີຈຳນວນ 13 ສະຫາຍ ຍິງ 4 ສະຫາຍ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 3 ສະຫາຍ ຍິງ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 8 ສະຫາຍ ຍິງ 3 ສະຫາຍ.

LEAVE A REPLY

Please enter your comment!
Please enter your name here