ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

0
1720

ວັນທີ 10 ມີນາ 2022 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ບັນດາທ່ານການນຳຂອງແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ ຮ່ວມຕ້ອນຮັບ.

ໂອກາດນີ້ທ່ານຮອງນາຍົກ ພ້ອມດ້ວຍຄະນະ ແລະ ການນຳຂອງແຂວງຄຳມ່ວນ ກໍ່ໄດ້ລົງຕິດຕາມ ເບິ່ງຄວາມຄືບໜ້າຂອງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບ ຕົວແບບ ມິດຕະພາບ ລາວ-ຫວຽດນາມ ຢູ່ທີ່ບ້ານສອງເໝືອງ ເມືອງໜອງບົກ ໂດຍໄດ້ຮັບທຶນໃນການກໍ່ສ້າງ ຈາກຂອງຂວັນປະທານປະເທດ ສສ ຫວຽດນາມ ມູນຄ່າ 5 ລ້ານໂດລາສະຫະລັດ ເພື່ອຕອບສະໜອງການຝຶກອົບຮົມວິຊາຊີບ ໃນລະດັບ 1+3 ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແລະ ຜູ້ຫວ່າງງານ, ຜູ້ດ້ອຍໂອກາດ ລວມທັງ ແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີເປົ້າໝາຍ ພາຍໃນ 5 ສາຂາວິຊາຊີບ ເຊັ່ນ:

ຕິດຕັ້ງ-ສ້ອມແປງເຄື່ອງໃຊ້ໄຟຟ້າ, ສ້ອມແປງເຄື່ອງຈັກນ້ອຍທົ່ວໄປ, ກໍ່ສ້າງເຄຫາ ສະຖານ, ດ້ານກະສິກຳ (ປູກຝັງ-ລ້ຽງສັດ) ແລະ ປຸງແຕ່ງຜະລິດຕະພັນດ້ານກະສິກຳ. ເຊິ່ງໂຄງການແມ່ນໄດ້ເລີ່ມລົງມື ຈັດຕັ້ງປະຕິບັດໃນເດືອນມັງກອນ 2022 ມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວປະມານ 13% ແລະ ຄາດວ່າຈະໃຫ້ສຳເລັດໃນການກໍ່ສ້າງພາຍໃນໄລຍະເວລາ 11 ເດືອນ ຕາມແຜນຂອງໂຄງການ. ພ້ອມດຽວກັນ ທ່ານຮອງນາຍົກ ຍັງໄດ້ລົງພົບປະກັບພໍ່ແມ່ປະຊາຊົນ ແລະ ຮ່ວມພິທີການ ມອບ-ຮັບ ໂຄງການກໍ່ສ້າງປ້ອງກັນ ຕາຝັ່ງເຈື່ອນ ຂອງແມ່ນໍ້າເຊບັ້ງໄຟ ຢູ່ບ້ານນາວາງໃຫຍ່ (ເຂດວັດຕຸ້ມພະວັງ) ເມືອງໜອງບົກ ເຊິ່ງມີຄວາມຍາວ 300 ແມັດ ໂດຍໄດ້ສຳເລັດໃນເດືອນກໍລະກົດ 2021 ຜ່ານມາ ໃຊ້ໄລຍະເວລາໃນການກໍ່ສ້າງ 3 ເດືອນ ໂດຍແມ່ນບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ລວມມູນຄ່າ 7,9 ຕື້ກວ່າກີບ.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ໂອ້ລົມ ໂດຍເນັ້ນໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ ປະຊາຊົນບ້ານນາວາງໃຫຍ່ ສືບຕໍ່ເອົາໃຈໃສ່ການຜະລິດກະສິກຳ ປູກຝັງ-ລ້ຽງສັດ ໃຫ້ແຂງແຮງ ເພື່ອກາຍ ເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວໃຫ້ສູງຂຶ້ນ ໂດຍມອບໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ, ຂອງເມືອງ ລົງຊຸກຍູ້ທາງດ້ານເຕັກນິກວິຊາການ, ວິທີການ, ຂັ້ນຕອນໃນການຜະລິດ ລວມເຖິງການຊອກຫາຕະຫຼາດຮອງຮັບ ຜົນຜະລິດຂອງພໍ່ແມ່ປະຊາຊົນ, ສືບຕໍ່ປັບປຸງວຽກງານກໍ່ສ້າງຮາກຖານການເມືອງຢູ່ໃນຂັ້ນບ້ານໃຫ້ມີຄວາມແຂງແຮງ, ຍູ້ແຮງທາງດ້ານການພັດທະນາເສດຖະກິດ ແກ້ໄຂຊີວິການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ, ເອົາໃຈໃສ່ປັບປຸງລະບົບ ການຈັດຕັ້ງ, ການຄຸ້ມຄອງບ້ານ ໃຫ້ມີຄວາມໜັກແໜ້ນ ເພື່ອນຳພາບໍລິຫານບ້ານໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບໍ່ໃຫ້ຊາວໜຸ່ມ-ໄວໜຸ່ມ ລູກຫຼານ ທີ່ເປັນອະນາຄົດໜໍ່ແໜງຂອງຊາດ ໄດ້ຖືກເບືອເມົາດ້ວຍຢາເສບຕິດ. ໂອກາດຽວກັນນີ້ທ່ານຮອງນາຍົກ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ແກ່ ບ້ານນາວາງໃຫຍ່ ເພື່ອຊຸກຍູ້ບໍລິຫານວຽກງານພາຍໃນບ້ານໃຫ້ມີຄວາມສະດວກຂຶ້ນ.

ແຫຼ່ງຂ່າວ: Khammouane News

LEAVE A REPLY

Please enter your comment!
Please enter your name here