ແຂວງສາລະວັນ ສັ່ງລົບລ້າງໂຄງການລົງທຶນບໍ່ມີປະສິດທິຜົນ 19 ໂຄງການ

0
1819

ປັດຈຸບັນ, ແຂວງສາລະວັນ ໄດ້ອະນຸມັດໂຄງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 74 ໂຄງການ, ມູນຄ່າການລົງທຶນ 2.148 ຕື້ກີບ (ສະເພາະປີ2021 ອະນຸມັດ 4 ໂຄງການ, ມູນຄ່າ 74,03 ຕື້ກີບ). ໃນຈໍານວນໂຄງການດັ່ງກ່າວ ມີໂຄງການທີ່ດໍາເນີນການເຄື່ອນໄຫວປົກກະຕິຕາມແຜນການ 42 ໂຄງ, ໂຄງການທີ່ຢຸດສະງັກ 11 ໂຄງການ, ໂຄງການເຄື່ອນໄຫວບໍ່ປົກກະຕິ 2 ໂຄງການ ແລະ ໂຄງການທີ່ບໍ່ມີປະສິດທິຜົນ ແລະ ຖືກລົບລ້າງຢ່າງເປັນທາງການ 19 ໂຄງການ ເຮັດໃຫ້ການລົງທຶນໃນກິດຈະການສໍາປະທານພາຍໃນແຂວງຍັງເຫລືອ 55 ໂຄງການ, ມູນຄ່າ 1.652 ຕື້ກີບ.

ທ່ານ ໂພສີ ແກ້ວສີພັນດອນ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 9 ມີນາ 2022 ວ່າ: ທັງ 19 ໂຄງ ການທີ່ຖືກລົບລ້າງ ສ່ວນໃຫຍ່ແມ່ນໂຄງການລົງທຶນຂອງຕ່າງປະເທດເຊີ່ງເມື່ອກ່ອນຂໍອະນຸຍາດລົງທຶນປູກໝາກເຍົາເພື່ອຜະລິດນໍ້າມັນໃບໂອດີເຊວ ແຕ່ບໍ່ໄປບໍ່ມາຫຍັງ, ຮອງມາແມ່ນມີບາງໂຄງການສົ່ງຜົນກະທົບຫລາຍຕໍ່ສິ່ງແວດລ້ອມ ແລະ ຖືກກ່າວເຕືອນຫລາຍຄັ້ງແຕ່ແກ້ໄຂບໍ່ໄດ້, ຂະນະທີ່ນັກລົງທຶນຈໍານວນໜຶ່ງຂໍອະນຸຍາດລົງທຶນແລ້ວແຕ່ບໍ່ຈິງໃຈດໍາເນີນກິດຈະການ ເມື່ອທາງແຂວງສະເໜີໃຫ້ປັບປຸງແກ້ໄຂແຕ່ບໍ່ສາມາດແກ້ໄຂ. ນອກຈາກນີ້ ມີບາງໂຄງການລົງທຶນທີ່ຕິດພັນກັບວັດຖຸດິບປ້ອນໂຮງງານມີຈໍາກັດ ຫລື ບໍ່ສາມາດຕອບສະໜອງ ໂດຍສະເພາະແມ່ນເຄືອແຫມ, ທັງ ໝົດນີ້ເປັນສາເຫດສໍາຄັນເຮັດໃຫ້ອົງການປົກຄອງແຂວງຈໍາເປັນຕ້ອງສັ່ງລົບລ້າງໂຄງ ການດັ່ງກ່າວ ເພາະຖືວ່າເປັນໂຄງການທີ່ບໍ່ມີປະສິດທິຜົນ.

ສໍາລັບໂຄງການລົງທຶນ 55 ໂຄງການ ທີ່ຍັງເຫລືອ ກວມເອົາ 3 ຂະແໜງ ຄື: ກະສິກໍາ-ປ່າໄມ້ 23 ໂຄງການ, ມູນຄ່າ 800 ຕື້ກີບ, ອຸດສາຫະກໍາ 11 ໂຄງການ, ມູນຄ່າ 507,95 ຕື້ກີບ ແລະ ບໍລິການ 21 ໂຄງການ, ມູນຄ່າ 344,06 ຕື້ກີບ. ໃນຈໍານວນ 55 ໂຄງການ ເປັນການລົງທຶນຕ່າງປະເທດ 31 ໂຄງການ, ມູນຄ່າ 1.273 ຕື້ກີບ, ໃນນີ້ ຫຼາຍກວ່າໝູ່ແມ່ນການລົງທຶນຈາກຫວຽດນາມ, ມູນຄ່າ 548,64 ຕື້ກີບ, ກວມເອົາ 43,04%, ຮອງລົງມາແມ່ນການລົງທຶນຈາກ ຈີນ, ມູນຄ່າ 530,27 ຕື້ກີບ, ກວມເອົາ 41,63% ແລະ ປະເທດໄທ, ມູນຄ່າ 102,36 ຕື້ກີບ, ກວມເອົາ 7,82% ແລະ ອື່ນໆ ມູນຄ່າ 97,75 ຕື້ກີບ, ກວມເອົາ 7,46%. ສ່ວນການລົງທຶນພາຍໃນ ມີ 24 ໂຄງ ການ, ມູນຄ່າ 379,11 ຕື້ກີບ, ກວມເອົາ 22,48%.

ທ່ານ ໂພສີ ແກ້ວສີພັນດອນ ໃຫ້ຮູ້ຕື່ມວ່າ: ການອໍານວຍຄວາມສະດວກໃນການລົງທຶນ ແລະ ການຄຸ້ມຄອງການລົງທຶນຢູ່ ແຂວງສາລະວັນ ແມ່ນປະຕິບັດຕາມກົດ ໝາຍ ແລະ ນິຕິກໍາທີ່ລັດຖະບານ ກໍຄື ກະຊວງກ່ຽວຂ້ອງວາງອອກທຸກຢ່າງ, ແຕ່ຜ່ານການປະຕິບັດຕົວຈິງເຫັນວ່າຍັງມີຂໍ້ຫຍຸ້ງຍາກຫຼາຍຢ່າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນ ເປັນຕົ້ນ: ບໍລິສັດທີ່ໄດ້ຮັບສິດສໍາປະທານຈາກລັດຖະບານ ແລະ ອົງການປົກ ຄອງແຂວງຈໍານວນໜຶ່ງ ຈັດຕັ້ງປະຕິບັດໂຄງການບໍ່ໄປຕາມກົດໝາຍ ແລະ ບໍ່ໄປຕາມສັນຍາ (ຕໍ່ອາຍຸສັນຍາຫລາຍຄັ້ງ), ມີລັກສະນະຈັບຈ່ອງໂຄງການໄວ້ເພື່ອຊອກຫານັກລົງທຶນ ແລະ ໂອນກິດຈະການໃຫ້ຜູ້ລົງທຶນໃໝ່ (ຂາຍກິດຈະການ) ເຊີ່ງພາກລັດຍັງບໍ່ທັນໄດ້ນໍາໃຊ້ມາດຕະການຢ່າງເດັດຂາດ, ບາງໂຄງການມີຂໍ້ຂັດແຍ່ງເນື້ອທີ່ດິນກັບປະຊາຊົນທີ່ເຂົ້າໄປທໍາການຜະລິດໃນຂອບເຂດສໍາປະທານຂອງບໍລິສັດ, ບາງບໍລິສັດດໍາເນີນກິດຈະການ ບໍ່ສອດຄ່ອງຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ອື່ນໆ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here