ພິທີມອບ-ຮັບ ລົດຂົນສົ່ງວັກຊີນ

0
1612

ໃນຕອນເຊົ້າຂອງວັນທີ 12 ມີນາ 2022, ທີ່ ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ໄດ້ມີພິທີມອບ-ຮັບ ລົດຂົນສົ່ງວັກແຊງ ຈໍານວນ 10 ຄັນ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ເຊິ່ງເປັນຈໍານວນທີ່ເພີ່ມຕື່ມ ຈາກທີ່ໄດ້ມອບ ໃຫ້ແກ່ ສປປ ລາວ ຄັ້ງກ່ອນ ຈໍານວນ 03 ຄັນ ລວມເປັນ 13 ຄັນ, ເຊິ່ງນີ້ແມ່ນ ເປັນການຜັນຂະຫຍາຍຜົນການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນທ້າຍປີ 2021 ຜ່ານມາ.  

ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກ່າວມອບການຊ່ວຍເຫຼືອດັ່ງກ່າວ ແມ່ນ ພະນະທ່ານ ດຣ. ນາງ ອໍ ວັນດີນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ກ່າວຮັບໂດຍ ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີການນໍາຂັ້ນສູງຈາກແຂວງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ຂອງລາວ ແລະ ກຳປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.

ການຊ່ວຍເຫຼືອຈາກລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງນີ້ ເປັນຄັ້ງທີ່ 4 ນັບແຕ່ ສປປ ລາວ ໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ໃຫ້ຄວາມສໍາຄັນຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ກໍ່ຄືຄັ້ງຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ໄປຍັງລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ແລະ  ບິແບ່ງການຊ່ວຍເຫຼືອ ມາໃຫ້ປະຊາຊົນລາວ ໃນຍາມທີ່ຫຍຸ້ງຍາກ, ເຖິງແມ່ນວ່າ ກໍາປູເຈຍ ເອງ ກໍ່ຍັງປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນ ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ໃນປະຈຸບັນ.

ລັດຖະບານ ແຫ່ງ ສປປ ລາວ ຈະນໍາເອົາການຊ່ວຍເຫຼືອດັ່ງກ່າວ  ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ພາຍໃນປະເທດ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

LEAVE A REPLY

Please enter your comment!
Please enter your name here