ກຳມະການ ເກືອບ 30 ຄົນ ສຳເລັດການຍົກລະດັບ ກຽມລົງຕັດສິນໃນເຕະບານ ລາວລີກ 2 ນະຄອນຫຼວງ

0
1173

ກຳມະການຕັດສິນກິລາບານເຕະ ຈຳນວນ 29 ທ່ານ, ຍິງ 3 ທ່ານ ທົ່ວນະຄອນຫຼວງວຽງຈັນ ສຳເລັດການຝຶກອົບຮົມ ເພື່ອກະກຽມຄວາມພ້ອມລົງຕັດສິນໃນການແຂ່ງຂັນເຕະບານ ລາວລີກ 2 ຂອງນະຄອນຫຼວງວຽງຈັນ ປະຈຳປີ 2022 ທີ່ຈະເປີດສາກຂຶ້ນໃນທ້າຍເດືອນມີນານີ້.

ພິທີປິດຊຸດຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 12 ມີນາ 2022 ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນຂອງ ທ່ານ ຄອນສະຫວັນ ສິດທິໄທ ເລຂາທິການສະຫະພັນບານເຕະນະຄອນຫຼວງວຽງຈັນ, ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສະຫະພັນບານເຕະແຫ່ງຊາດລາວ, ເປັນວິທະຍາກອນ ແລະ ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ສະຫະພັນບານເຕະແຫ່ງຊາດລາວ, ເປັນວິທະຍາກອນ, ມີສຳມະກອນ ຈຳນວນ 29 ທ່ານ, ຍິງ 3 ທ່ານ ທີ່ມາຈາກຫຼາຍພາກສ່ວນອ້ອມຂ້າງນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ. ການຝຶກອົມຮົມກຳມະການຕັດສິນຄັ້ງນີ້ ແມ່ນດຳເນີນເປັນເວລາ 4 ວັນ ລະຫວ່າງວັນທີ 9-12 ມີນາ 2022 ກໍສໍຳເລັດຕາມລະດັບຄາດໝາຍ ທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆໃຫ້ກັບກໍຳມະການຕັດສິນຂອງນະຄອນຫຼວງວຽງຈັນ ທັງໝົດ 29 ທ່ານ, ຍິງ 3 ທ່ານ ກ່ອນຈະລົງຕັດສິນໃນການແຂ່ງຂັນເຕະບານ ລາວລີກ 2 ຂອງນະຄອນຫຼວງວຽງຈັນ ທີ່ຄາດວ່າຈະເປີດສາກຂຶ້ນໃນທ້າຍເດືອນມີນານີ້.

ໂດຍສຳມະກອນທີ່ເຂົ້າຮ່ວມແມ່ນໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາ ທີ່ສະຫະພັນກິລາບານເຕະສາກົນ ຫຼື ຟີຟາ ປັບປຸງໃໝ່ ພ້ອມດຽວກັນນັ້ນຍັງໄດ້ມີການທົດສອບພະລະກຳລັງອີກດ້ວຍ.

ສຳລັບການແຂ່ງຂັນເຕະບານລາວລີກ 2 ຂອງນະຄອນຫຼວງວຽງຈັນ ປະຈຳປີ 2022 ມີທັງໝົດ 10 ສະໂມສອນ ເຂົ້າຮ່ວມແຂ່ງຂັນ ປະກອບມີ: ສະໂມສອນ ໄອສະປອດ ເອັບຊີ, ສະໂມສອນ ເມືອງຫາດ ຢູໄນເຕັດ, ສະໂມສອນ ເອັດອີຊີ ຢູໄນເຕັດ, ສະໂມສອນ ແຄນລາວ ເອັບຊີ, ສະໂມສອນ ທຣີນິຕີ ເອັບຊີ, ສະໂມສອນ ກະຊວງສາທາລະນະສຸກ ເອັບຊີ, ສະໂມສອນ ເອັດທີທີ ເອັບຊີ, ສະໂມສອນ HBT 941 ເອັບຊີ, ສະໂມສອນ ວຽງຈັນ ເອັບທີ ແລະ ສະໂມສອນ ເຄພີເອັດ ເອັບຊີ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here