ມອບ-ຮັບ ເງິນອັດຊີດໃຫ້ນັກກິລາບານເຕະທີມຊາດລາວ U23

0
927

ພິທີມອບຮັບ ເງິນອັດຊີດ ໃຫ້ນັກກິລາບານເຕະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ອັນດັບ 3 ຮ່ວມກັບ ທີມຊາດຕີມໍ ເລສເຕ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ຢູ່ທີ່ປະເທດກຳປູເຈຍເມື່ອວັນທີ 14 ມີນາ 2022 ຢູ່ທີ່ໂຮງແຮມແລນມາກ ໄດ້ມີພິທີມອບເງິນລາງວັນອັດສີດໃຫ້ກັບນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ສ້າງຜົນງານໄດ້ໂດດເດັ່ນຜ່ານເຂົ້າສູ່ຮອບຮອງຊະນະເລີດ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ຢູ່ທີ່ປະເທດກຳປູເຈຍ ໃຫ້ກຽດມອບເງິນໂດຍ ທ່ານ ນາງ ພິຈິກາ ບຸນກວ້າງ, ພ້ອມດ້ວຍຜູ້ສະຫນັບສະຫນູນຕ່າງໆ,

ຕາງໜ້າຝ່າຍຮັບ ບຸນພະຈັນ ບຸນກອງ ຫົວຫນ້າທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ

ການສະຫນັບສະຫນູນຄັ້ງນີ້ແມ່ນລວບລວມຫລາຍບໍລິສັດຮ້າງຮ້ານຕ່າງໆລວມມູນຄ່າ 100.000.000 ກີບ ເປັນຕົ້ນ ບໍລິສັດ ບຸນມາສີແສງຄຳອາສັງຫາລິມະຊັບ ຈຳກັດຜູ້ດຽວ 20.000.000 ກີບ,

ບໍລິສັດ VND ຈຳກັດ ແລະ ຮ້ານດາວິນາ ດີຊາຍ ເຟີນີເຈີ ພາກສ່ວນລະ 5.000.000 ກີບ.

ຮູບພາບ: Cr Arts Lao Style

ຂ່າວ: Lao Football News ຂ່າວສານບານເຕະລາວ

LEAVE A REPLY

Please enter your comment!
Please enter your name here