ມອບ-ຮັບ ສອງບ້ານ ເມືອງໄຊພູທອງ ໄປຂຶ້ນກັບເມືອງສອງຄອນ.

0
677

ພິທີມອບ-ຮັບ ບ້ານນາດູ່ ແລະ ບ້ານນາຈານ ຂອງເມືອງໄຊພູທອງ ໄປຂຶ້ນກັບການການຄຸ້ມຄອງຂອງອົງການປົກຄອງເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນໍາວຽກງານເສດຖະກິດ ໂດຍການເປັນປະທານຮ່ວມຂອງ ທ່ານ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ ແລະ ທ່ານ ລໍາຄູນ ວໍລະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສອງຄອນ ແລະ ພະແນກການອ້ອມຂ້າງແຂວງ, ມີຄະນະກຳມະການທັງສອງເມືອງ, ຄະນະພັກ-ອໍານາດການປົກຄອງ ແລະ ເຖົ້າແກ່ແນວໂຮມ ພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ.

ໃນພິທີຄັ້ງນີ້, ທ່ານ ຈິນດາວັນ ບຸດລາສີ ຫົວໜ້າພະແນກພາຍໃນແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 326/ຈຂ.ສຂ, ລົງວັນທີ 11 ກຸມພາ 2022 ວ່າດ້ວຍ ຮັບຮອງເອົາການກຳນົດເຂດແດນບ້ານນາດູ່ ແລະ ບ້ານນາຈານ ເມືອງໄຊພູທອງ ໄປຂຶ້ນກັບການຄຸ້ມຄອງຂອງເມືອງສອງຄອນ ແລະ ກຳນົດເຂດເຊື່ອມຕໍ່ໃໝ່ຂອງເມືອງໄຊພູທອງ ແລະ ເມືອງສອງຄອນ ແຂວງສະຫວັນເຂດ, ຈາກນັ້ນ ທ່ານເຈົ້າເມືອງໄຊພູທອງ ກໍໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການຫ້າງຫາກະກຽມໃນການຮັບຮອງເອົາການກຳນົດເຂດແດນບ້ານນາດູ່ – ບ້ານນາຈານ ເມືອງໄຊພູທອງ ໄປຂຶ້ນກັບການປົກຄອງເມືອງສອງຄອນ ແລະ ກຳນົດຈຸດເຂດແດນເຊື່ອມຕໍ່ໃໝ່ຂອງເມືອງໄຊພູທອງ ແລະ ເມືອງສອງຄອນ ແຂວງສະຫວັນນະເຂດ ຕາມການສະເໜີຂອງອົງການປົກຄອງແຂວງ, ບ້ານນາດູ່ ແລະ ບ້ານນາຈານ ແມ່ນເປັນບ້ານໜຶ່ງທີ່ຕິດຈອດກັນຕັ້ງຢູ່ທາງທິດໃຕ້ຂອງເມືອງໄຊພູທອງ ມີເນື້ອທີ່ລວມທັງໝົດ 1.670,82 ເຮັກຕາ, ບ້ານນາຈານມີີເນື້ອທີ່ 1.245,96 ເຮັກຕາ ແລະ ບ້ານາດູ່ ມີເນື້ອທີ່ 424,86 ເຮັກຕາ ໄລຍະຫ່າງຈາກເທດສະບານເມືອງໄຊພູທອງປະມານ 35 ກິໂລແມັດ ແລະ ໄລຍະຫ່າງຈາກເມືອງສອງຄອນປະມານ 7 ກິໂລແມັດ ມີເຂດແດນຈອດກັບບັນດາບ້ານຕ່າງໆຂອງເມືອງສອງຄອນ ທີ່ເຫັນວ່າມີຄວາມເໝາະສົມໃນການປະສານວຽກງານອື່ນໆ.

ພ້ອມດຽວກັນນັ້ນ ກໍເພື່ອສ້າງເງື່ອນໄຂໃຫ້ທັງສອງບ້ານມີຄວາມສະດວກສະບາຍຂຶ້ນກວ່າເກົ່າໃນການປະສານວຽກງານ.ຈາກນັ້ນ, ກໍໄດ້ມີິິພິທີເຊັນບົດບັນທຶກມອບ-ໂອນບ້ານນາຈານ ແລະ ບ້ານນາດູ່ ເມືອງໄຊພູທອງ ໄປຂຶ້ນກັບການຄຸ້ມຄອງຂອງເມືອງສອງຄອນ ແຂວງສະຫວັນນະເຂດ ຕ່າງໜ້າອໍານາດການປົກຄອງ ເມືອງໄຊພູທອງ ທ່ານ ແສງທອງ ວັງແກ້ວມະນີ ແລະ ຕາງໜ້າຄະນະອໍານາດການປົກຄອງເມືອງສອງຄອນ ທ່ານ ລໍາຄຸນ ວໍລະວົງ ແລະ ຄະນະກຳມະການແກ້ໄຂເຂດເຊື່ອມຕໍ່ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍການເປັນສັກຂີພິຍານຂອງ ທ່ານຮອງເຈົ້າແຂວງສະຫວັນນເຂດ ພ້ອມດ້ວຍຫົວໜ້າພະແນກການຕ່າງໆຂອງແຂວງ ແລະ ຄະນະພັກຄະນະນຳເມືອງໄຊພູທອງ ແລະ ເມືອງສອງຄອນ ພ້ອມດ້ວຍເລຂາ-ນາຍບ້ານ, ພໍ່ແມ່ປະຊາຊົນ ທັງສອງບ້ານເຂົ້າຮ່ວມໃນການມອບ-ໂອນ ໄປຂຶ້ນກັບການຄຸ້ມຄອງຂອງເມືອງສອນຄອນ ແຂວງສະຫວັນນະເຂດ; ໃນຕອນທ້າຍ, ທ່ານຮອງເຈົ້າແຂວງສະຫວັນນເຂດກໍໄດ້ຂຶ້ນມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວອີກດ້ວຍ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here