ເຜີຍແຜ່ ຍຸດທະສາດຂອງອີຢູ ຕໍ່ການຮ່ວມມືໃນພາກພື້ນ ອິນໂດ-ປາຊີຟິກ

0
953

ໃນວັນທີ 17 ມີນາ 2022 ນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ສໍານັກງານສະຫະພາບເອີຣົບ ປະຈໍາ ສປປ ລາວ ຈັດສໍາມະນາ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ພາຍໃຕ້ຫົວຂໍ້: “ຍຸດທະສາດຂອງອີຢູ ຕໍ່ການຮ່ວມມືໃນພາກພື້ນ ອິນໂດ-ປາຊີຟິກ” ຫລື “EU Strategy for Cooperation in the Indo-Pacific” ໂດຍມີ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ Ina MARCIULIONYTE, ເອກອັກຄະລັດຖະທູດແຫ່ງສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການ ກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດສຳມະນາຄັ້ງນີ້ ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ໃຫ້ແກ່ ສປປ ລາວ ໃນການກໍານົດຍຸດທະສາດຂອງ ອີຢູ ຕໍ່ ພາກພື້ນ ອິນໂດ-ປາຊີຟິກ ເຊິ່ງຍຸດທະສາດດັ່ງກ່າວ ໄດ້ເນັ້ນໜັກໃສ່ການສົ່ງເສີມການລົງທຶນລະຫວ່າງ ອີຢູ ກັບບັນດາປະເທດໃນພາກພື້ນ ອິນໂດ-ປາຊີຟິກ, ການເຊື່ອມໂຍງເຊື່ອມຈອດ, ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນການແກ້ໄຂບັນຫາທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະ ການປ່ຽນແປງຂອງສະພາບດິນຟ້າອາກາດ, ນອກຈາກນີ້, ກໍເພື່ອເປີດໂອກາດໃຫ້ຝ່າຍ ລາວ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນ ໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ, ທັງເປັນການສືບຕໍ່ສົ່ງເສີມ ການຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ປະກົດຜົນເປັນຈິງ ແລະ ນໍາເອົາຜົນປະໂຫຍດສູງສຸດມາໃຫ້ແກ່ປະຊາຊົນລາວ ແລະ ອີຢູ.

ໃນໄລຍະຜ່ານມາ, ສະຫະພາບເອີຣົບ ເປັນອົງການໜຶ່ງທີ່ມີບົດບາດສໍາຄັນ ໃນການສະໜອງດ້ານທຶນຮອນ ເພື່ອຊ່ວຍເຫລືອແກ່ ສປປ ລາວ ໃນການປັບປຸງຄຸນນະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຄວາມອາດສາມາດ ແລະ ໃຫ້ ການຊ່ວຍເຫລືອ ສປປ ລາວ ໃນການຮັບມືກັບການແພ່ລະບາດຂອງເຊື້ອພະຍາດ ໂຄວິດ-19.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here