ກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ (LDC5 Part 1)

0
1307

ໃນວັນທີ 17 ມີນາ 2022, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ (LDC5 Part 1) ຂຶ້ນທີ່ ສໍານັກງານໃຫຍ່ອົງການ ສປຊ ທີ່ ນິວຢອກ ໂດຍການເປັນປະທານຂອງ ທ່ານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ຂອງ ກາຕາ ໂດຍມີ ທ່ານ ເລຂາທິການໃຫຍ່ອົງການ ສປຊ ແລະ ທ່ານ ປະທານາທິບໍດີ ມາລາວີ, ປະທານກຸ່ມປະເທດດ້ອຍພັດທະນາ ເຂົ້າຮ່ວມກ່າວເປີດກອງປະຊຸມ. ກອງປະຊຸມພາກທີໜຶ່ງນີ້ ໄດ້ຮັບຮອງເອົາ ແຜນປະຕິບັດງານ ໂດຮາ ສຳລັບປະເທດດ້ອຍພັດທະນາ (Doha Programme of Action for LDCs) ສໍາລັບ 1 ທົດສະວັດ ໃນຕໍ່ຫນ້າ (2022-2031) ແລະ ເປັນເອກະສານພື້ນຖານ ທີ່ມີເນື້ອໃນຄົບຖ້ວນກວມເອົາ 6 ຂົງເຂດວຽກງານບຸລິມະສິດ ຄື:

  1. ການລົງທຶນສໍາລັບປະຊາຊົນຢູ່ໃນປະເທດ LDCs: ການລຶບລ້າງຄວາມທຸກຍາກ ແລະ ການສ້າງຂີດຄວາມສາມາດ ເພື່ອພ້ອມກັນກ້າວໄປ;
  2. ຍົກລະດັບວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຮັບມືກັບຄວາມບອບບາງໃນຫຼາຍມິຕິ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ;
  3. ສະໜັບສະໜູນການປັບໂຄງສ້າງດ້ານເສດຖະກິດ ເພື່ອຂັບເຄື່ອນໃຫ້ເກີດຄວາມຈະເລີນຮຸ່ງເຮືອງ;
  4. ເພີ່ມທະວີການຄ້າສາກົນ ແລະ ການເຊື່ອມໂຍງກັບພາກພື້ນ;
  5. ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຟື້ນຟູຈາກການລະບາດຂອງພະຍາດໂຄວິດ-19 ແລະ ການສ້າງຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບຜົນກະທົບຈາກພາຍນອກ ໃນອະນາຄົດ;
  6. ລະດົມຄວາມສາມັກຄີສາກົນ, ການເປັນຄູ່ຮ່ວມມືສາກົນທີ່ເຂັ້ມແຂງ, ເຄື່ອງມື ແລະ ກົນໄກທີ່ປະດິດສ້າງ ເພື່ອການພັດທະນາແບບຍືນຍົງ ໂດຍຄຳນຶງເຖິງຄວາມສ່ຽງ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ຢ່າງຍືນຍົງ.

ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ທີ່ປະຊຸມວ່າ “ການຮັບຮອງເອົາແຜນປະຕິບັດງານ ໂດຮາ ໃນມື້ນີ້ ເປັນຂີດຫມາຍສໍາຄັນສໍາລັບວົງຄະນາຍາດສາກົນ, ທັງເປັນການຢໍ້າຄືນເຖິງຄວາມຫມາຍຫມັ້ນ ໃນການບໍ່ປ່ອຍປະຜູ້ໃດໄວ້ຢູ່ເບື້ອງຫລັງ”, ພ້ອມທັງ ສະແດງຄວາມໝາຍໝັ້ນຂອງ ສປປ ລາວ ໃນການກະ ກຽມຄວາມພ້ອມຮອບດ້ານເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ເຊິ່ງປັດຈຸບັນ ແມ່ນພວມຢູ່ໃນຂັ້ນຕອນ ຂອງການສ້າງແຜນຍຸດທະສາດເພື່ອຂ້າມຜ່ານກະກຽມໃຫ້ແກ່ການຫຼຸດພົ້ນ ເຊິ່ງຈະສືບຕໍ່ສຸມໃສ່ວຽກງານຫຼຸດຜ່ອນຄວາມທຸກຍາກ ເປັນບູລິມະສິດ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສາກົນ. ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນຂະບວນການກະກຽມ ຈົນສາມາດຮັບຮອງເອົາແຜນປະຕິບັດງານທີ່ມີຄວາມຫມາຍສໍາຄັນນີ້.

ທ່ານ ຍັງໄດ້ເນັ້ນຕື່ມວ່າ ການຫຼຸດພົ້້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ແມ່ນເປົ້າຫມາຍສຸດທ້າຍ ເພາະຕ້ອງໄດ້ຄໍານຶງເຖິງ ຄຸນນະພາບ ແລະ ຄວາມຢືນຍົງ ດ້ານການພັດທະນາ ເພ່ືອຮັບປະກັນວ່າ ບັນດາປະເທດທີ່ສາມາດຫລຸດພົ້ນແລ້ວນັ້ນ ຈະບໍ່ກັບຄືນໄປຢູ່ໃນສະຖານະພາບດ້ອຍພັດທະນາຄືເກົ່າ. ດັ່ງນັ້ນ, ການສືບຕໍ່ໄດ້ຮັບການສະຫນັບສະຫນູນຈາກວົງຄະນາຍາດສາກົນ, ລວມທັງ ອົງການເຄືອຂ່າຍ ສປຊ, ສະຖາບັນການເງິນສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ແມ່ນມີຄວາມຈໍາເປັນຍິ່ງ.

ຂໍ້ມູນຈາກ: Permanent Mission of the Lao PDR to the United Nations

LEAVE A REPLY

Please enter your comment!
Please enter your name here