ແມ່ຕູ້ 80 ປີ ເສບ ແລະ ຂາຍຢາເສບຕິດ ຖືກກັກຕົວພ້ອມຂອງກາງ

0
4561

ໃນວັນທີ 17 ມີນາ 2022, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງອະນຸວົງ ໃຫ້ຮູ້ວ່າ: ໃນວັນທີ 1 ມີນາ 2022 ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີ ຢູ່ເຂດບ້ານທົ່ງຮັກ ເມືອງອະນຸວົງ ແຂວງໄຊສົມບູນ ມີການເຄື່ອນໄຫວຄ້າຢາເສບຕິດ ປະເພດຢາບ້າ. ຫຼັງຈາກນັ້ນ, ກອງບັນຊາການ ປກສ ເມືອງອະນຸວົງ ຈິ່ງໄດ້ງແຕ່ງຕັ້ງໃຫ້ເຈົ້າໜ້າທີ່ວິຊາສະເພາະລົງກວດກາ ແລະ ພິສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງແທ້.

ມາຮອດວັນທີ 3 ມີນາ 2022 ເຈົ້າໜ້າທີ່ຈິ່ງຈັບຕົວເປົ້າໝາຍໄດ້ 2 ຄົນ ຄື: ນາງໄມທໍ່ຢ່າງ ອາຍຸ 80 ປີ ແລະ ທ້າວ ບົວເຮີຊົງ ອາຍຸ 56 ປີ, ໄດ້ກວດສອບ ນາງ ໄມທໍ່ຢ່າງ ພົບເຫັນຢາບ້າ 155 ເມັດ ແລະ ອີກ 260 ເມັດ ຜູ້ກ່ຽວໄດ້ເຊື່ອງມ້ຽນເລົ່າເຂົ້າ.

ຜ່ານການສືບສວນຂອງເຈົ້າໜ້າທີ່ ນາງໄມທໍ່ຢ່າງ ໄດ້ຮັບສາລະພາບວ່າ ຕົນເອງໄດ້ເລີ່ມເສບຢາຝິນມາແຕ່ປີ 2001 ເປັນຕົ້ນມາ, ຕົກມາຮອດປີ 2019 ຈິ່ງໄດ້ເລີ່ມເສບຢາບ້າເປັນຈຳນວນ 6-8 ເມັດຕໍ່ມື້ ຢາທີ່ນຳມາເສບແຕ່ລະຄັ້ງແມ່ນນຳມາຈາກນາງອີໂລຄ້າງ ຄັ້ງລະ 5-10ເມັດ ໂດຍທີ່ບໍ່ໄດ້ຊື້ເພາະເປັນເອື້ຍນ້ອງກັນ. ຫຼັງຈາກນາງອີໂລຄ້າງ ຖືກເຈົ້າໜ້າທີ່ຈັບຕົວ ຕົນຈິ່ງໄດ້ຕິດຕໍ່ພົວພັນຊື້ຢາບ້ານຳທ້າວເມກື້ ຢູ່ບ້ານນໍ້າຍອນ, ເມືອງອະນຸວົງ, ແຂວງໄຊສົມບູນ ໃນຈຳນວນຫຼາຍຄັ້ງ ຕົນໄດ້ຊື້ຄັ້ງລະ 1 ຖົງ ໃນລາຄາ 400,000 ກີບ.

ຈົນຕົກມາຮອດເດືອນກຸມພາ 2022, ທ້າວເມເກີ້ ໄດ້ເອົາຢາບ້າມາໃຫ້ຕົນເສບຈຳນວນ 20 ເມັດ ແລະ ອີກ 2 ຖົງໃຫ້ຕົນເປັນຄົນຂາຍ ໃນລາຄາເມັດລະ 10.000 ກີບ ຕົກມາຮອດວັນທີ 3 ມີນາ 2022 ຕົນຈິ່ງຖືກເຈົ້າໜ້າທີ່ກັກໂຕໄດ້.

ຫຼັງການສອບສວນ ເຫັນວ່ານາງໄມທໍ່ຢ່າງ ມີສັບປະສັນຍະສົມບູນ ແລະ ເຈດຕະນາຄ້າຂາຍຢາບ້າ.

ປັດຈຸບັນເຈົ້າໜ້າທີ່ກຳລັງສະຫຼຸບຜົນສຳນວນຄະດີ ແລະ ສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການມາຮັບໂທດຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງໄຊສົມບູນ

LEAVE A REPLY

Please enter your comment!
Please enter your name here