ການບັນລຸຄວາມສະເໜີພາບ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກ

0
670

ກອງປະຊຸມຄະນະກຳມາທິການ ວ່າດ້ວຍ ສະຖານະພາບຂອງແມ່ຍິງ ສປຊ ສະໄໝທີ 66 ພາຍໃຕ້ຫົວຂໍ້: “ການບັນລຸຄວາມສະເໜີພາບ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກທັງໝົດ ພາຍໃຕ້ແຜນງານໂຄງການ ແລະ ນະໂຍບາຍການຫຼຸດຜ່ອນຄວາມສ່ຽງດ້ານໄພພິບັດ, ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ” ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14-25 ມີນາ 2022 ທີ່ ສຳນັກງານໃຫ່ຍ ອົງການ ສປຊ ທີ່ ນິວຢອກ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ອິນລະວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ກ່າວບົດປະກອບຄຳເຫັນ ໂດຍຜ່ານການບັນທຶກວີດີໂອ, ຊຶ່ງໄດ້ຢໍ້າຄືນເຖິງຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການສືບຕໍ່ສົ່ງເສີມບົດບາດຂອງແມ່ຍິງ ເພື່ອມີສ່ວນຮ່ວມຢ່າງເຕັມສ່ວນໃນທຸກຂົງເຂດວຽກງານ ລວມທັງ ການແກ້ໄຂບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ການຫຼຸດຜ່ອນຄວາມສ່ຽງດ້ານໄພພິບັດ ໂດຍການເຊື່ອມສານວຽກງານດັ່ງກ່າວ ເຂົ້າໃນນະໂຍບາຍ, ແຜນຍຸດທະສາດ, ໂຄງການສະເພາະຂອງຂະແໜງການທີ່ກ່ຽວຂ້ອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ.

ນອກນັ້ນ, ສປປ ລາວ ຍັງໄດ້ປັບປຸງຂົງເຂດນິຕິກຳທີ່ກ່ຽວຂ້ອງຫຼາຍສະບັບ ເພື່ອເປັນພື້ນຖານທີ່ເອື້ອຍອຳນວຍ ໃຫ້ແມ່ຍິງສາມາດປະກອບສ່ວນເຂົ້າໃນວຽກງານການຄຸ້ມຄອງໄພພິບັດ, ການປ່ຽນແປງດິນຟ້າອາກາດ, ການເຕີບໂຕສີຂຽວ ແລະ ການປົກປັກຮັກສາສິ່ງແວດລ້ອມ, ທັງໝົດແມ່ນແນໃສ່ເພື່ອສົ່ງເສີມ, ປົກປ້ອງສິດທິ ແລະ ຍົກສູງບົດບາດຂອງແມ່ຍິງ ແລະ ການມີສ່ວນຮ່ວມໃນວຽກງານສໍາຄັນຕ່າງໆຂອງຊາດ ລວມທັງ ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ແຫຼ່ງຂໍ້ມູນ: Permanent Mission of the Lao PDR to the United Nations

LEAVE A REPLY

Please enter your comment!
Please enter your name here