ຮອງລັດຖະມົນຕີກະຊວງການເງິນ ຊຸກຍູ້ການຜັນຂະຫຍາຍ ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ

0
1372

ໃນວັນທີ 23 ມີນາ 2022 ນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2022 ຢູ່ນະຄອນຫລວງວຽງຈັນ(ນວ) ໂດຍມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີຫົວໜ້າກົມ-ຮອງກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ, ຫົວໜ້າ-ຮອງຫົວໜ້າພະແນກກການເງິນ, ຫົວໜ້າ 3 ຂະແໜງສາຍຕັັ້ງປະຈໍານະຄອນຫລວງວຽງຈັນ ແລະ ພະນັກງານຫລັກແຫລ່ງຂອງຂະແໜງການເງິນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສີລິລາດ ທົງສິນທອງເພັງ ຫົວໜ້າພະແນກການເງິນນະຄອນ ຫລວງວຽງຈັນ ໄດ້ລາຍງານສະພາບໂດຍລວມກ່ຽວກັບ ການຈັດຕັ້ງຜັນຂະຫຍາຍໂດຍອີງໃສ່ມະຕິຂອງສະພາແຫ່ງຊາດຊຸດທີ IX, ມະຕິຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ນະຄອນຫລວງວຽງຈັນໄດ້ອອກຂໍ້ຕົກລົງ ວ່າດ້ວຍການຮັບ ຮອງ ແລະ ແບ່ງຄວາມຮັບຜິດຊອບຈັດຕັັ້ງປະຕິບັດ ແຜນຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນຂອງນະຄອນ ຫລວງວຽງຈັນ, ພ້ອມທັງໄດ້ແຕ່ງຕັັ້ງຄະນະຮັບຜິດຊອບການຈັດຕັັ້ງປະຕິບັດມາດຕະການວຽກຈຸດສຸມຂອງຂະແໜງການເງິນ, ໃນແຜນຜັນຂະຫຍາຍວາລະແຫ່ງຊາດຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໂດຍມອບໃຫ້ບັນດາຂະແໜງການ ແລະສາມຂະແໜງສາຍຕັັ້ງຜັນຂະຫຍາຍ ໃຫ້ເປັນອັນລະອຽດ.

ຜ່ານການຈັດຕັັ້ງປະຕິບັດແຜນປີ 2022 ສາມາດສັງລວມການຈັດຕັັ້ງປະຕິບັດມາຮອດວັນທີ 22 ມີນາ 2022 ສາມາດປະຕິບັດລາຍຮັບໄດ້ທັງໝົດ 906,76 ຕື້ກີບເທົ່າກັບ 16,26% ຂອງແຜນການປີ. ໃນນີ້, ລາຍຮັບພູດສູນກາງປະຕິບັດໄດ້ 589,52 ຕື້ກີບ ເທົ່າກັບ 14,38% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ນວ ປະຕິບັດໄດ້ທັງໝົດ 317,24 ຕື້ກີບເທົ່າກັບ 21,49% ຂອງແຜນການປີ. ພ້ອມກັນນີ້, ກໍໄກ້ສຸມໃສ່ການປັບປຸງກົງຈັກການຈັດຕັ້ງ, ຂຸດຄົ້ນແຫລ່ງລາຍຮັບທີ່ເປັນທ່າແຮງບົ່ມຊ້ອນໃນການເກັບລາຍຮັບ, ຜັນຂະຫຍາຍວຽກງານການຂະຫຍາຍຖານລາຍຮັບສ່ວຍສາອາກອນ ແລະ ຂະຫຍາຍລະບົບ TaxRIS, ຫັນຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ,ດຳເນີນການວຽກແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ຄຸ້ມຄອງພະຫະນະລັດບໍລິຫານ, ເຂັ້ມງວດການອັດຊ່ອງວ່າງການຮົ່ວໄຫລຂອງລາຍຮັບ ຈາກການນໍາເຂົ້າສິນຄ້າປະເພດເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ການອັດຊ່ອງວ່າງການຮົ່ວໄຫລຂອງລາຍຮັບຈາກການ ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຊຸກຍູ້ສົ່ງເສີມອໍານວຍຄວາມສະດວກດ້ານພາສີ-ອາກອນ ຕໍ່ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງຕາມຄໍາແນະນໍາຂອງກະຊວງການເງິນສະບັບເລກທີ 4490/ກງ ແລະ ຕາມແຈ້ງການຂອງກະຊວງການເງິນສະບັບເລກທີ 4491/ກງ ຕື່ມອີກ.

ພ້ອມນີ້, ຍັງໄດ້ຮັບຟັງການປະກອບຄຳເຫັນຈາກ ຫົວໜ້າກົມຕ່າງໆທີ່ມາຈາກກະຊວງການເງິນ ໂດຍຍົກໃຫ້ເຫັນແບບແຜນ, ວີທີການ, ມາດຕະການການຈັດເກັບລາຍຮັບທີ່ຈະເປັນບ່ອນອີງ ແນໃສ່ການແກ້ໄຂບັນຫາຂໍ້ຄົງຄ້າງໃນປີຜ່ານມາ ແລະ ຖືເອົາບັນຫາກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດ ໃນການແກ້ໄຂຄວາມຫຸ້ຍງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2022 ສອດຄ່ອງກັບເງື່ອນໄຂທ່າແຮງບົ່ມຊ້ອນໃນດ້ານຕ່າງໆ.

ໂອກາດນີ້, ທ່ານ ບຸນເຫລືອ ສິນໄຊວໍລະວົງ ແລະ ທ່ານ ພູຂົງ ບັນນະວົງ ກໍໄດ້ຮ່ວມບົດບັນທຶກກ່ຽວກັບ ບັນດາມາດຕະການຊຸກຍູ້ການຈັດຕັັ້ງປະຕິບັດວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປີ 2022 ແລະ ການປັບປຸງກົງຈັກການຈັດຕັັ້ງຂອງຂະແໜງການເງິນຂັັ້ນທ້ອງຖິິ່ນຂອງນະຄອນຫລວງວຽງຈັນ ໂດຍມີບັນດາຫົວໜ້າກົມ-ຮອງກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ, ຫົວໜ້າ-ຮອງຫົວໜ້າພະແນກກການເງິນ, ຫົວໜ້າ 3 ຂະແໜງສາຍຕັັ້ງປະຈໍານະຄອນຫລວງວຽງຈັນ ເຂົ້າຮ່ວມ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here