ຮອງປະທານສະພາແຫ່ງຊາດ ຕິດຕາມກວດກາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

0
1468

ຮອງປະທານສະພາແຫ່ງຊາດ ຕິດຕາມກວດກາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ

ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ແລະ ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ເມືອງນາໝໍ້, ເມືອງໄຊ ແລະ ເມືອງງາ ແຂວງອຸດົມໄຊ ໃນວັນທີ 28-29 ມີນາ ຜ່ານມາ ໂດຍການຕ້ອນຮັບຂອງ ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ.ໂອກາດດັ່ງກ່າວ, ທ່ານ ຄຳດີ ວົງລ້ອມ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ວ່າ: ແລວທາງລົດໄຟທີ່ຜ່ານແຂວງອຸດົມໄຊ ມີລວງຍາວທັງໝົດ 126,6 ກມ ໃນນັ້ນ ກວມເອົາ 3 ສັນຍາ ຄື:

ສັນຍາທີ 1: ມີຄວາມຍາວ 35,10 ກິໂລແມັດ ເລີ່ມແຕ່ ກິໂລແມັດ 16+900 ຫາ ກິໂລແມັດ 52+000; ສັນຍາທີ 2: ມີຄວາມຍາວ 67 ກິໂລແມັດ ເລີ່ມແຕ່ ກິໂລແມັດ 52+000 ຫາ ກິໂລແມັດ 119+000; ສັນຍາທີ 3: ມີຄວາມຍາວ 24,5 ກິໂລແມັດ ເລີ່ມແຕ່ກຸ່ມ 119+000 ຫາ ກິໂລແມັດ 143+500; ຂົວມີ 60 ແຫ່ງ ມີຄວາມຍາວກວ່າ 12 ກິໂລແມັດ, ມີອຸໂມງ 32 ຈຸດ, ມີຄວາມຍາວທັງໝົດ 87,196 ກິໂລແມັດ, ມີສະຖານີ 9 ຈຸດ ໃນນີ້, ຢູ່ເມືອງນາໝໍ້ 2 ຈຸດ, ຢູ່ເມືອງໄຊ 3 ຈຸດ ແລະ ເມືອງງາ 4 ຈຸດ ແຕ່ແຜນການເບື້ອງຕົ້ນແມ່ນຈະກໍ່ສ້າງພຽງ 3 ຈຸດ ຄື: ສະຖານີໂດຍສານເມືອງນາໝໍ້, ສະຖານີໂດຍສານ-ສິນຄ້າ ເມືອງໄຊ ແລະ ສະຖານີເມືອງງາ.ແລວທາງ ແລະ ສະຖານນີລົດໄຟ ຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ຖືກຜົນກະທົບຢູ່ໃນ 3 ເມືອງ 39 ບ້ານ ຄື: ເມືອງນາໝໍ້ ມີ 12 ບ້ານ; ເມືອງໄຊ ມີ 14 ບ້ານ ແລະ ເມືອງງາ ມີ 13 ບ້ານ; ການໄກ່ເກ່ຍເກັບກໍາຂໍ້ມູນມາເຖິງປັດຈຸບັນມີຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ 1.541 ຄອບຄົວ ມີເນື້ອທີ່ຜົນກະທົບທັງໝົດ 439,61 ເຮັກຕາ, ແບ່ງອອກເປັນ ດິນປຸກສ້າງ 13,01 ເຮັກຕາ, ດິນນາ 143,9 ເຮັກຕາ, ດິນສວນ 268,5 ເຮັກຕາ ແລະ ດິນໜອງປາ 14,2 ເຮັກຕາ, ຜົນລະປູກ 157.564 ຕົ້ນ;

ນອກຈາກນີ້, ຍັງມີຜົນກະທົບຖືກເຮືອນປະຊາຊົນ 107 ຫຼັງ, ໂຮງຮຽນປະຖົມ-ມັດທະຍົມສົມບູນ 1 ຫຼັງ, ຫົວງານນໍ້າລິນ 6 ແຫ່ງ, ຄອງເໝືອງ-ຝາຍ ຈໍານວນ 48 ຈຸດ, ປ່າຊ້າ 2 ບ່ອນ ແລະ ຫຼຸມຝັງສົບ 13 ບ່ອນ.ສຳລັບການຈ່າຍເງິນຄ່າຊົດເຊີຍ ແລະ ເວນຄືນຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາມາດເບີກຈ່າຍຄ່າຊົດເຊີຍແລ້ວ ຈຳນວນ 7 ຄັ້ງ ລວມເປັນມູນຄ່າ 183.430.051.688 ກີບ ເທົ່າກັບ 72,48% ຂອງມູນຄ່າທັງໝົດ (ມູນຄ່າທັງໝົດ 253.063.454.748 ກີບ), ສ່ວນທີ່ຍັງຄ້າງຈໍານວນ 69.633.403.060 ກີບ ແມ່ນຜົນກະທົບທາງອ້ອມ ເປັນຕົ້ນແມ່ນຜົນກະທົບທາງຮ່ອມເຂົ້າຫາຈຸດກໍ່ສ້າງ ແລະ ຈຸດຕັ້ງແຄັມຂອງບໍລິສັດຜູ້ຮັບເໝົາ.ນອກຈາກການຈ່າຍຊົດເຊີຍທົດແທນ ທີ່ໄດ້ຮັບການອະນຸມັດດັ່ງທີ່ກ່າວມາຂ້າງເທິງຈາກລັດຖະ ບານແລ້ວ, ທາງແຂວງອຸດົມໄຊ ກໍໄດ້ຄົ້ນຄວ້າຈ່າຍເງິນສຸກເສີນຄ່າເຂົ້ານາປີທີ່ບໍ່ໄດ້ທໍາການຜະລິດ ສົກປີ 2018 ຈຳນວນ 2.245.597.200 ກີບ ດ້ວຍການຢືມເງິນໂຄງການກໍ່ສ້າງໂຮງຮຽນປະຖົມ-ມັດທະຍົມສົມບູນ ບ້ານຫ້ວຍຂູມ (ແຫ່ງໃໝ່) ຈ່າຍກ່ອນພາຍຫຼັງໄດ້ຮັບເງິນຊົດເຊີຍແລ້ວ ຈຶ່ງຫັກແທນຄືນເງິນບ້ວງດັ່ງກ່າວ.ຈາກນັ້ນ, ຄະນະໄດ້ເດີນທາງໄປສະຖານທີ່ຕົວຈິງ ເປັນຕົ້ນທີ່ດິນປຸກສ້າງ, ບ້ານຈັດສັນ ແລະ ທີ່ດິນທຳການຜະລິດຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ ພ້ອມທັງຟັງການລາຍງານຜົນກະທົບຈາກການນຳຂັ້ນເມືອງ ແລະ ປະຊາຊົນທີ່ຖືກຜົນກະທົບຕົວຈິງຂອງທັງສາມເມືອງ.

(ຂ່າວ-ພາບ: ກົງທະນູຄຳ ພິພັດເສລີ)

LEAVE A REPLY

Please enter your comment!
Please enter your name here