ຈັດຕັ້ງ ແລະ ເລື່ອນຂັ້ນພະນັກງານໄອຍະການປະຊາຊົນທົ່ວປະເທດ

0
2342

ອອປສ ປະກາດການຈັດຕັ້ງ ແລະ ເລື່ອນຂັ້ນພະນັກງານໄອຍະການປະຊາຊົນທົ່ວປະເທດ

ໃນວັນທີ 31 ມີນາ 2022 ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ປະກາດການເລື່ອນຂັ້ນພະນັກງານໄອຍະການປະຊາ ຊົນ ໃນຂອບເຂດທົ່ວປະເທດ ໂດຍການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າການໄອຍະການປະຊາຊົນສູງສຸດ, ມີ ບັນດາສະຫາຍຄະນະພັກ ຄະນະນຳ ແລະ ພາກສ່ວນກຽ່ວຂ້ອງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ໃນພິທີສະຫາຍ ສີອຳພອນ ຈັນລາຕີ ຕາງຫນ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 035/ປປລ, ລົງວັນທີ 17 ມີນາ 2022 ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຫົວໜ້າກົມແຜນການ ແລະ ຮ່ວມ ມືຕ່າງປະເທດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.

ຈາກນັ້ນ, ສະຫາຍ ຈັນທະບູນ ເພັງຄໍາໃສ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ ຕົກລົງວ່າດ້ວຍການເລື່ອນຂັ້ນພະນັກງານໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ຊຶ່ງມີພະນັກງານໄອຍະການປະຊາຊົນຂັ້ນ I ຈຳນວນ 15 ສະຫາຍ, ຂັ້ນ II ຈຳນວນ 8 ສະຫາຍ, ຂັ້ນ III ຈຳນວນ 73 ສະຫາຍ, ຍິງ 23 ສະຫາຍ, ຜູ້ຊ່ວຍພະນັກງານໄອຍະການປະຊາຊົນ 15 ສະ ຫາຍ, ຍິງ 4 ສະຫາຍ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ, ຮັກສາການຫົວໜ້າກົມ, ຫົວໜ້າພະ ແນກ, ຮອງພະແນກ ແລະ ສັບຊ້ອນ ບ່ອນປະຈໍາການ ຂອງພະ ນັກງານ ວິຊາການຈໍານວນໜຶ່ງ.

ໃນໂອກາດດັ່ງກ່າວ ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນໂອ້ລົມ ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນງານດ້ານດີ ທີ່ບັນດາສະຫາຍ ຊຶ່ງໄດ້ຮັບການປະກາດການຈັດ ຕັ້ງໃນຄັ້ງນີ້ ຍາດມາໄດ້. ການແຕ່ງຕັ້ງ, ສັບຊ້ອນຈັດວາງພະ ນັກງານ ໄປຮັບຫນ້າທີ່ ທີ່ມີກຽດ ທີ່ພັກ-ລັດ ແລະ ປະຊາ ຊົນ ມອບໝາຍໃຫ້, ເປັນວຽກງານປົກກະຕິ, ເປັນການຈັດຕັ້ງຜັນຂະຫາຍມະຕິຂອງພັກ, ແນວທາງການຈັດຕັ້ງຂອງພັກ, ຜົນສໍາເລັດຂອງກອງປະຊຸມໃຫຍ່ສະມາຊິກພັກອົງ ຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V ເຂົ້າສູ່ ວຽກງານໄອຍະການປະຊາຊົນ ເຮັດໃຫ້ອົງການໄອຍະການປະຊາຊົນ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ, ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນ ໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ວາງໄວ້.

ຂ່າວ ອອປສ

LEAVE A REPLY

Please enter your comment!
Please enter your name here