ພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບ ແລະ ຕະຫຼາດຈໍາໜາຍສິນຄ້າ ປະຈໍາປີ 2022

0
699

ຝຶກອົບຮົມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບແລະ ຕະຫຼາດຈໍາໜາຍສິນຄ້າ ປະຈໍາປີ 2022 ສາຂາອາຊີບຫັດຖະກໍາຕໍ່າຫູກທໍໄໝ

ວັນທີ 30 ມີນານີ້, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຈັດຊຸດເຝິກອົບຮົມໂຄງການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖິງການປະກອບອາຊີບ ແລະ ຫັດຖະກໍາຕໍ່າຫູກທໍໄໝ ຢູ່ບ້ານປຸ່ງນາໜູນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານກວດກາພັກ, ຫົວໜ້າກວດກາລັດເມືອງຫ້ວຍຊາຍ, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາຄະນະພັກຊີ້ນໍາກຸ່ມບ້ານ, ຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ຕະຫຼອດຮອດສໍາມະນາກອນເຂົ້າຮ່ວມ.

ທ່ານ ສົມອົກ ພູມມາວອນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ໄດ້ລາຍງານຫຍໍ້ໃນໄລຍະຜ່ານມາ, ບ້ານປຸ່ງນາໜູນເຫັນວ່າການຕໍ່າຫູກທໍໄໝມີບາງຄອບຄົວແມ່ນໄດ້ຕໍ່າຫູກເຊີ່ງເປັນການສຶບທອດກັນມາເປັນເວລາຍາວນານ, ໃນການຕໍ່າຫູກດັ່ງກ່າວແມ່ນຕໍ່າຢູ່ເຮືອນໃຜລາວແບບກະແຈກກະຈາຍ ແລະ ຊອກຂາຍດ້ວຍຕົນເອງ ຫຼື ວາງສະແດງໃນເວລາມີງານຕ່າງໆເປັນຕົ້ນແມ່ນງານວັດທະນະທໍາບັນດາເຜົ່າຂອງບ້ານ, ຂອງເມືອງ-ແຂວງ ແລະ ຂາຍອອກຕ່າງແຂວງ, ຕ່າງປະເທດ.

ການເຝິກອົບຮົມໃນຄັ້ງນີ້, ກໍ່ເພື່ອເປັນການຕໍ່ຍອດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ້ຜູ້ວ່າງງານ, ຜູ້ທີຕ້ອງການມີອາຊີບເປັນຕົ້ນແມ່ນກໍາລັງແຮງງານລາວໄດ້ເຂົ້າເຖີງການປະກອບອາຊີບ, ເພື່ອເຮັດໃຫ້ກໍາລັງແຮງງານລາວບັນດາເຜົ່າ ພາຍໃນເມືອງຫ້ວຍຊາຍເວົ້າລວມເວົ້າສະເພາະ ບ້ານປຸ່ງນາໜູນຂອງພວກເຮົາໃຫ້ມີວິຊາຊີບຕິດຕົວ, ສ້າງວຽກງານງານທໍາ ແລະ ສາມາດສ້າງລາຍຮັບເຂົ້າໃນຄອບຄົວ, ການຕໍ່າຫູກທໍໄໝກໍ່ເປັນການຮັກສາມູນເຊື້ອເອກະລັກຂອງເຜົ່າຕົນໄວ້ໃຫ້ຄົນຮຸ້ນຫຼັງໄດ້ສຶບທອດຕໍ່ໄປ, ການເຝິກອົບຮົມໃນຄັ້ງນີ້, ມີສໍາມະນາກອນທັງໝົດ 14 ຄົນ.

ໂອກາດນີ້, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍທາງຄະນະຮັບຜິດຊອບການເຝິກອົບຮົມການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບຫັດຖະກໍາຕໍ່າຫູກທໍໄໝໃນຄັ້ງນີ້, ທ່ານໄດ້ເນັ້ນໜັກໃຫ້ສໍາມະນາກອນທີໄດ້ເຝິກອົບຮົມຈະໄດ້ນໍາໃຊ້ຄວາມຮູ້, ເຕັກນິກວິຊາການຫັດຖະກໍາຕໍ່າຫູກທໍໄໝຖຶກວິທິ, ເຮັດລວດລາຍສວຍງາມ ແລະ ສາມາດນໍາເຂົ້າສູ່ຕະຫຼາດໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຕາມລະດັບຄາດໝາຍ, ການເຝິກອົບຮົມໃນຄັ້ງນີ້ແມ່ນໃຊ້ເວລາ 10 ວັນຈິງສໍາເລັດ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper

LEAVE A REPLY

Please enter your comment!
Please enter your name here