ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ

0
953

ສປປ ລາວ ແລະ ອິນເດຍ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບ ການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຂຶ້ນໃນວັນທີ 31 ມີນາ ຜ່ານມາ ທີ່ກະຊວງການຕ່າງປະເທດ ຊຶ່ງໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ດິນກາ ອາດສທານາ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານອິນເດຍ, ຜູ້ຮ່ວມລົງນາມບົດບັນທຶກໃນຄັ້ງນີ້ຕາງໜ້າໃຫ້ຝ່າຍລາວແມ່ນຄະນະຮັບຜິດຊອບໂຄງການຈາກພະແນກການກ່ຽວຂ້ອງຂອງບັນດາແຂວງທີ່ໄດ້ຮັບໂຄງການ ແລະ ຕາງໜ້າຝ່າຍອິນເດຍແມ່ນ ທ່ານຫົວໜ້າຫ້ອງການສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ. ການຮ່ວມລົງນາມບົດບັນທຶກຄັ້ງນີ້ ແມ່ນເພື່ອຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອິນເດຍ ຈໍານວນ 4 ໂຄງການ ລວມມູນຄ່າທັງໝົດ 184.677 ໂດລາ ຄື:

1. ໂຄງການກໍ່ສ້າງສຸກສາລາ ບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື,

2. ໂຄງການກໍ່ສ້າງຫ້ອງຮຽນ ທີ່ ໂຮງຮຽນປະຖົມກະແຫຼ່ງພູ ເມືອງ ນອງ ແຂວງສະຫວັນນະເຂດ,

3. ໂຄງການປັບປຸງການຜະລິດກາເຟອິນຊີ ແລະ ຄວາມຫຼາກຫຼາຍຂອງເສດຖະກິດຊົນນະບົດ ແລະ ການສ້າງຂີດຄວາມສາມາດຂອງຊາວບ້ານ, ບ້ານນໍ້າວັງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ

4. ໂຄງການກໍ່ສ້າງຫ້ອງຮຽນ ທີ່ ໂຮງຮຽນມັດທະຍົມກະລຶມ ແຂວງເຊກອງ.

ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ດິນກາ ອາດສທານາ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ.

ພ້ອມນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ຄຳໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບອິນເດຍ ໃນຖານະການເປັນປະທານຮ່ວມກອງປະຊຸມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນປີ 2022. ອິນເດຍໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາ ຕໍ່ປີ ໃຫ້ແກ່ປະເທດສະມາຊິກ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50.000 ໂດລາ ຕໍ່ 1 ໂຄງການ. ນັບຕັ້ງແຕ່ທີ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 11 ໂຄງການ ລວມມູນຄ່າ 532.677 ໂດລາ.ຂ່າວ-ພາບ: ກະຊວງການຕ່າງປະເທດ

ແຫຼ່ງຂ່າວ ແລະ ຮູບພາບ: ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here