ອ​ຄ ຈັດພິທີປະກາດການແຕ່ງຕັ້ງຫົວໜ້າຫ້ອງການ-ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ

0
2361

ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດການຈັດຕັ້ງກະຊວງອຸດສາຫະກຳ ແລະ ການ​ຄ້າ (ອ​ຄ) ໄດ້​ຈັດພິທີປະກາດການແຕ່ງຕັ້ງຫົວໜ້າຫ້ອງການ-ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພາຍໃນກະຊວງ ອຄ ຂຶ້ນ​ໃນ​ວັນ​ທີ 1 ເມ​ສາ ນີ້ ທີ່​ກະ​ຊວງ ອ​ຄ ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ຊຶ່ງມີບັນດາຮອງລັດຖະມົນຕີ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ຈຳນວນ 4 ສະບັບ ຄື ເລກທີ 116/ນຍ, 117/ນຍ, 118/ນຍ, 119/ນຍ ລົງວັນທີ 23/3/2022 ຊຶ່ງໃນນີ້ປະກອບມີການແຕ່ງຕັ້ງ ຫົວໜ້າກົມ 4 ທ່ານ ຄື:

ແຕ່ງຕັ້ງ ທ່ານ ພູວຽງ ພົງສາ ເປັນຫົວໜ້າກົມການຄ້າພາຍໃນ, ທ່ານ ຄຳເພັດ ວົງດາລາ ເປັນຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ສັນຕິສຸກ ພຸນສະຫວັດ ເປັນຫົວໜ້າກົມຊັບສິນທາງປັນຍາ, ທ່ານ ວິທູນ ສິດທິມໍລະດາ ເປັນຫົວໜ້າຫ້ອງການກະຊວງ ອຄ. ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຄ ເລກທີ 0346/ອຄ ລົງວັນທີ 23/3/2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ສັງກັດຢູ່ກະຊວງ ອຄ ຈຳນວນ 6 ທ່ານ ຄື:

ແຕ່ງຕັ້ງ ທ່ານ ສົມວິໄຊ ວົງທິລາດ ເປັນຮອງຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ວົງປະດິດ ວົງສະຫວາດ ເປັນຮອງຫົວໜ້າກົມທະບຽນ ແລະ ແລະ ຄຸ້ມຄອງວິສາຫະກິດ, ທ່ານ ສົມພອນໄຊ ວົງດາລາ ເປັນຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ພວງມາລາ ຈຸມພະຈັນ ເປັນຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ກຽງຄຳ ຣາຊະຈັກ ເປັນຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ນາງ ຄຳເພັດ ພຸນສຸກ ເປັນຮອງຫົວໜ້າຫ້ອງການ ກະຊວງ ອຄ. ທ່ານລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ:

ພິທີໃນມື້ນີ້, ມີຄວາມໝາຍ ແລະ ຄວາມສຳຄັນ ເນື່ອງຈາກການແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍປ່ຽນແທນພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງ ເປັນວຽກງານປົກກະຕິຂອງການຈັດຕັ້ງໃນທົ່ວລະບົບການເມືອງຂອງພັກ ແລະ ລັດ, ເປັນການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ບັນດາມະຕິ, ຄໍາສັ່ງຕ່າງໆຂອງວຽກງານພະນັກງານ-ລັດຖະກອນ. ອີກດ້ານໜຶ່ງ, ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ລ້ວນແຕ່ແມ່ນພະນັກງານຫຼັກແຫຼ່ງທີ່ໄດ້ຜ່ານຂະບວນການເຕີບໃຫຍ່ຂະຫຍາຍຕົວ ໃນວຽກງານຂອງຂະແໜງ ອຄ, ເປັນຜູ້ທີ່ມີ​ຜົນ​ງານພົ້ນເດັ່ນ, ມີຄວາມຮູ້ຄວາມສາມາດທີ່ເຂັ້ມແຂງ, ຜ່ານການຝຶກຝົນຫຼໍ່ຫຼອມຈາກວຽກ​ງານອັນໜັກໜ່ວງ ປະກອບສ່ວນທັງແຮງກາຍ ແລະ ສະຕິປັນຍາເຂົ້າໃນໜ້າທີ່ການເມືອງທີ່ຕົນຮັບຜິດຊອບຕາມພາລະບົດບາດທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີຜົນສຳເລັດ ແລະ ຄົບເງື່ອນໄຂມາດຖານການໄດ້ຮັບຕຳແໜ່ງ ທີ່ໄດ້ປະກາດໃນພິທີຄັ້ງນີ້.

ພ້ອມນີ້, ທ່ານລັດຖະມົນຕີກະຊວງ ອຄ ຍັງໄດ້ຮຽກຮ້ອງໃຫ້ຄະນະນຳກະຊວງ, ຄະນະກົມ, ຫົວໜ້າຫ້ອງການກະຊວງ, ສະຖາບັນ ຕະຫຼອດເຖິງພະນັກງານໃນທົ່ວກະຊວງ ຈົ່ງຍົກສູງຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະການຜັນຂະຫຍາຍມະຕິ XI ຂອງພັກ, ການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ຕິດພັນກັບວຽກງານຂະແໜງ ອຄ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ອຄ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ.

(ຂ່າວ: ສຸກສະຫວັນ, ພາບ: ສໍານານ)

LEAVE A REPLY

Please enter your comment!
Please enter your name here