ຢຶດ ແລະ ທຳລາຍ ສິນຄ້ານຳເຂົ້າ ປະເພດສີ້ນສ່ວນໝູແຊ່ແຂງ

0
935

ວັນທີ 1/4/2022 ຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ໄດ້ຢຶດ ແລະທຳລາຍ ສິນຄ້ານຳເຂົ້າ ປະເພດ ສີ້ນສ່ວນໝູແຊ່ແຂງ 477 ກິໂລ.

ໃນຕອນບ່າຍ ວັນທີ 31 ມີນາ 2022 ນີ້,ຢູ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານຊອກ ນະຄອນ ໄກສອນ ພົມວິຫານ,ທາງຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ສົມທົບກັບພາກສ່ວນກ່ຽວຂ້ອງໄດ້ ທໍາລາຍສິນຄ້າຫ້າມນໍາເຂົ້າ ໂດຍມີ ທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນ ພົມວິຫານ,ທ່ານ ອຸ່ນຄຳ ຜິວພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ນະຄອນ ໄກສອນພົມວິຫານ ,ທ່ານ ພັທ ທອງດຳ ເລື່ອນແສນດີ ຫົວໜ້າກອງບັນຊາການ ປກຊ ນະຄອນ, ມີ ພະນັກງານວິຊາການ ສາຍກວດ , ເຈົ້າໜ້າທີ່ກະສິກຳແລະປ່າໄມ້ນະຄອນເຂົ້າຮ່ວມ. ທ່ານ ພູສອນ ຫົວໜ້າຈຸສາຍກວດ ຂອງຫ້ອງການກະສິກຳແລະປ່າໄມ້ ນະຄອນໄກສອນພົມວິຫານ ໄດ້ໃຫ້ຮູ້ວ່າ:

ໃນຕອນເຊົ້າ ວັນທີ 31 ມີນາ 2022 ເຈົ້າໜ້າທີ່ກະສິກຳ ແລະປ່າໄມ້ນະຄອນ ໄດ້ລົງກວດກາໃນຕະຫລາດສະຫວັນໄຊ ໄດ້ຢຶດສິນຄ້າ ຫ້າມການນຳເຂົ້າ ປະເພດສີ້ນສ່ວນໝູ ແຊ່ແຂງ ມາແຕ່ ສສ ຫວຽດນາມ ໂດຍບໍ່ຖືກຕ້ອງ ທີ່ບັນຈຸໃສ່ແກັດເຈ້ຍ ຈໍານວນ 10 ແກັດ ນໍ້າໜັກ 477 ກິໂລໃນນັ້ນມີ: ຊີ້ນໜູ 227 ກິໂລ,ຕັບ 30 ກິໂລ,ໜັງໝູ52 ກິໂລ,ປອດໝູ 35 ກິໂລ,ກະດູກຂ້າງ60 ກິໂລ ແລະ ຊີ້ນສາມຊັ້ນ 73 ກິໂລ ເຊິ່ງເຈົ້າຂອງສິນຄ້າດັ່ງກ່າວແມ່ນ ທ້າວ ຖັງ ອາຍຸ 29 ປີ ສັນຊາດຫວຽດນາມ, ພັກຢູ່ບ້ານຫົວເມືອງໃຕ້ ນະຄອນ ໄກສອນ ພົມວິຫານ ເປັນຜູ້ນຳມາຈໍາໜ່າຍ-ຂາຍຢູ່ຕະຫຼາດສະຫວັນໄຊ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາສິນຄ້າ ແລ້ວນໍາໄປທໍາລາຍຖິ້ມ ເພື່ອຮັບປະກັນບໍ່ໃຫ້ຈໍາໜ່າຍສິນຄ້າດັ່ງກ່າວ ທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ການທໍາລາຍສີ້ນສ່ວນ ໝູແຊ່ແຂງໃນຄັ້ງນີ້ ເພື່ອປ້ອງກັນ, ສະກັດກັ້ນພະຍາດອະຫິວາໝູ ອາຟຣິກາ ທີ່ກໍາລັງລະບາດບໍ່ໃຫ້ແຜ່ລາມ, ເຊິ່ງເປັນສິນຄ້າປະເພດ ຫ້າມເຄື່ອນຍ້າຍສັດ-ຜະລິດຕະພັນຊີ້ນໝູ ເຂົ້າມາພາຍໃນແຂວງ ກໍ່ຄືນະຄອນ ໄກສອນ ພົມວິຫານ.

ແຫຼ່ງຂ່າວ: Media Laos

LEAVE A REPLY

Please enter your comment!
Please enter your name here