ກອງປະຊຸມທົບທວນການຄຸ້ມຄອງໂຄງການລົງທຶນສຳປະທານດ້ານແຮ່ທາດໃນທົ່ວປະເທດ

0
1399

ໃນວັນທີ 24-25 ມີນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມທົບທວນການຄຸ້ມຄອງໂຄງການລົງທຶນສຳປະທານດ້ານແຮ່ທາດໃນທົ່ວປະເທດ ແລະ ການປະເມີນການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກໃນໄລຍະທົດລອງ ແນໃສ່ເພື່ອປັບປຸງຂອດບໍລິການຄຸ້ມຄອງໂຄງການລົງທຶນດ້ານແຮ່ທາດໃຫ້ນັບມື້ດີຂຶ້ນ.

ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາ 2 ວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຕາງໜ້າຈາກພະແນກແຜນການ ແລະ ການລົງທຶນໃນຂອບເຂດທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມແມ່ນໄດ້ຮັບຟັງການລາຍງານຂອງບັນດາພະແນກແຜນການ ແລະ ການລົງທຶນທົ່ວປະເທດ ກ່ຽວກັບການຄຸ້ມຄອງໂຄງການລົງທຶນສໍາປະທານດ້ານແຮ່ທາດ ທີ່ລັດຖະບານໄດ້ອະນຸຍາດໃນໄລຍະຜ່ານມາ ແລະ ເພື່ອຮັບຟັງການລາຍງານກ່ຽວກັບ ການປະເມີນຜົນການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກ ໃນໄລຍະທົດລອງ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການ ຂຸດຄົ້ນແຮ່ທາດ ໃນໄລຍະທົດລອງ ສະບັບເລກທີ 001/ຄລທ.ສ, ລົງວັນທີ 1 ກຸມພາ 2022 ຂອງພະແນກແຜນການ ແລະ ການລົງທຶນແຂວງ ທີ່ໄດ້ອະນຸຍາດໃຫ້ເຮັດທົດລອງ.

ໂອກາດນີ້, ທ່ານ ນາງ ຄຳຈັນ ວົງແສນບູນ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມກອງປະຊຸມພ້ອມກັນຄົ້ນຄວ້າລົງເລິກແຕ່ລະບັນຫາ ເປັນຕົ້ນແມ່ນ: ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດການຂຸດຄົ້ນ ແລະ ສົ່ງອອກຂອງໂຄງການແຮ່ເຫຼັກ ມີຄືແນວໃດ, ເປັນຫຍັງຫຼາຍໂຄງການບໍ່ມີການຂຸດຄົ້ນ ແລະ ບໍ່ໄດ້ສົ່ງອອກຕາມສັນຍາ, ການຄຸ້ມຄອງຕໍ່ການຂຸດຄົ້ນ ແລະ ການຂົ່ນສົ່ງແຮ່ເຫຼັກ ມີຜົນກະທົບຕໍ່ສິ່ງແວດລ້ອມຄືແນວໃດ, ບົດບາດຂອງແຂວງ ແລະ ທ້ອງຖິ່ນ ໃນການຊຸກຍູ້ຕິດຕາມໄດ້ເຮັດຄືແນວໃດ ແລະ ມີຂໍ້ສະດວກ, ມີຂໍ້ຫຍຸ້ງຍາກແນວໃດໃນການຄຸ້ມຄອງ.

ທັງນີ້ ກໍ່ເພື່ອເປັນການແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລື ແນໃສ່ເພື່ອປັບປຸງຂອດຂັ້ນໃນການຄຸ້ມຄອງໂຄງການລົງທຶນດ້ານແຮ່ທາດ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮັດກຸມ, ສະດວກ, ຫຼຸດຜ່ອນຂອດຂັ້ນທີ່ເປັນອຸປະສັກໃນການດຳເນີນທຸລະກິດຂອງຜູ້ລົງທຶນ ແລະ ເພື່ອເຮັດໃຫ້ລັດຖະບານ ກໍຄືທ້ອງຖິ່ນ ສາມາດຕິດຕາມຄຸ້ມຄອງໂຄງການໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ຈາກການອະນຸຍາດໃຫ້ມີການຂຸດຄົ້ນຊັບພະຍາກອນທຳມະຊາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີຄວາມຍືນຍົງ ແລະ ມີປະສິດທິຜົນ.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງແຮ່ທາດ ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ຕາງໜ້າລັດຖະບານເປັນຄູ່ສັນຍາ ແລະ ລົງນາມໃນສັນຍາພັດທະນາແຮ່ທາດ, ຊຶ່ງປັດຈຸບັນລັດຖະບານໄດ້ຄົ້ນຄວ້າພິຈາລະນາ ອະນຸຍາດການລົງທຶນດ້ານແຮ່ທາດທັງໝົດໃນທົ່ວປະເທດ ຈໍານວນ 308 ໂຄງການ, ເຊິ່ງປະກອບມີ: ໂຄງການປົກກະຕິ 262 ໂຄງການ, ໂຄງການແຮ່ຫາຍາກ 8 ໂຄງການ ແລະ ໂຄງການທົດລອງ 38. ໃນນັ້ນ, ແຮ່ເຫຼັກ 31 ໂຄງການ, ຫີນອ່ອນມາໂບ້ 2 ໂຄງການ, ຄຳເຄົ້າ 4 ໂຄງການ ແລະ ຄຳຕົກຂ້ອນ 1 ໂຄງການ.

ເພື່ອຈັດຕັ້ງຈັດປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງວ່າດ້ວຍການກຳນົດເງື່ອນໄຂໃນການເຈລະຈາສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກໃນໄລຍະທົດລອງ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 ເຊິ່ງໄດ້ມີການຄົ້ນຄວ້າພິຈາລະນາ ອະນຸຍາດການລົງທຶນໂຄງການຂຸດຄົ້ນແຮ່ເຫຼັກໃນໄລຍະທົດລອງ ມີຈຳນວນ 31 ໂຄງການ, ສາມາດສ້າງລາຍຮັບມອບເຂົ້າງົບປະມານ ຈໍານວນ 36,53 ລ້ານໂດລາສະຫະລັດ.

ຂໍ້ມູນ: ກະຊວງ​ແຜນການ​ ແລະ​ ການລົງທຶນ

LEAVE A REPLY

Please enter your comment!
Please enter your name here