ອີກບໍ່ດົນກໍຈະກາຍເປັນຈິງແລ້ວ! ທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ

0
3722

ໃກ້ຄວາມເປັນຈິງທີ່ປະຊາຊົນລໍຄອຍ ກັບການພັດທະນາເສັ້ນທາງ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ, ເຊິ່ງການສຶກສາ ຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ.

ຫຼ້າສຸດ ໃນວັນທີ 4 ເມສາ 2022 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ບໍລິສັດ BIG BROTHER 456 COMPANY LIMITED.

ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ງາມປະສົມ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມນີ້ຍັງມີຮອງເຈົ້າແຂວງໆໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ, ຕາງໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍການເປັນສັກຂີພິຍານຂອງທ່ານ ກອງຄຳ ໝໍລະພູມ ຫົວໜ້າພະແກນກົມແຜນການ ແລະ ການຮ່ວມມື ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ, ທ່ານ ສົມບັດ ຊົງວິໄລ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ, ທ່ານ ຄອນທອງ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ກັບ ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ, ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED, ທ່ານ ອານຸສັກ ທຳມະວົງ ປະທານບໍລິສັດ ເມືອງຫຼວງຈະເລີນກໍ່ສ້າງປູກຝັງ ແລະ ລ້ຽງສັດ.

ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ກ່າວບາງຕອນວ່າ: ການກໍ່ສ້າງໂຄງການດັ່ງແມ່ນຈະໃຊ້ທຶນຮອນຂອງບໍລິສັດເຮົາເອງ ໂດຍຮ່ວມກັບ ບໍລິສັດ BIG BROTHER 456 COMPANY LIMITED ໃນຮູບແບບ BOT ເຊິ່ງມີໄລຍະສຳປະທານ 50 ປີ, ພວກເຮົາສັນຍາວ່າຈະເຮັດໃຫ້ເປັນໂຄງການທີ່ໄດ້ຄຸນນະພາບ, ປະຈຸບັນກຳລັງສຶກສາອອກແບບໂຄງການຢູ່ ແລະ ຈະມີໄລຍະການກໍ່ສ້າງ 5 ປີ ແຕ່ພວກເຮົາຈະໃຫ້ຫຼາຍບໍລິສັດເຂົ້າໄປຮັບເໝົາກໍ່ສ້າງ ເພື່ອເຊື່ອມຕໍ່ກັນໄວ ແລະ ໃຫ້ສຳເລັດໄວ. ຫາກໂຄງການນີ້ສຳເລັດກໍ່ຈະອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງໄດ້ດີ.

ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED ໄດ້ກ່າວບາງຕອນວ່າ: ປະເທດລາວເປັນປະເທດໜຶ່ງໃນອາຊຽນ ທີ່ພວກເຮົາໃຫ້ຄວາມສຳຄັນ ໃນການພັດທະນາ ແລະ ພວກເຮົາຈະສຸມໃສ່ໃນການຈັດຕັ້ງປະຕິບັດໂຄງການານີ້ໃຫ້ໄດ້ຄຸນນະພາບ ແລະ ຈະເຮັດໃຫ້ສຳເລັດຕາມເວລາທີ່ກຳນົດໄວ້, ຫາກເສັ້ນທາງນີ້ສຳເລັດກໍ່ຈະຊ່ວຍພັດທະນາຫຼາຍຂະແໜງການຢູ່ບັນດາແຂວງທາງຜ່ານ ລວມເຖິງແຂວງຫົວພັນອີກດ້ວຍ.

ຂໍ້ມູນ ແລະ ພາບຈາກ: ເສດຖະກິດກາານຄ້າ

LEAVE A REPLY

Please enter your comment!
Please enter your name here