ພິທີລົງນາມບົດບັນທຶກການກໍານົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ

0
1772

ພິທີລົງນາມບົດບັນທຶກການກໍານົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ

ໃນຕອນເຊົ້າຂອງ ວັນທີ 5 ເມສາ 2022 ທີ່ ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີລົງນາມບົດບັນທຶກການກຳນົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ກະສິກຳ ແລະ ປ່າໄມ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ປອ ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີ ຮອງຫົວໜ້າ ອົງການປະຊາຊົນສູງສຸດ, ຮອງລັດຖະມົນຕີ, ຄະນະປະສານງານຮ່ວມມືທັງ 2 ຝ່າຍ, ຄະນະພັກ-ຄະນະນໍາ, ຫົວໜ້າກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ. ບົດບັນທຶກດັ່ງກ່າວ ໄດ້ຮັບການຄົ້ນຄວ້າ ປຶກສາຫາລື ແລະ ເອກະພາບກັນ ຊຶ່ງມີ 8 ຂໍ້ ຄື 1/. ແຕ່ງຕັ້ງຄະນະປະສານງານຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໃນນັ້ນ ຂັ້ນທ້ອງຖິ່ນ ແຕ່ງຕັ້ງຄະນະປະສານງານຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ຂັ້ນຂອງຕົນຂຶ້ນ ດໍາເນີນຄະດີອາຍາຕໍ່ຜູ້ລະເມີດ;

2/. ແຕ່ງຕັ້ງກອງເລຂາຊ່ວຍວຽກປະສານງານ, ກະກຽມເອກະສານ ແລະ ວຽກງານຕ່າງໆ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ກະສິກຳ ແລະ ປ່າໄມ້;

3/. ກໍານົດກົນໄກລະບອບປະຊຸມ ຂອງຄະນະປະສານງານຮ່ວມ ສາມເດືອນຕໍ່ຄັ້ງ; ອົງການໄອຍະການປະຊາຊົນສູງສຸດ ເປັນໃຈກາງຈັດກອງປະຊຸມ; ກໍລະນີທີ່ຈໍາເປັນ ແລະ ຮີບດ່ວນໃຫ້ອົງການໄອຍະການປະຊາຊົນສູງສຸດ ຫຼື ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອນໍາບັນຫາທີ່ຈໍາເປັນ ແລະ ຮີບດ່ວນນັ້ນເຂົ້າກອງປະຊຸມຄະນະປະສານງານ ເພື່ອຮ່ວມກັນຄົ້ນຄວ້າ ຕົກລົງແກ້ໄຂ, ສະໜອງຂໍ້ມູນຂ່າວສານ ຫຼື ຫຼັກຖານ ທີ່ກ່ຽວຂ້ອງເປັນເຈົ້າການແກ້ໄຂຢ່າງເດັດຂາດ ແລະ ເປັນຮູບປະທໍາ;

4/. ບັນຫາທີ່ນໍາມາຄົ້ນຄວ້າ ແລະ ຕົກລົງໃນກອງປະຊຸມຄະນະປະສານງານຮ່ວມ ແມ່ນການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດ ກົດໝາຍວ່າດ້ວຍ ປ່າໄມ້ ແລະ ກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ທີ່ມີຄວາມຫຍຸ້ງຍາກສັບສົນ, ຄະດີລາຍໃຫຍ່ ຫຼື ຄະດີທີ່ພົວພັນກັບການຮ່ວມມືສາກົນ ຫຼື ຄະດີທີ່ສັງຄົມໃຫ້ຄວາມສົນໃຈ, ຄະດີ ທີ່ມີການກະທໍາຜິດພົວພັນກັບຫຼາຍພາກສ່ວນ ຫຼື ຫຼາຍແຂວງ; ການດໍາເນີນຄະດີ ເປັນຕົ້ນ ການກໍານົດເຫດການ ຂອງຄະດີ, ການຕີຄວາມໝາຍ ຂອງມາດຕາກົດໝາຍ, ການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຫຼື ບັນຫາອື່ນ, ສໍານວນຄະດີຢູ່ນໍາພາກສ່ວນໃດໃຫ້ພາກສ່ວນນັ້ນເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານ ຫຼື ເອກະສານຫຼັກຖານ ທີ່ກ່ຽວຂ້ອງຄົ້ນຄວ້າ, ຕົກລົງແກ້ໄຂໃຫ້ບຸກຄົນ ແລະ ຕິດຕາມກວດກາ, ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດຢ່າງໃກ້ສິດ;

5/. ກໍານົດກົນໄກໃນການສະຫຼຸບລາຍງານສະຖິຕິການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ແຕ່ສູນກາງລົງຮອດທ້ອງຖິ່ນ ຕາມລະບົບສາຍຕັ້ງໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກອງເລຂາຊ່ວຍວຽກ ຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າຮ່າງແບບຟອມລາຍງານສະຖິຕິຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍໃຫ້ຫົວໜ້າຫ້ອງການສອງພາກສ່ວນ ແຈ້ງການໃຫ້ທ້ອງຖິ່ນໃນການຈັດຕັ້ງປະຕິບັດ ກຳນົດວັນທີ 20 ຂອງທຸກໆເດືອນ ເປັນມື້ປິດຕົວເລກ ແລະ ສະຫຼຸບເຂົ້າບັນຊີສະຖິຕິລາຍງານສາຍຕັ້ງຂອງຕົນ;

6/. ຄະນະປະສານງານຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າຮ່າງຄໍາແນະນໍາຮ່ວມ, ຄໍາສັ່ງ ຫຼື ນິຕິກໍາອື່ນ ທີ່ພົວພັນກັບ ການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍ ເພື່ອເປັນບ່ອນອີງໃຫ້ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແຕ່ສູນກາງ ລົງຮອດທ້ອງຖິ່ນ ຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ;

7/. ການຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ກ່ຽວກັບການດໍາເນີນຄະດີອາຍາໃຫ້ພະນັກງານ ອົງການໄອຍະການປະຊາຊົນ ແລະ ເຈົ້າໜ້າທີ່ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນ, ໂດຍນໍາໃຊ້ງົບປະມານ ຂອງແຕ່ລະພາກສ່ວນ ຫຼື ນໍາໃຊ້ງົບປະມານມາຈາກພາກສ່ວນອື່ນ;

8/. ມອບໃຫ້ ຄະນະປະສານງານຮ່ວມອອກແຈ້ງການ ແລະ ລົງເຜີຍແຜ່ບົດບັນທຶກຮ່ວມ ແລະ ແນະນໍາ ໃຫ້ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ປ່າໄມ້ ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງ; ໂດຍໄດ້ກໍານົດໜ້າທີ່ ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນອອກເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນ ຂອງບົດບັນທຶກຮ່ວມ ໃຫ້ປະກົດຜົນເປັນຈິງ ປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ, ມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍ ຕາມຂະບວນຍຸຕິທໍາ. ໃນວາລະດັ່ງກ່າວ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບປື້ມກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ, ປື້ມປະມວນກົດໝາຍອາຍາ ແລະ ປື້ມປະມວນກົດໝາຍແພ່ງຈຳນວນໜຶ່ງ ໃຫ້ ກະຊວງ ກະສິກຳ ແລະ ປ່າໄມ້ຕື່ມອີກ.

ບົດບັນທຶກດັ່ງກ່າວ ເປັນນິຕິກຳທີ່ສຳຄັນ ແລະ ເປັນພື້ນຖານທີ່ມີປະສິດທິຜົນ ກ່ຽວກັບກົນໄກປະສານງານ ໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ, ເປັນການການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍ ວ່າດ້ວຍປ່າໄມ້, ສັດນໍ້າ-ສັດປ່າ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ເຂົ້າສູ່ວຽກງານຕົວຈິງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ ໃນການດຳເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ; ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະພາກສ່ວນ ທີ່ກໍານົດໄວ້ກົດໝາຍ ແລະ ນິຕິກໍາລຸ່ມກົດ ໝາຍ; ພ້ອມທັງຮັບປະກັນຄວາມສັກສິດ ຂອງກົດໝາຍ, ປະຕິບັດຕາມຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ເຮັດໃຫ້ການດໍາເນີນຄະດີອາຍາຕາມຂະບວນຍຸຕິທຳ ມີຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ, ເຮັດໃຫ້ປະເທດເຮົາ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ.

ຂໍ້ມູນໂດຍ: ອົງການໄອຍະການປະຊາຊົນສູງສຸດ

LEAVE A REPLY

Please enter your comment!
Please enter your name here