ຫຼວງພະບາງ ໄດ້ຮັບການຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ແລ້ວ 118 ຕື້ກວ່າກີບ

0
806

ຕາມການລານຍງານຈາກ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າ ແຂວງຫລວງພະບາງ ໃນໂອກາດທີ່ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫລວງພະບາງ ເມື່ອບໍ່ດົນນີ້ວ່າ: ແຂວງຫລວງພະບາງ ຮັບງົບປະມານໃນການເບີກຈ່າຍຄ່າຊົດເຊີຍ ຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລ້ວ 118 ຕື້ກວ່າກີບ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີໄລຍະທາງຜ່ານແຂວງຫລວງພະບາງທັງໝົດ 80 ກິໂລແມັດ, ຜ່ານ 28 ບ້ານ ຂອງ 3 ເມືອງຄື:

ນະຄອນ ຫລວງພະບາງ, ເມືອງຊຽງເງິນ ແລະ ເມືອງຈອມເພັດ, ມີສະຖານີທັງໝົດ 6 ແຫ່ງ, ໃນນີ້, ສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫລວງພະບາງ, ມີຂົວທັງໝົດ 33 ແຫ່ງ, ມີຜູ້ຖືກຜົນກະທົບຂອງໂຄງການທັງໝົດ 869 ຄອບຄົວ ແລະ ໄດ້ຮັບງົບປະມານໃນການເບີກຈ່າຍຄ່າຊົດເຊີຍແລ້ວຈຳນວນ 10 ງວດ ລວມມູນຄ່າ 118 ຕື້ກວ່າກີບ ເທົ່າກັບ 98.4% ຂອງແຜນຄວາມຕ້ອງການທັງໝົດ, ຍັງຄ້າງເກືອບ 2 ຕື້ກີບ.

ນອກນັ້ນ, ຍັງມີຄວາມຕ້ອງການງົບປະມານເພີ່ມຕື່ມທັງໝົດ ຈໍານວນ 1,2 ຕື້ກວ່າກີບ ເປັນໜ້າວຽກເກີດຂຶ້ນໃໝ່ ຄື: ກໍ່ສ້າງເສັ້ນທາງເຂົ້າສະຖານີລົດໄຟ ເຊິ່ງເປັນບ້ວງຂອງລັດຖະບານລາວຮັບຜິດຊອບ, ປັດຈຸບັນ ຄະນະຄຸ້ມຄອງໂຄງການແຂວງ ໄດ້ສະເໜີໄປຍັງຄະນະຄຸ້ມຄອງໂຄງການກໍ່ສ້າງຂັ້ນສູນກາງແລ້ວ.

ທ່ານ ນາງ ສິລິພອນ ສຸພັນທອງ ຍັງໃຫ້ຮູ້ອີກວ່າ: ສຳລັບການຈັດການຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 1 ປີຜ່ານມາ, ກຳລັງປ້ອງກັນຄວາມສະຫງົບໄດ້ນຳເອົາຢາເສບຕິດ ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວມາຈູດທໍາລາຍ ມີຄື: ຢາບ້າ 894.325 ເມັດ, ຢາບ້າເປັນຝຸ່ນ (ສີແດງ, ສີຂຽວ ແລະ ສີບົວ) 129,64 ກິໂລກຣາມ, ຝຸ່ນສີຂາວຄ້າຍຄືເຮໂລອິນ 83,750 ກິໂລກຣາມ, ແກ່ນຝິ່ນ 177,9 ກິໂລກຣາມ, ຢາໄອ້ 2 ກິໂລກຣາມ ແລະ ອຸປະກອນເສບຢາຈໍານວນໜຶ່ງ.

ພ້ອມກັນນີ້, ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຳຫລວດ ແລະ ກຳນົດພື້ນທີ່ ລັກລອບປູກຝິ່ນຢູ່ບາງເມືອງ ເຊິ່ງພົບເຫັນພື້ນທີ່ລັກລອບປູກຝິ່ນ ກວມເອົາ 18 ບ້ານ ໃນຈໍານວນ 211 ຄອບຄົວ ມີ 189,11 ເຮັກຕາ; ໄດ້ເອົາໃຈໃສ່ປະຕິບັດມາດຕະການທາງດ້ານກົດໝາຍ ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງຕັ້ງໜ້າ ສະແດງອອກສາມາດມ້າງກຸ່ມແກ້ງຄ້າຂາຍຢາເສບຕິດໄດ້ 131 ລາຍ (ທຽບໃສ່ປີ 2020 ມ້າງໄດ້ເພີ່ມຂຶ້ນ 40 ລາຍ), ກັກຕົວ 195 ຄົນ ຍິງ 20 ຄົນ, ຍຶດຂອງກາງຢາເສບຕິດໄດ້ 3.7 ລ້ານກວ່າເມັດ, ນ້ຳໜັກ 98.052 ກຣາມ, ຢາຝິ່ນ 11.018 ກິໂລກຣາມ, ເຮໂຣອິນ 4.703 ກຣາມ, ລົດໃຫຍ່ 10 ຄັນ ລົດຈັກ 37 ຄັນ; ສາມາດມ້າງກຸ່ມແກ້ງເຄື່ອຄ່າຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ໄດ້ທັງຫມົດ 41 ລາຍ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ປິ່ນປົວຜູ້ຕິດຢາເສບຕິດໃຫ້ຖືກຕາມຫລັກການ ແລະ ຂັ້ນຕອນຂອງການປິ່ນປົວ. ສ່ວນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດບັນລຸບັນ ດາຄາດໝາຍທີ່ວາງໄວ້ຄື:

ໃນປີ 2021 ຈັ່ງຫວະການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນລະດັບ 3,6%, ຫລຸດຄາດໝາຍມະຕິສະພາ 0,9% (ຮັບຮອງ 4,5%); ໄດ້ສຸມໃສ່ຂຸດຄົ້ນລາຍຮັບ, ຈັດເກັບພາສີ-ອາກອນ ແລະ ລາຍຮັບອື່ນໆຄົບຖ້ວນກວ່າເກົ່າ ອັດຊ່ອງຫວ່າງການຮົ່ວໄຫລໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຕິດພັນກັບການປະຢັດມັດທະຍັດ, ຕ້ານການຟຸມເຟືອຍທີ່ນຳໃຊ້ງົບປະມານຂອງລັດທີ່ບໍ່ຈຳເປັນ ແລະ ຂະຫຍາຍການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການເກັບລາຍຮັບຢູ່ບັນດາຫົວໜ່ວຍທຸລະກິດ, ສະຖານທີ່ທ່ອງທ່ຽວຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນເປັນກ້າວໆ ແລະ ອື່ນໆ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here