ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ປະເຊີນຄວາມ​ສ່ຽງທີ່​ມາ​ຈາກ ສົງ​ຄາມ​

0
752

ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ປະເຊີນຄວາມ​ສ່ຽງທີ່​ມາ​ຈາກ ສົງ​ຄາມ​ໃນ​​ຢູ​ເຄ​ຣນ, ​ການຮັດ​ແໜ້ນ​ນະ​ໂຍ​ບາຍ​ດ້ານ​ການ​ເງິນ​ຂອງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທີ່​ຊ້າ​ລົງ​ຢູ່ ສ​ປ ຈີນ ການ​ປະ​ຕິ​ຮູບ​ດ້ານ​ການ​ເງິນ ແລະ ດ້ານ​ການ​ຄ້າ ຈະ​ຊ່ວຍເພີ່ມ​ຄວາມ​ສາມາດປັບຕົວໄດ້

ວໍຊິງ​ຕັນ, 4 ເມ​ສາ 2022 , ທະ​ນາ​ຄານ​ໂລກ ໄດ້​ກ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ: ສົງ​ຄາມ​ໃນ ​ຢູ​ເຄ​ຣນ ເປັນ​ໄພ​ຂົ່ມ​​ຂູ່ ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ຢູ່ ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ (EAP). ນອກ​ຈາກ​ຜົນ​ກະ​ທົບ​ຂອງ​ສົງ​ຄາມ​ດັ່ງ​ກ່າວ ກໍ​ຍັງ​ມີຂໍ້​ຫຍຸ້ງ​ຍາກ​ທາງດ້ານ​ເສດ​ຖະ​ກິດ​ ທີ່​ເກີດ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ທີ່​ແກ່​ຍາວ, ການ​ຮັດ​ແໜ້ນ​ນະ​ໂຍ​ບາຍ​ທາງດ້ານ​ການ​ເງິນ​ຂອງສະ​ຫະລັດ​ອາ​ເມ​ຣິ​ກາ ແລະ ການ​ລະ​ບາດ​ຮອບ​ໃໝ່​ຢູ່ ສ​ປ ຈີນ ທີ່​ມີ​ນະ​ໂຍ​ບາຍ​ການ​ຄວບ​ຄຸມ​ໂຄວິດ​ໃຫ້​ເທົ່າສູນ.

ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ດ້ານ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ​ຂອງ​ທະ​ນາ​ຄານ​ໂລກ: ການ​ຜ່ານ​ຜ່າ​ລົມ​ພາ​ຍຸ ຊີ້​ແຈງ​ໃຫ້​ຮູ້​ວ່າ: ຜົນ​ກະ​ທົບ​ອັນໃຫຍ່ຫຼວງ​ຈາກສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ ມາດ​ຕະ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ນັ້ນ ໄດ້​ລົບ​ກວນ​ການ​ສະ​ໜອງ​ສິນ​ຄ້າ, ເພີ່ມ​ຂໍ້​ຫຍຸ້ງ​ຍາກ​ໃຫ້​​ລະ​ບົບການ​ເງິນ​ທີ່ບອບ​ບາງ​ຢູ່​ແລ້ວ, ແລະ ຖ່ວງ​ດຶງ​ການ​ເຕີບ​ໂຕ​ດ້ານ​ເສ​ດຖະ​ກິດ​ໃນ​ໂລກ​ໃຫ້​ທົດ​ຖອຍ​ລົງ​ໄປ​ຕື່ມ.

ສຳລັບບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ທີ່ເປັນ​ປະ​ເທດ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ລາຍ​ໃຫຍ່ ເຊັ່ນ: ມົງ​ໂກ​ລີ ແລະ ໄທ ແລະ ປະ​ເທດ​ນຳ​ເຂົ້າ​ອາ​ຫານ​ລາຍ​ໃຫຍ່ ເຊັ່ນ: ເກາະ​ປາ​ຊີ​ຟິກ ສະແດງ​​ໃຫ້ເຫັນ​ວ່າ: ລາຍ​ໄດ້​ຕົວ​ຈິງ​ໄດ້​ຫຼຸດ​ລົງ. 

ສຳລັບບັນ​ດາ​ປະ​ເທດ​ທີ່​ມີ​ໜີ້​ສິນຫຼວງຫຼາຍ ເຊັ່ນ: ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ແລະ ມົງ​ໂກ​ລີ ແລະ ​ປະ​ເທດເອື່ອຍ​ອີງ​ໃສ່​ການ​ສົ່ງ​ອອກ​ໃນ​ລະ​ດັບ​ສູງ ເຊັ່ນ: ມາ​ເລ​ເຊຍ ແລະ ສ​ສ ຫວຽດ​ນາມ ແມ່ນ​ມີ​ຄວາມບອບ​ບາງ​ຈາກ​ຜົນ​ກະ​ທົບ​ດ້ານ​ການ​ເງິນ​ໂລກ ແລະ ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​​ຂອງ​ເສດ​ຖະ​ກິດໂລກ. 

ທ່ານ ມາ​ນູ​ແອ​ລາ ວີ ແຟ​ໂຣ (Manuela V. Ferro) ຮອງ​ປະ​ທານ​ຂອງ​ທະ​ນາ​ຄານ​ໂລກ ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: “ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ພວມ​ຟື້ນ​ຕົວ​ຈາກ ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ, ສົງ​ຄາມ​ໃນ​ຢູ​ເຄ​ຣນ ຊ້ຳ​​ພັດມາ​ຖ່ວງ​ດຶງ​ຄືນຈັງ​ຫວະ​ຂອງ​ການ​ເຕີບ​ໂຕທີ່​​ພວມຟື້ນໂຕ ​ດັ່ງ​ກ່າວ. ຖານ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ທີ່​ໜັກ​ແໜ້ນ​ຂອງ ພາກ​ພື້ນ​ນີ້ ຈະ​ຊ່ວຍ ໃຫ້​ປະ​ເທດ​ສ່ວນ​ໃຫຍ່ ຜ່ານ​ຜ່າ​ລົມ​ພະ​ຍຸ​ເຫຼົ່າ​ນີ້ໄດ້.” 

ໃນ​ຂະ​ນະ​ທີ່​ປະ​ເທດ ​ທີ່​ຜະ​ລິດ​ສິນ​ຄ້າ ແລະ ມີ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຮອບ​ຄອບ​ນັ້ນ ອາດ​ມີ​ຄວາມ​ພ້ອມ​ໃນ​ການ​ຟື້ນ​ຕົວ ຜ່ານ​ຜ່າ​ຜົນ​ກະ​ທົບ​ເຫຼົ່າ​ນີ້, ແຕ່​ວ່າ ຜົນ​ກະ​ທົບ​ຈາກ​ເຫດ​ການ​ເຫຼົ່າ​ນີ້ ຈະຫຼຸດ​ຜ່ອນ​ການ​ເຕີບ​ໂຕ​ທີ່​ຄາດ​ການ​ໄວ້​ສຳ​ລັບ ​ປະ​ເທດ​ສ່ວນ​ໃຫຍ່​ໃນ​ພາກ​ພື້ນ.

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໂດຍ​ລວມ ແມ່ນ​ຄາດ​ວ່າ​ຈະ​ຊະ​ລໍ​ລົງ ເປັນ 5 ສ່ວນ​ຮ້ອຍ​ໃນ​ປີ 2022— ຫລຸດ​ລົງ 0.4 ຈຸດສ່ວນ​ຮ້ອຍ ຈາກ​ທີ່​ຄາດ​ຄະ​ເນ​ໄວ້​ໃນ​ເດືອນ​ຕຸ​ລາ. ຖ້າ​ສະ​ພາບ​ການ​ໃນ​ໂລກ​ຫາກ​ຕົກ​ຕ່ຳ​ລົງ ແລະ ນະ​ໂຍ​ບາຍ​ຮັບ​ມື​ຂອງ​ປະ​ເທດ​ຫາກ​ບໍ່​ເຂັ້ມ​ແຂງ, ການ​ເຕີບ​ໂຕ​ ອາດ​ຈະ​ຊ້າ​ລົງ​ເປັນ 4 ສ່ວນ​ຮ້ອຍ.  ​ຄາດ​ຄະ​ເນ​ວ່າ, ສ​ປ ຈີນ ເຊິ່ງກວມ​ເອົາ 86 ສ່ວ​ນ​ຮ້ອຍ​ຂອງ​ຜົນ​ຜະ​ລິດ​ໃນພາກ​ພື້ນ, ຈະເຕີບ​ໂຕ 5 ສ່ວນ​ຮ້ອຍ ໂດຍພື້ນຖານ ແລະ 4 ສ່ວນ​ຮ້ອຍ​ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍ.   

ຜົນ​ຜະ​ລິດ​ໃນ​ປະ​ເທດ​ອື່ນໆ​ຂອງ​ພາກ​ພື້ນ ຄາດ​ວ່າ​ຈະ​ຂະ​ຫຍາຍ​ເປັນ 4.8 ໂດຍ​ພື້ນ​ຖານ ແລະ 4.2 ສ່ວນ​ຮ້ອຍ​ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍ. ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍນັ້ນ ແມ່ນ​ຈະສົ່ງ​ຜົນ​ໃຫ້​ມີອີກ 6 ລ້ານ​ຄົນ​ ​ເພີ່ມ​ຕື່ມ​ໃນ​ພາກ​ພື້ນ ທີ່​ຈະ​ຍັງ​ຕິດ​ຢູ່​ໃນ​ສະ​ພາບ​ທຸກ​ຍາກ​ໃນ​ປີ 2022 ໃນລາຍ​ໄດ້​ເສັ້ນ​ຄວາມ​ທຸກ​ຍາກ US$5.50/ວັນ.

ສົງ​ຄາມ, ນະ​ໂຍ​ບາຍ​ດ້ານ​ການ​ເງິນ​ທີ່​ຮັດ​ແໜ້ນ​ຂຶ້ນ ແລະ ຈັງ​ຫວະ​ການ​ເຕີບ​ໂຕ​ທີ່​ຊ້າ​ລົງ​ຂອງ ສ​ປ ຈີນ ມີ​ແນວ​ໂນ້ມ​ທີ່​ຈະ ທະ​ວີ​ຄູນ ຄວາມ​ຫຍຸ້ງ​ຍາກ​ທີ່​ມີ​ຢູ່​ແລ້ວ​ຍ້ອນການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ. ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ​ພາກ​ພື້ນ​ທີ່​ຕໍ່​ສູ້​ກັບ​ຄວາມ​ຫຍຸ້ງ​ຍາກ ເຊິ່ງ​ໃນ​ນັ້ນມີ 50 ສ່ວນ​ຮ້ອຍ​ທີ່​ໄດ້​ລາ​ຍ​ງານ​ການ​ຄ້າງ​ຊຳ​ລະ​ໃນ​ປີ 2021 ກໍ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​​ດ້ານ​ຕ່ອງໂສ້ການ​ສະ​ໜອງ ແລະ ດ້ານ​ຄວາມ​ຕ້ອງ​ການອີກຮອບໃຫມ່. ບັນ​ດາ​ຄົວ​ເຮືອນ ເຊິ່ງ​ສ່ວນ​ໃຫຍ່​ໄດ້​ກັບ​ໄປ​ສູ່​ສະ​ພາບ​ທຸກ​ຍາກ​ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ ກໍ​ຈະ​ເຫັນ​ລາຍ​ໄດ້​ຕົວ​ຈິງ​ນັ້ນ ຫລຸດ​ໜ້ອຍ​ຖອຍ​ລົງ​ຍ້ອນ ລາ​ຄາ​ຕ່າງໆ​ທີ່​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ລັດ​ຖະ​ບານ​ທີິ່​ມີ​ໜີ້​ສິນ ເພີ່ມ​ຂຶ້ນ 10 ສ່ວນ​ຮ້ອຍ​ຂອງ GDP ຕັ້ງ​ແຕ່​ປີ 2019 ເປັນ​ຕົ້ນ​ມາ ກໍ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດ​ຂອງ​ຕົນ.

ອັດ​ຕາ​ເງິນ​ເຟີ້​ ທີ່​ເພີ່ມ​ຂຶ້ນ ຢ່າງ​ຕ່ຳ 1 ສ່ວນ​ຮ້ອຍ ສົມ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ກ່ອນ​ໜ້າ​ນີ້ ຍ້ອນ ຜົນ​ກະ​ທົບ​ຈາກ ລາ​ຄາ​ນ້ຳ​ມັນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ດຽວ ກໍ​ຈະ ຫລຸດ​ແນວ​ທາງ​ໃນ​ການ​ຜ່ອນ​ຄາຍ​ນະ​ໂຍ​ບາຍ​ດ້ານ​ເງິນ​ຕາ.   

ທ່ານ ອາ​ດິ​ຕາ​ຢາ ມາ​ຕູ ຫົວ​ໜ້ານັກ​ເສດ​ຖະ​ສາດຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: “ຜົນ​ກະ​ທົບ​ທີ່​ຕໍ່​ເນື່ອງ​ແກ່​ຍາວໝາຍ​ເຖິງ ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ທີ່​ປະ​ຊາ​ຊົນ​ ຈະ​ຕ້ອງ​ພົບ​ພໍ້​ຮັບ​ມື ກັບ ກຳ​ລັງ​ດ້ານ​ການ​ເງິນ​ທີ່​ທົດ​ຖອຍ​ໜ້ອຍ​ລົງ​ຂອງ​ລັດ​ຖະ​ບານ​ຂອງ​ປະເທດເຂົາ​ເຈົ້າ​ເອງ. ການ​ປະ​ຕິຮູບ​ດ້ານ​ການ​ເງິນ ແລະ ດ້ານ​ການ​ຄ້າ ຈະ​ສາ​ມາດ​ຫລຸດ​ຜ່ອນ​ຄວາມ​ສ່ຽງ ແລະ ຟື້ນ​ຟູ​ການ​ເຕີບ​ໂຕ ກໍ​ຄື ການຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.”

ບົດ​ລາຍ​ງານ ແນະ​ນຳ ຂໍ້​ປະ​ຕິ​ບັດ​ດ້ານ​ນະ​ໂຍ​ບາຍ 4 ປະ​ເພດ ແທນ​ທີ່ໆ​ຈະ​ຄວບ​ຄຸມ​ລາ​ຄາ ແລະ ໃຫ້ການ​ຊ່ວຍ​ເຫຼືອ​ແບບ​ບໍ່​ມີ​ການ​ເລືອກ​ເຟັ້ນ, ການ​ຊ່ວຍ​ເຫຼືອ​ຄົວ​ເຮືອນ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ​ແບບ​ມີ​ເປົ້າ​ໝາຍ ຈະ​ຈຳ​ກັດ​ຄວາມ​ເສຍ​ຫາຍ ຈາກ​ຜົນ​ກະ​ທົບ​ຕ່າງໆ ແລະ ສ້າງ​ພື້ນ​ທີ່ ​ສຳ​ລັບ​ການ​ລົງ​ທຶນ​ທີ່​ຍົກ​ສູງ​ການ​ເຕີບ​ໂຕ. ການທົດສອບຄວາມສາມາດຂອງສະຖາບັນການເງິນໃນການຮັບມືກັບຜົນກະທົບທີ່ບໍ່ຄາດຄິດ ຈະຊ່ວຍໃຫ້ເຫັນຄວາມສ່ຽງທີ່ບົ່ມຊ້ອນໃນບັນດາສະຖາບັນດັ່ງກ່າວ  ຈາກການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອ ແລະ ການໂຍະຍານມາດຕະຖານອື່ນໆທີ່ຜູ້ວາງນະໂຍບາຍໄດ້ກຳນົດໃຫ້ປະຕິບັດໃນຊ່ວງເວລາທີ່ ພະຍາດໂຄວິດແຜ່ລະບາດ.

ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ດ້ານ​ການ​ຄ້າ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ທີ່​ຍັງ​ມີ​ການ​ຄວບ​ຄຸມ ຈະ​ຊ່ວຍ​ໃຫ້​ປະ​ເທດໝູນ​ໃຊ້​ໂອ​ກາດ​ເພື່ອ​ໃຫ້​ເກີດ​ປະ​ໂຫຍດ​ຈາກທິດ​ທາງ​ການ​ປ່ຽນ​ແປງ​ຂອງ​ການ​ຄ້າ​ໃນ​ໂລກ. ການ​ປັບ​ປຸງ​ສີ​ມື​ທັກ​ສະ ແລະ ຍົກ​ສູງ​ການ​ແຂ່ງ​ຂັນ ຈະ​ຊ່ວຍ​ສ້າງ​ຄວາມ​ອາດ​ສາ​ມາດ​ ແລະ ນະ​ໂຍ​ບາຍ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ໃນ​ການຮອງ​ຮັບ​​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ໃໝ່ໆ.

LEAVE A REPLY

Please enter your comment!
Please enter your name here