ຫາລືການປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍທີ່ດິນ

0
948

ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບຊີ້ນໍາ ການປະເມີນການຈັດຕັ້ງປະຕິບັດກົດໝາຍ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມ ໃນການເຮັດທົດລອງການປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ທີ່ດິນ ໂດຍປະຕິບັດຕາມຄຳແນະນໍາ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 1 ເມສາ 2022 ວ່າດ້ວຍການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ໃນວັນທີ 4 ເມສາ ຜ່ານມາ.

ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ທັງເປັນຫົວໜ້າຄະນະຮັບຜິດຊອບ ຊີ້ນໍາການປະເມີນການ ຈັດຕັ້ງປະຕິບັດກົດໝາຍ, ມີທ່ານ ຄຳຈັນ ໂສຕາປະເສີດ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຢ່າງກູ້ ຢ່າງລືໄຊ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແລະ ພາກສ່ວນກ່ຽວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ເປັນເອກະພາບຕໍ່ກັບເນື້ອໃນ, ວິທີການ ແລະ ຮູບການ ໃນການເຮັດທົດລອງການປະເມີນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ເຊິ່ງເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ຍັງມີຫຼາຍບັນຫາ ເລັ່ງທວງໃຫ້ມີການກວດກາ ແລະ ປັບປຸງໃຫ້ດີຂຶ້ນກວ່າເກົ່າ ເພື່ອຈະເປັນກຳລັງແຮງ ໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມດ້ວຍກົດໝາຍ.

ນອກຈາກນັ້ນ, ການເຮັດທົດລອງການປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທີ່ດິນ ໃນຄັ້ງນີ້ ກໍເພື່ອເປັນການກະກຽມລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນມໍ່ໆນີ້.

ແຫຼ່ງຂ່າວ ແລະ ຮູບພາບ: ຂປລ

LEAVE A REPLY

Please enter your comment!
Please enter your name here