ເຂັ້ມງວດຄຸ້ມຄອງລາຄາສິນຄ້າໄລຍະບຸນປີໃໝ່ລາວ

0
678

ອັດຕະປື ເຂັ້ມງວດຄຸ້ມຄອງ ລາຄາສິນຄ້າໄລຍະບຸນປີໃໝ່ລາວ ພສ 2565.

ໂດຍປະຕິບັດຕາມດໍາລັດ 74/ນຍ, ລົງວັນທີ 18 ພະຈິກ 2011 ວ່າດ້ວຍການຄຸ້ມຄອງລາ ຄາສິນຄ້າ ແລະ ການບໍລິການ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຜູ້ບໍລິໂພກໄດ້ຮັບຄວາມເປັນທໍາທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ, ທັງເປັນການປະຕິບັດພາລະບົດບາດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມລາຄາສິນຄ້າ ໂດຍສະພາະສິນຄ້າທີ່ມີຄວາມຈໍາເປັນ ແລະ ມີຜົນກະທົບໄວຕໍ່ຊີວິດການເປັນຢຸ່ຂອງພໍ່ແມ່ປະຊາຊົນ ເປັນຕົ້ນ:

ແມ່ນສິນຄ້າປະເພດສະບຽງອາຫານ ຊີ້ນ-ປາ, ພືດຜັກ, ນໍ້າມັນເຊື້ອໄຟ ແລະ ອື່ນໆ ຫລີກລ່ຽງການສວຍໂອກາດກັກຕຸນສິນຄ້າຂຶ້ນ ເພື່ອເກນກໍາໄລຂອງພໍ່ຄ້າມືກາງ ແລະ ຮັບປະກັນການສະໜອງ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກ ອຸດສະຫະກໍາ ແລະ ການຄ້າ ແຂວງ ອັດຕະປື ໃຫ້ສໍາພາດຕໍ່ສື່ມວນຊົນຄັ້ງວັນທີ 11 ເມສາ 2022 ນີ້ວ່າ:

ໃນໄລຍະເທດສະການບຸນປີໃໝ່ລາວ ພສ 2565 ນີ້້, ພະແນກ ອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ດໍາລັດ ເລກທີ 474/ນຍ ໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກງານໜຶ່ງທີ່ສໍາຄັນຂອງພັກ ແລະ ທັງໄດ້ປະສານສົມທົບຢ່າງກົມກຽວ ກັບຫ້ອງການ ອຸດສະຫະກໍາ ແລະ ການຄ້າ 5 ຕົວເມືອງ ແລະ ພາກສ່ວນກ່ຽວໃນການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດ ໂດຍສະເພາະແມ່ນເຂົ້າສານ, ຊີ້ນ, ປາ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ນໍາມັນເຊື້ອໄຟ ທີ່ມີຜົນກະທົບຕໍ່ສັງຄົມເປັນຕົ້ນ: ເຂົ້າຈ້າວຂາຍໃນລາຄາ 7.000-9.000 ກີບຕໍ່ກິໂລ, ແລະ ເຂົ້າມະລິ 10.000 ກີບຕໍ່ກິໂລ, ເຂົ້າໜຽວ 6.000-9.000 ກີບຕໍ່ກິໂລ, ຊີ້ນງົວ-ຄວາຍ 75.000–80.000 ກີບຕໍ່ກິໂລ, ຊີ້ນໝູ 53.000-55.000 ກີບຕໍ່ກິໂລ ແລະ ນໍາມັນເຊື້ອໄຟເຊັ່ນ:

ເອັດຊັງ 17.410 ກີບຕໍ່ລິດແລະ ກາຊວນ 17.000 ກີບຕໍ່ລິດ (ລາຄານີ້ອາດມີການປ່ຽນແປງຂຶ້ນ-ລົງໃນລະອາທິດ) ສາເຫດຍຍ້ອນປັດໄຈນໍ້າເຂົ້າຈາກຕ່າງປະເທດ ແລະ ເງິນຕາມີການເໜັງຕີງເປັນແຕ່ລະໄລຍະ. ພ້ອມດຽວກັນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ອອກແຈ້ງການສະບັບເລກທີ 012/ພອຄ.ອປ, ລົງວັນທີ 8 ເມສາ 2022 ເລື່ອງໃຫ້ເອົາໃຈໃສ່ຊີ້ນໍາໃນການຕິດຕາມ, ກວດກາ, ຄຸ້ມຄອງ, ແກ້ໄຂກ່ຽວສະພາບການການປັ່ນປ່ວນ, ກັກຕຸນ, ແລະ ສວຍໂອກາດຂຶ້ນລາຄາ ໃນໄລຍະເທດສະການບຸນປີໃໝ່ລາວ ໂດຍມອບໃຫ້ຫ້ອງການ ອຸດສາຫະກໍາ ແລະ ການຄ້າ 5 ຕົວເມືອງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນເມືອງ ຈັດຕັ້ງປະຕິບັດ ບົນພື້ນຖານຄວາມເປັນເອກະພາບ ແລະ ການຮ່ວມມືກັນໃຫ້ດີ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ.

ຖ້າພົບເຫັນຜູ້ປະກອບການແມ່ຄ້າຊາວຂາຍຂຶ້ນລາຄາສິນຄ້າເກີນຂອບເຂດ ຫລື ຕາຊັ່ງກິໂລມີການດັດປັບຜິດປົກກະຕິ ສາມາດໂທຫາສາຍດ່ວນ 1510 ຫລື ໂທລາຍງານຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງດ່ວນ ເພື່ອຈະໄດ້ແກ້ໄຂໃຫ້ທັນການ.

 ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here