ປະທານສະພາແຫ່ງຊາດ ກ່າວອວຍພອນເນື່ອງໃນໂອກາດປີໃໝ່ລາວ ຈສ 1384 ພສ. 2565

0
1006

ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວອວຍພອນເນື່ອງໃນໂອກາດປີໃໝ່ລາວ ຈສ 1384 ພສ. 2565

ພໍ່ແມ່ນພີ່ນ້ອງປະຊາຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ.

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ. 2564 ແລະ ຕ້ອນຮັບປີໃໝ່ ພສ 2565 ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຕາງໜ້າໃຫ້ ສູນກາງພັກ, ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ກໍຄື ພະນັກງານ-ລັດຖະກອນ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ ຂໍຖືເອົາລືກງາມຍາມດີ, ວັນທີ່ເປັນສິລິມຸງຄຸນນີ້ ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພະນັກງານ, ທະຫານ, ຕໍາຫຼວດ ກໍຄື ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກກາຍສະບາຍໃຈ, ຫ່າງໄກຈາກພະຍາດໂລຄາ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.

ປີ ພສ. 2564 ທີ່ຜ່ານໄປນັ້ນ ເຖິງວ່າສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໄດ້ມີການຜັນແປໄປຢ່າງສັບສົນ ສະຫຼັບສັບຊ້ອນ ແລະ ຄາດເດົາໄດ້ຍາກ ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ ຕໍ່ການພົວພັນ ແລະ ຮ່ວມມື ສາກົນ ທີ່ບໍ່ພັດທະນາ ເສດຖະກິດ ໂດຍລວມໃນໂລກ ກໍ່ຄືຕໍ່ປະເທດພວກເຮົາ. ສຳລັບປະເທດເຮົາແລ້ວຄວາມຫຍຸ້ງຍາກທາງດ້ານເສດຖະກິດ- ການເງິນ, ໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ. ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາຊີ້ນໍາຂອງສູນກາງພັກ, ຄວາມເປັນເອກະພາບສູງໃນວຽກງານຕ່າງໆ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ, ຄວາມບຸກບືນຫ້າວຫັນຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ, ກົງຈັກເສນາທິການ, ການສະໜັບສະໜູນຂອງພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນນ, ກົດໝາຍ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ພວກເຮົາໄດ້ເຮັດສໍາເລັດໜ້າທີ່ການ ເມືອງອັນສໍາຄັນ ໃນການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຊຶ່ງໄດ້ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ໃຊ້ສິດປະຊາທິປະໄຕ ເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດໜ້າທີ່ພິຈາລະນາບັນຫາສໍາຄັນພື້ນ ຖານຂອງປະເທດຊາດ ຢູ່ສະພາແຫ່ງຊາດ ກໍຄື ສະພາປະຊາຊົນແຂວງ, ນະຄອນຫຼວງ; ໄດ້ສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍສະເພາະ ການເລືອກຕັ້ງ ແລະ ການຮັບຮອງເອົາການແຕ່ງຕັ້ງ ບຸກຄະລາກອນໃນຕໍໍາແໜ່ງສໍາຄັນຂອງລັດ, ຮັລຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ວຽກງານສໍາຄັນອື່ນ ຕາມລັດຖະທໍາມະນູນ, ກົດໝາຍກໍານົດ; ການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ; ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍສະເພາະ ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ແລະ ວຽກງານສໍາຄັນອື່ນ. ຜົນສໍາເລັດໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຕະລອດໄລຍະ 1 ປີທີ່ຜ່ານມາ ຊຶ່ງເນື້ອແທ້ມັນແມ່ນ ຄວາມພະຍາຍາມ, ຄວາມບຸກບືນສູ້ຊົນ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ໃຫ້ນັບມື້ມີປະສິດທິຜົນສູງຂຶ້ນ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ກໍຄື ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ດີຂຶ້ນ.

ພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ

ປີ ພສ. 2565 ທີ່ກໍາລັງກ້າວເຂົ້າມານີ້ ເປັນປີທີ່ມີຄວາມໝາຍສໍາຄັນຫຼາຍ ສໍາລັບປະເທດເຮົາ ຊຶ່ງເປັນປີທີ 2 ຂອງການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າໃນທຸກຂົງເຂດວຽກງານ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ສໍາລັບສະພາແຫ່ງຊາດ ກໍຈະໄດ້ສຸມໃສ່ຍົກສູງບົດບາດ, ຄຸນນະພາບ ແລະ ຄວາມສາມາດ ໃນການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນລະບົບຄົບຊຸດ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ; ການພິຈາລະນາບັນ ຫາສໍາຄັນພື້ນຖານຂອງປະເທດຊາດ ໃຫ້ຮັບປະກັນຄວາມສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ, ນໍາຜົນປະໂຫຍດມາສູ່ປະເທດ ກໍຄື ປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ; ເພີ່ມທະວີການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແນໃສ່ສ້າງສະຕິກົດໝາຍໃຫ້ແກ່ສັງຄົມນັບມື້ສູງຂຶ້ນ, ຜົນຂອງການຕິດຕາມກວດກາ ຕ້ອງໄດ້ຮັບການພິຈາລະນາແກ້ໄຂຈາກອົງການລັດທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ທັນເວລາ; ເພີ່ມທະວີການລົງພົບປະກັບ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ສະມາຊິກ ສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ພົບປະໃກ້ຊິດກັບ ພໍ່ແມ່ປະຊາຊົນ ຜູ້ມີສິດເລືອກຕັ້ງ ດ້ວຍວິທີການຕ່າງໆທີ່ເໝາະສົມ ທັງນັ້ນກໍ່ເພື່ອຮັບຟັງຄວາມຄິດຄວາມເຫັນ, ຄວາມມຸ້ງມາດປາຖະໜາຂອງ ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂ ຕໍ່ບັນຫາຕ່າງໆ ທີ່ພົວພັນກັບການດຳລົງຊີວິດຂອງປະຊາຊົນ. ພ້ອມກັນນັ້ນ ກໍ່ເພື່ອເຜີຍແຜ່ຜົນສຳເລັດຂອງກອງປະຊຸມ ສະພາແຫ່ງຊາດໃນແຕ່ລະຄັ້ງ ກໍ່ຄືກອງປະຊຸມ ສະພາປະຊາຊົນແຂວງ ໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້, ເຂົ້າໃຈ, ທັງສຶກສາອົບຮົມພໍ່ແມ່ ພີ່ນ້ອງ ຜູ້ທີ່ມີສິດເລືອກຕັ້ງ ປະກອບສ່ວນ ຫ້າວຫັນເຂົ້າໃນວຽກງານ ພັດທະນາທ້ອງຖິ່ນ ປະຕິບັດພັນທະຂອງພົນລະເມືອງອີກດ້ວຍ

ເພື່ອເຮັດສໍາເລັດໜ້າທີ່ວຽກງານທີ່ສໍາຄັນດັ່ງກ່າວ ຮຽກຮ້ອງໃຫ້ ພະນັກງານ, ທະຫານ, ຕໍາຫຼວດ ກໍຄື ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ຈະຕ້ອງໄດ້ພ້ອມພຽງຮຽງໜ້າເປັນຈິດໜຶ່ງໃຈດຽວ ພ້ອມກັບ ພັກ-ລັດ ກໍຄືສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດ ໝາຍ, ມະຕິກອງປະຊຸມສະແຫ່ງຊາດ ທີ່ວາງອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ; ເປັນເຈົ້າການປະກອບ ສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້; ສ້າງການຫັນປ່ຽນໃໝ່ ໃນວິຖີການດຳລົງຊີວິດ ແລະ ທໍາມາຫາກິນແບບໃໝ່ໃນເງື່ອນໄຂຂອງການແຜ່ລະບາດ ຂອງໂຄວິດ-19 ດ້ວຍການນໍາໃຊ້ຄວາມກ້າວໜ້າ ຂອງເຕັກໂນໂລຊີ ແລະ ນຳໃຊ້ທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ ເຂົ້າໃນການຜະລິດກະສິກໍາເປັນສິນຄ້າ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບແກ່ຄອບຄົວ ຈະເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການຍົກລະດັບດີຂຶ້ນ; ເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເຮົາ ໃຫ້ກາຍເປັນສັງຄົມທີ່ປອດໃສ, ມີລະບຽບວິໄນ.

ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ

ກ້າວເຂົ້າສູ່ປີໃໝ່ ພ.ສ 2565 ນີ້, ຂໍຖືໂອກາດທີ່ເປັນສິລິມົງຄຸນ ແລະ ລືກງາມຍາມດີ ນີ້, ຂ້າພະເຈົ້າ ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ເພີ່ມທະວີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ຊຶ່ງມໍລະດົກຕົກທອດຈາກປູ່ຍ່າຕາຍາຍ, ບັນດາບັນພະບູລຸດຂອງຊາດເຮົາແຕ່ລະຍຸກ ແຕ່ລະສະໄໝ ໄດ້ນໍາພາຕໍ່ສູ້ກູ້ຊາດ, ປົກປັັກຮັກສາ ແລະ ສ້າງສາພັດທະນາດິນແດນທີ່ອຸດົມຮັ່ງມີ ດ້ວຍອະລິຍະທຳຕ່າງໆແຫ່ງນີ້ ຈົນມາຮອດຍຸກສະໄໝຂອງພວກເຮົາ ຊຶ່ງເປັນລູກຫຼານຂອງວົງເຊື້ອຄະນາຍາດລາວ ຈົ່ງສືບຕໍ່ ແລະ ສານຕໍ່ອຸດົມການທີ່ບັນພະບູລຸດປະໄວ້ນັ້ນໃຫ້ຈະເລີນຮຸ່ງເຮືອງ; ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ເພື່ອພ້ອມພາກັນ ສ້າງສາພັດທະນາປະເທດເຮົາ ໃຫ້ຈະເລີນກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ທ້າຍສຸດນີ້, ຂໍອວຍພອນໃຫ້ປີໃໝ່ ພ.ສ 2565 ນີ້, ຈົ່ງເປັນປີທີ່ປວງຊົນລາວບັນດາເຜົ່າ ຈົ່ງຍາດໄດ້ຜົນສໍາເລັດໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ເປັນປີທີ່ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ພໍ່ແມ່ປະຊາຊົນລາວບັນດາເຜົ່າ !

ສະບາຍດີປີໃໝ່!

(ຂໍຂອບໃຈ)

LEAVE A REPLY

Please enter your comment!
Please enter your name here