ກັກຊາຍ 2 ຄົນ ພ້ອມຂອງກາງຢາບ້າ

0
1244

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເວລາ 20:30 ໂມງ​ ຂອງວັນທີ 16 ເມສາ ຜ່ານມາ, ກອງພັນປ້ອງກັນເຄື່ອນທີ່ນະຄອນຫຼວງວຽງຈັນ(ນວ) ໄດ້ສົມທົບກັບທະຫານ ນວ ອອກກວດກາລາດຕະເວນ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງຈັນທະບູລີ ແລະ ເມືອງໄຊທານີ, ເມື່ອມາຮອດ ເວລາ 21:15 ໂມງ ໄດ້ພົບເຫັນຜູ້ຂັບຂີ່ 2 ຄົນກໍາລັງຂີ່ລົດ MSX ສີແດງ ເລກທະບຽນ ດຫ 2874 ກໍາແພງນະຄອນ ຢູ່ເຂດບ້ານພະຂາວ ເມືອງໄຊທານີ ສະແດງພຶດຕິກໍາສົງໄສ ຈິ່ງໄດ້ເຂົ້າກວດຄົ້ນ ພົບເຫັນຢາບ້າຈໍານວນ 65 ເມັດ ແລະ ໄດ້ກັກຕົວມາສອບສວນ.

ຜ່ານການສອບສວນເບື້ອງຕົ້ນຮູ້ໄດ້ວ່າ: ເປົ້າໝາຍຊື່ ທ້າວ ຂັນທອງ ອາຍຸ 24 ປີ ແລະ ທ້າວໂຈ້ ອາຍຸ 21 ປີ ທັງ 2 ພັກເຊົາຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນວ. ປັດຈຸບັນ, ແມ່ນໄດ້ນໍາສົ່ງພວກກ່ຽວ ພ້ອມດ້ວຍຂອງກາງ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ສືບຕໍ່ດໍາເນີນການສອບສວນ ເພື່່ອຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here