ຄຶກຄື້ນ! ຫຼວງພະບາງຕ້ອນຮັບນັກທ່ອງທ່ຽວພາຍໃນເກີນຄາດໝາຍ

0
900

ອີງຕາມ ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫຼວງພະບາງ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ:

ປີໃໝ່ລາວຢູ່ນະຄອນຫຼວງພະບາງປີນີ້ ແມ່ນປະຕິບັດຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງ ສະບັບເລກທີ 333/ ຫວບ.ຫຼບ, ລົງວັນທີ 25 ມີນາ 2022 ກໍຄື ຄະນະສະເພາະກິດຂັ້ນສູນກາງວາງອອກ ເຮັດໃຫ້ຫຼາຍກິດຈະກໍາທີ່ເປັນການໂຮມຊຸມນຸມຂອງມວນຊົນບໍ່ໄດ້ຈັດຂຶ້ນຄືຫລາຍປີກ່ອນໜ້ານີ້ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19,

ແຕ່ອະນຸຍາດໃຫ້ຈັດຕາມຮີດຄອງປະເພນີອັນດີງາມທີ່ເຄີຍປະຕິບັດສືບທອດກັນມາຢູ່ແຕ່ລະບ້ານ ແລະ ແຕ່ລະຄອບຄົວ, ສ່ວນການຫົດສົງພະບາງ ແມ່ນໃຫ້ຫົດສົງກັບທີ່ແຕ່ບໍ່ໄດ້ມີການແຫ່ເປັນຂະບວນຄືເມື່ອກ່ອນ ເຮັດໃຫ້ອົງການປົກຄອງນະຄອນຫຼວງພະບາງ ຄາດວ່າຈະມີນັກທ່ອງທ່ຽວໄປທ່ອງທ່ຽວບໍ່ຫຼາຍ, ແຕ່ກົງກັນຂ້າມ ເມື່ອຮອດມື້ສະເຫຼີມສະຫຼອງປີໃໝ່ລາວ ແມ່ນມີນັກທ່ອງທ່ຽວໄປທ່ອງທ່ຽວຢ່າງຫຼວງຫຼາຍ ເຊີ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດ.

ເຈົ້ານະຄອນຫຼວງພະບາງ ໃຫ້ຮູ້ຕື່ມວ່າ: ສາເຫດທີ່ເຮັດໃຫ້ມີນັກທ່ອງທ່ຽວໄປທ່ອງທ່ຽວຢູ່ຫຼວງພະບາງຈໍານວນຫລວງຫລາຍໃນໂອກາດປີໃໝ່ລາວປີນີ້ ຍ້ອນຫຼວງພະບາງເປັນເມືອງທ່ອງທ່ຽວ, ບວກກັບການເດີນທາງໄປຫຼວງພະບາງ ມີຄວາມສະດວກສະບາຍຫຼາຍຂຶ້ນ ໂດຍສະເພາະການເດີນທາງດ້ວຍລົດໄຟລາວ-ຈີນ ທີ່ພວມໄດ້ຮັບຄວາມນິຍົມສູງໃນປັດຈຸບັນນີ້ ເຮັດໃຫ້ການຟື້ນຟູການທ່ອງທ່ຽວຢູ່ຫຼວງພະບາງໃຫ້ກັບມາຟົດຟື້ນອີກຄັ້ງ ພາຍຫຼັງທີ່ງຽບເຫົງາມາດົນ ຍ້ອນການລະບາດຂອງພະຍາດໂຄວິດ-19.

ແຫຼ່ງຂ່າວ: CRI, ຮູບພາບ Luang Prabang Update

LEAVE A REPLY

Please enter your comment!
Please enter your name here