ກອງປະຊຸມທາບທາມການປັງປຸງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ

0
707

(ສພຊ) ກອງປະຊຸມທາບທາມການປັງປຸງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ ຄັ້ງທີ 4 ໄດ້ຮັບຟັງການສະເໜີບົດການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ, ຂະບວນການຄົ້ນຄວ້າປັບປຸງກົດໝາຍ ແລະ ເນື້ອໃນຕົ້ນຕໍຈໍານວນໜຶ່ງ ຂອງຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ທີ່ໄດ້ຜ່ານການສັງລວມ ມາຈາກບັນດາຄໍາຄິດ, ຄໍາເຫັນ ຂອງກອງປະຊຸມໃນໄລຍະຜ່ານມາ ເພື່ອເປັນພື້ນຖານໃຫ້ແກ່ກອງປະຊຸມ ແລະ ຍັງໄດ້ຄົ້ນຄວ້າ ເພື່ອເປັນທິດທາງໃນການແລກປ່ຽນຄວາມເຫັນຮ່ວມກັນ ເຊິ່ງຈະລົງເລິກຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງໃໝ່ນີ້ ປະກອບດ້ວຍ VIII ພາກ, 4 ໝວດ ແລະ 53 ມາດຕາ, ໃນນັ້ນ ໄດ້ເພີ່ມເຂົ້າໃໝ່ 2 ມາດຕາ (ມາດຕາ 22 ແລະ ມາດຕາ 32), ໄດ້ປັບປຸງຄືນໃໝ່ 34 ມາດຕາ ລວມທັງໝົດ 36 ມາດຕາ ແລະ ຮັກສາເດີມ 17 ມາດຕາ ເຊິ່ງປະກອບມີລາຍລະອຽດດັ່ງນີ້:

ພາກທີ I ບົດບັນຍັດທົ່ວໄປ ປະກອບມີ 9 ມາດຕາ (ມາດຕາ 1 ຫາມາດຕາ 9) ໄດ້ປັບປຸງ 4 ມາດຕາຄື: ມາດຕາ 2, 3, 4 ແລະ 6.

ພາກທີ II ລະບຽບການກ່ຽວກັບຄໍາຮ້ອງທຸກ ປະກອບມີ 6 ມາດຕາ (ມາດຕາ 10 ຫາມາດຕາ 15) ໄດ້ປັບປຸງ 4 ມາດຕາ ຄື: ມາດຕາ 10, 11, 12 ແລະ 13.

ພາກທີ III ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກ ປະກອບມີ 20 ມາດຕາ (ມາດຕາ 15 ຫາມາດຕາ 36) ໄດ້ເພີ່ມເຂົ້າໃໝ່ 2 ມາດຕາຄື: ມາດຕາ 22 ແລະ 32, ໄດ້ປັບປຸງ 18 ມາດຕາຄື: ມາດຕາ 16, 17, 18, 19, 20, 21, 23, 25, 26, 27, 28, 29, 30, 31, 33, 34, 35 ແລະ 36.

ພາກທີ IV ຫຼັກການ ແລະ ແບບແຜນວິທີເຮັດວຽກ ປະກອບມີ 2 ມາດຕາ (ມາດຕາ 37 ແລະ ມາດຕາ 38) ໄດ້ປັບປຸງ 2 ມາດຕາ ຄື: ມາດຕາ 37 ແລະ 38.ພາກທີ V ຄວາມຮັບຜິດຊອບຕໍ່ຜົນການພິຈາລະນາ ແລະ ການຕົກລົງແກ້ໄຂຄໍາຮ້ອງທຸກ ປະກອບມີ 3 ມາດຕາ (ມາດຕາ 39 ຫາມາດຕາ 41) ໄດ້ປັບປຸງ 1 ມາດຕາ ຄື: ມາດຕາ 41.

ພາກທີ VI ຂໍ້ຫ້າມ ປະກອບມີ 4 ມາດຕາ (ມາດຕາ 42 ຫາມາດຕາ 45) ບໍ່ໄດ້ປັບປຸງ, ຍັງຮັກສາເອົາຕາມເນື້ອໃນເດີມທັງໝົດ.

ພາກທີ VII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ປະກອບມີ 6 ມາດຕາ (ມາດຕາ 46 ຫາມາດຕາ 49) ໄດ້ປັບປຸງ 4 ມາດຕາ ຄື: ມາດຕາ 48, 49, 50 ແລະ 51.

ພາກທີ VIII ບົດບັນຍັດສຸດທ້າຍ ປະກອບມີ 2 ມາດຕາ (ມາດຕາ 52 ແລະ ມາດຕາ 53) ໄດ້ປັບປຸງ 2 ມາດຕາ ຄື: ມາດຕາ 52 ແລະ 53.

ພ້ອມກັນນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ເປັນ​ເຈົ້າ​ການຄົ້ນຄວ້າ ​ແລະ​ ປະກອບ​ຄຳ​ເຫັນຢ່າງ​ມີ​ຈຸດ​ສຸມຕໍ່ກັບມາດຕາຕ່າງໆ ແນໃສ່ຮັບປະກັນໃຫ້​​ເນື້ອໃນການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ຖືກຕ້ອງຕາມຂັ້ນຕອນ, ຮັດກຸມ, ມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງສາມາດນໍາໄປຈັດຕັ້ງປະຕິບັດ ຢ່າງຖືກຕ້ອງຕາມຫຼັກວິທະຍາສາດ, ສໍາເລັດຕາມແຜນການຂອງຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ກະກຽມຄວາມພ້ອມຮອບດ້ານ.

ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກໍາມາທິການຍຸຕິທໍາ ໄດ້ກ່າວປີດກອງປະຊຸມວ່າ: ໂດຍລວມແລ້ວ ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມທາບທາມຄັ້ງນີ້ ມີຄວາມເຫັນດີ ຕໍ່ການຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປີ 2016 ແລະ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງໃໝ່ ມີຄວາມຮັດກຸມ, ຄົບຖ້ວນ, ຮັບປະກັນຄວາມສອດຄ່ອງກັບ ລັດຖະທໍາມະນູນ ແລະ ກົດໝາຍ ແລະ ມະຕິກົມການເມືອງ ສູນກາງພັກ, ສາມາດກາຍເປັນເຄື່ອງມືທີ່ສັກສິດ ແລະ ແຫຼມຄົມ ໃຫ້ແກ່ອົງການລັດທີ່ກ່ຽວຂ້ອງໃນການນໍາໃຊ້ເຂົ້າໃນການພິຈາລະນາແກ້ໄຂຄໍາຮ້ອງທຸກ ໃຫ້ມີຄວາມເຂັ້ມງວດ ແລະ ເດັດຂາດ ແລະ ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໄດ້ເປັນຢ່າງດີ.

ກອງປະຊຸມທາບທາມຄວາມເຫັນໃສ່ ການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໃນຄັ້ງນີ້, ເຖິງວ່າເວລາຈະມີຈໍາກັດ, ແຕ່ການຄົ້ນຄວ້າປະກອບຄໍາເຫັນຂອງບັນດາທ່ານ ແມ່ນໄດ້ສຸມໃສ່ບັນດາບັນຫາທີ່ເປັນພື້ນຖານ ແລະ ມີຄວາມຈໍາເປັນຕໍ່ການປັບປຸງ ທີ່ຄະນະຮັບຜິດຊອບປັບປຸງກົດໝາຍໄດ້ຕັ້ງບັນຫາເຈາະຈີ້ມຕໍ່ບັນດາທ່ານ.

ຂໍຕີລາຄາສູງ ຕໍ່ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມຂອງບັນດາທ່ານ ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ໄດ້ມີການຄົ້ນຄວ້າ, ວິເຄາະ, ວິໄຈຢ່າງເລິກເຊິ່ງ ປະກອບຄວາມເຫັນດ້ວຍເຫດຜົນ, ລວມທັງບົດຮຽນ ແລະ ປະສົບການຕົວຈິງ ຂອງແຕ່ລະພາກສ່ວນ ເຊິ່ງເຮັດໃຫ້ສາມາດສັງລວມໄດ້ ເນື້ອໃນທີ່ສໍາຄັນອັນຈໍາເປັນ ເພື່ອໄປປັບປຸງເຂົ້າໃສ່ກົນໄກການເຮັດທົດລອງ ໃຫ້ມີຄວາມສອດຄ່ອງ ແລະ ປັບປຸງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ແນໃສ່ເຮັດໃຫ້ແນວທາງນະໂຍບາຍຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດນໍາເອົາກົດໝາຍສະບັບດັ່ງກ່າວ ເຂົ້າຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.​

ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຈໍາປາສັກ ກອງປະຊຸມປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ ຄັ້ງທີ 4 ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນປະທານຂອງທ່ານ ສີສູນທອນ ສ.ຜາບມີໄຊຍ໌, ມີບັນດາທ່ານ ຕາງໜ້າຈາກບັນດາກະຊວງອົງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ບັນດາທ່ານຊິກສະພາແຫ່ງຊາດ, ສະມາຊິກພາປະຊາຊົນແຂວງ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນແຂວງຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ.

(ພາບ ແລະ ຂ່າວ: ນາງ ອານິຕາ ມ່ວນສະຫວັດ)

LEAVE A REPLY

Please enter your comment!
Please enter your name here