ຮອງນາຍົກພົບປະໂອ້ລົມ ອົງການປົກຄອງ ແລະ ປະຊາຊົນ ບ້ານວັງເຕົ່າ ເມືອງໂພນທອງ

0
620

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວພົບປະໂອ້ລົມ ອົງການປົກຄອງ ແລະ ປະຊາຊົນບ້ານວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃນວັນທີ 18 ເມສານີ້ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງໂພນທອງ, ມີອຳນາດການປົກຄອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ບ້ານພັດທະນາວັງເຕົ່າ ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຮັບຟັງການລາຍງານໂດຍຫຍໍ້ ຕໍ່ ການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງໂພນທອງ ແລະ ຮັບຟັງລາຍງານຂອງຄະນະພັກຮາກຖານບ້ານວັງເຕົ່າ ໂດຍສະເພາະແມ່ນກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານເສດຖະກິດ, ວັດທະນະທຳ-ສັງຄົມ ຊຶ່ງຜ່ານມາຄະນະພັກ, ອົງການປົກຄອງບ້ານ ໄດ້ນຳພາປັບປຸງການຈັດຕັ້ງໃນສອງກຳລັງຢ່າງໃກ້ຊິດ, ເປັນປະຈຳ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ສອງກຳລັງມີຄວາມເຂັ້ມແຂງ ທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອປ້ອງກັນບ້ານ ແລະ ເອົາໃຈໃສ່ປັບປຸງວຽກງານແນວລາວສ້າງຊາດບ້ານ, ແນວໂຮມບ້ານ, ໃນການຊຸກຍູ້ສົ່ງເສີມ, ສຶກສາອົບຮົມໄວໜຸ່ມ-ຊາວໜຸ່ມ ປະຕິບັດຮີດຄອງປະເພນີ ອັນດີງາມຂອງຊາດ.

ຊຸກຍູ້ປະຊາຊົນສ້າງເສດຖະກິດຄອບຄົວ ດ້ວຍການປູກເຂົ້ານາປີເປັນອາຊີບຕົ້ນຕໍ, ແລ້ວຫັນມາປູກຝັງລ້ຽງສັດ ແລະ ຫັດຖະກຳຈັກສານເປັນສຳຮອງ, ປັດຈຸບັນມີ 246 ຄອບຄົວ ເຮັດຫັດຖະກຳຖັກຟອຍແຂມ, ໃນນັ້ນ ມີ 23 ຄອບຄົວ ຕົວແບບ, ແລະ ຜະລິດຕະພັນດັ່ງກ່າວໄດ້ຮັບຮອງເປັນໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ODOP.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຄະນະພັກ-ອົງການປົກຄອງທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ແຂວງມີບາດກ້າວຂະຫຍາຍຕົວດີຂຶ້ນ, ພ້ອມນັ້ນ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ຄວາມຮັກແພງຈາກກົມການເມືອງສູນກາງພັກ ແລະ ລັດຖະບານ ມາຍັງການນຳຂອງແຂວງ, ເມືອງ, ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານພັດທະນາວັງເຕົ່າ, ພ້ອມໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ປະຕິບັດນຳພາສອງວາລະແຫ່ງຊາດຄື

  • ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຊຸກຍູ້ໃຫ້ຫຼາຍຄອບຄົວໄດ້ກາຍເປັນຄອບຄົວຕົວແບບຂອງເມືອງ ແລະ ແຂວງ,
  • ພື້ນຖານໂຄງລ່າງໃນທົ່ວແຂວງ ເວົ້າລວມ ແມ່ນໄດ້ຮັບການພັດທະນາ;
  • ການພັດທະນາໃນຂົງເຂດວັດທະນະທຳ-ສັງຄົມ ກໍໄດ້ມີຜົນສໍາເລັດເປັນກ້າວໆ ແລະ ສໍາລັບການແກ້ໄຂບັນຫາຢາເສບຕິດ ແມ່ນຕ້ອງຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນຳການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ;
  • ປັບປຸງຂີດຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງແຕ່ລະຂັ້ນ, ເວົ້າລວມແລ້ວ ແມ່ນຕ້ອງໄດ້ກວດກາ ເຊື່ອມຊຶມ ແລະ ກຳແໜ້ນບັນດານິຕິກຳຕ່າງໆ ແລ້ວນຳພາການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ໃນການເຄື່ອນໄຫວພົບປະໂອ້ລົມຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ແກ່ຮາກຖານບ້ານວັງເຕົ່າຕື່ມອີກ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here