ນັກກິລາ 26 ຄົນ ທີມບານເຕະຍິງ ທີມຊາດລາວ

0
713

ຄັດເລືອກທີມຊາດລາວ ປະກາດລາຍຊື່ນັກກິລາ 26 ຄົນ ທີມບານເຕະຍິງ ທີມຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 31, 31st SEA GAMES HANOI 2021 ໃນລະຫວ່າງວັນທີ 11 – 21/05/2022 ທີ່ປະເທດ ສສ. ຫຽວດນາມ, ສຳລັບຫົວຫນ້າຄູຝຶກໃນຊຸດນີ້ນຳໂດຍ ທ່ານ ວົງມີໄຊ ສຸບົວຄຳ ຫົວຫນ້າຄູຝຶກ ໂດຍມີຜູ້ຊ່ວຍຄູຝຶກ ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ ແລະ ທ່ານ ນາງ ຄານຊະນິດ ຄຳຈະເລີນ ແມ່ນໄດ້ນຳພານັກກິລາຝຶກຊ້ອມນັບຕັ້ງແຕ່ ວັນທີ 14 ມີນາ 2022 ເປັນຕົ້ນມາ.

ສຳລັບ ລາຍຊື່ ນັກກິລາ 26 ຄົນປະກອບມີ :

+ ຜູ້ຮັກສາປະຕູ 1. ນ. ເພັດລາວັນ ໄຊຍະເພັດດາລາ ຈາກ ນະຄອນຫລວງ2. ນ. ພັດທະລາວະດີ ສໍໂພທິຣາຊ ຈາກ ແຂວງສະຫວັນນະເຂດ3. ນ. ບັງອອນ ພອນໄຊ ຈາກ ນະຄອນຫລວງ

+ ກອງຫລັງ 4. ນ. ວິລິນທອນ ວົງແສງທອງ ຈາກ ນະຄອນຫລວງ5. ນ. ວິໄລວັນ ປັນຍານຸວົງ ຈາກ ນະຄອນຫລວງ6. ນ. ຫລ້ານ້ອຍ ວົງສິງຄໍາ ຈາກ ນະຄອນຫລວງ7. ນ. ສາຍສະຫມອນ ອິນທະພອນ ຈາກ ນະຄອນຫລວງ8. ນ. ທິບປະກອນ ສີວົງລາດ ຈາກ ນະຄອນຫລວງ9. ນ.ໂບລິ້ງ ຫລວງຄີລີ ຈາກ ນະຄອນຫລວງ10. ນ. ໃຈຄໍາ ໄຊຍະປະເສີດ ຈາກ ນະຄອນຫລວງ11.. ນ. ດາລາວອນ ສໍພາບມີໄຊ ຈາກ ນະຄອນຫລວງ 12. ນ. ລັດຕິກອນ ປະທຸມຊາດ ຈາກ ນະຄອນຫຼວງ13. ນ. ປະນັດດາ ໂພທິສານ ຈາກ ແຂວງສະຫວັນນະເຂດ.

+ ກອງກາງ 14. ນ. ອານຸຕາ ຈັນທີທອງ ຈາກ ນະຄອນຫລວງ15. ນ. ພອນທິບ ພົມມະຈັນ ຈາກ ແຂວງສະຫວັນນະເຂດ16. ນ. ອິນທິດາ ຄູນສີ ຈາກ ນະຄອນຫລວງ17. ນ. ດາວເຮືອງ ຈັນທະລາ ຈາກ ແຂວງສະຫວັນນະເຂດ18. ນ. ພຸດສະດີ ຫລວງອາມາດ ຈາກ ນະຄອນຫລວງ19. ນ. ແຫຼ້ ອິນທະວົງ ຈາກ ແຂວງຄຳມ່ວນ20. ນ. ພະນິກອນ ວັນນະລາດ ຈາກ ນະຄອນຫລວງ21. ນ. ແສງເດືອນ ພົງໄພລັດ ຈາກ ນະຄອນຫລວງ22. ນ. ພິມພາ ທອງສະຫວ່າງ ຈາກ ແຂວງສະຫວັນນະເຂດ

+ ກອງຫນ້າ23. ນ. ຫັດລືໄທ ທໍາມະວົງສາ ຈາກ ແຂວງສະຫວັນນະເຂດ 24. ນ. ອາພັດຊະລາ ຈັນທະວົງໄຊ ຈາກ ນະຄອນຫລວງ25. ນ. ວາດີ້ ອິນທິຍາ ຈາກ ນະຄອນຫລວງ26. ນ. ຈິນດາ ສີຫາລາດ ຈາກ ນະຄອນຫລວງທ່ານ ວົງມີໄຊ ສຸບົວຄຳ

ຄູຝຶກບານເຕະຍິງທີມຊາດລາວຊຸດນີ້ ໄດ້ລາຍງານໃຫ້ຮັບຮູ້ວ່າ ‘’ ຖືວ່າທ້າທາຍສົມຄວນ ໃນການວາງເປົ້າຫມາຍເພື່ອສ້າງຜົນງານດີໃນຊີເກມຄັ້ງນີ້ ສະພາບທີມເຮົາມີຫລາຍຈຸດທີ່ຕ້ອງປັບ ເຊິ່ງມີເວລາບໍ່ຫຼາຍ, ນັກກິລາຊຸດນີ້ ແມ່ນຊຸດທີ່ສ້າງມາແຕ່ປີ 2016 ຕັ້ງແຕ່ ຮຸ່ນອາຍຸ 15-16 ປີ ທີ່ຟອມດີໃນການຊິງແຊ້ມອາຊຽນ, ລວມທັງການແຂ່ງຂັນລະດັບອາຊີ ແລະ ລາຍການພິເສດຕ່າງໆ ຈົນຂຶ້ນທີມຊຸດໃຫຍ່ ‘’ການແຂ່ງຂັນບານເຕະຍິງ ມີ 8 ປະເທດເຂົ້າຮ່ວມຄື: ຫວຽດນາມ, ໄທ, ອິນໂດເນເຊຍ, ມຽນມາ, ສິງກະໂປ, ຟີລິບປິນ, ລາວ ແລະ ກຳປູເຈຍ.ກຸ່ມເອ : ຫວຽດນາມ, ຟີລິບປິນ, ກຳປູເຈຍ ແລະ ອິນໂດເນເຊຍ.

ກຸ່ມບີ : ໄທ, ມຽນມາ, ລາວ ແລະ ສິງກະໂປຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ມີດັ່ງນີ້:

– ວັນທີ 10/05/2022 ມຽນມາ ພົບ ລາວ – ວັນທີ 13/05/2022 ລາວ ພົບ ສິງກະໂປ – ວັນທີ 15/05/2022 ລາວ ພົບ ໄທສຳລັບເວລາແຂ່ງຂັນ ແລະ ສະຫນາມແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

ຂ່າວ ແລະ ຮູບພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ

LEAVE A REPLY

Please enter your comment!
Please enter your name here