ເປີດກອງປະຊຸມ​ວຽກ​ງານກວດກາທົ່ວປະເທດ ຄັ້ງທີ IV

0
1003

ໃນວັນທີ 19 ເມສາ ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການສູນກາງພັກ ໄດ້ເປີດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ​ສຳ​ລັບກະຊວງ-ອົງການອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ສະຫາຍກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານກວດກາພັກ-ລັດກະຊວງ-ອົງການອ້ອມຂ້າງສູນກາງ, ບັນດາຄະນະກົມຂອງຄະນະກວດກາສູນກາງພັກ ແລະ ຄະນະຮັບຜິດຊອບຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມ ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຂຶ້ນສະເໜີຮ່າງບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນຕົ້ນຕໍ ສໍາລັບການເຄື່ອນໄຫວແຕ່ນີ້ເຖິງປີ 2026 ທີ່ມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນ: ກົງຈັກການຈັດຕັ້ງຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ພາລະບົດບາດ, ໜ້າທີ່, ສິດ, ສອດຄ່ອງກັບການກໍານົດ ໃນກົດລະບຽບຂອງພັກ, ກົດໝາຍຂອງລັດທີ່ກ່ຽວຂ້ອງ ຊຶ່ງເຮັດໃຫ້ກົງຈັກມີຄວາມເຂັ້ມແຂງ, ພະນັກງານທີ່ເຮັດວຽກກວດກາໄດ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບກວ່າເມື່ອກ່ອນ ຊຶ່ງປັດຈຸບັນ ມີພະນັກງານກວດກາອາຊີບທັງໝົດ 4.697 ຄົນ ຍິງ 1.532 ຄົນ, ໃນນີ້ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ 304 ຄົນ ຍິງ 104 ຄົນ; ກະຊວງ-ອົງການ 1.130 ຄົນ ຍິງ 408 ຄົນ; ຂັ້ນແຂວງ 554 ຄົນ ຍິງ 181 ຄົນ; ຂັ້ນເມືອງ 1.182 ຄົນ ຍິງ 343 ຄົນ ແລະ ຢູ່ຂະແໜງກວດກາຂອງພະແນກການຂັ້ນແຂວງ 1.527 ຄົນ ຍິງ 496 ຄົນ.

ໃນ​ໄລ​ຍະ​ຜ່ານ​ມາ ຄະນະກວດກາສູນກາງພັກ ໄດ້ສົມທົບກັບຄະນະນໍາກະຊວງ-ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະກວດກາແຕ່ລະຂັ້ນ ດໍາເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ, ຕາມການສະເໜີຂອງພົນລະເມືອງ, ໃນນັ້ນອັນພົ້ນເດັ່ນແມ່ນກວດກາບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະ ອື່ນໆ ນັບແຕ່ປີ 2016 ເຖິງປັດຈຸບັນ ສາມາດກວດກາໄດ້ທັງໝົດ 4.185 ເປົ້າໝາຍ, ພົບເຫັນຜົນເສຍຫາຍທັງໝົດ 8.370 ຕື້ກີບ,​ 50,22 ລ້ານໂດລາ ແລະ 36,89 ລ້ານບາດ;

  • ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.782 ຕື້ກີບ, 3,55 ລ້ານໂດລາ,​ 11,16 ລ້ານບາດ; ສະພາບໃນການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ສະບັບເລກທີ 130/ຫສນຍ, ສໍາເລັດແລ້ວ 2.004 ໂຄງການ ໃນຈໍານວນ 5.542 ໂຄງການ;
  • ໄດ້ດໍາເນີນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1.119 ຄົນ, ໃນນີ້ ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບໃໝ 22,28 ຕື້ກີບ, ພົບເຫັນການຄ້າງມອບພັນທະ ແລະ ຄ້າງຊໍາລະຄ່າໄມ້ໃຫ້ລັດ 121.120.861 ແມັດກ້ອນ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ;
  • ການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ ທີ່ມີຕໍ່ການຈັດຕັ້ງພັກ, ອົງການບໍລິຫານລັດ, ການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ ນັບແຕ່ປີ 2016 ເຖິງປັດຈຸບັນ ໄດ້ຮັບຄໍາຮ້ອງຄໍາສະເໜີທັງໝົດ 5.568 ສະບັບ,
  • ໃນນັ້ນ ໄດ້ນໍາພາຊີ້ນໍາຄົ້ນຄວ້າພິຈາລະນາແກ້ໄຂແລ້ວ 1.685 ສະບັບ, ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 1.911 ສະບັບ, ແຈ້ງຕອບພາກສ່ວນທີ່ກ່ຽວຂ້ອງ 204 ສະບັບ, ເກັບມ້ຽນຕິດຕາມ 286 ສະບັບ, ສືບຕໍ່ຄົ້ນຄວ້າ 1.482 ສະບັບ, ຄໍາຮ້ອງ-ຄໍາສະເໜີທີ່ພົ້ນເດັ່ນກວ່າໝູ່ ແມ່ນ: ຂໍ້ຂັດແຍ່ງກ່ຽວຂ້ອງກັບທີ່ດິນ, ເຮືອນ, ການດໍາເນີນທຸລະກິດ, ຄວາມບໍ່ພໍໃຈຕໍ່ຂະບວນການສືບສວນ-ສອບສວນ ຫຼື ການປະຕິບັດຄໍາຕັດສິນຂອງສານ, ພ້ອມທັງບັນຫາການລົງວິໄນຕໍ່ພະນັກງານ-ສະມາຊິກພັກ ແລະ ບັນຫາອື່ນໆ.
  • ນອກນີ້ກອງປະຊຸມຍັງໄດ້ເຜີຍແຜ່ບົດແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ, ລົງວັນທີ 8 ຕຸລາ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ, ຄະນະວິໄນຂອງພັກແຕ່ລະຂັ້ນ;
  • ເຜີຍແຜ່ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ, ​ລົງວັນທີ 19 ມັງກອນ 2021,​ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສູນກາງພັກ;
  • ເຜີຍແຜ່ມະຕິຂໍ້ຕົກລົງ ຂອງອົງການກວດກາແຫ່ງລັດ ສະບັບ ເລກທີ 29/ອກຫລ,​ ລົງວັນທີ 24 ກຸມພາ 2022, ​ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ.
  • ຫຼັງຈາກໄດ້ຮັບຟັງການຜ່ານເອກະສານຕ່າງໆແລ້ວ ຜູ້ແທນກອງປະຊຸມແຕ່ລະພາກສ່ວນກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ດ້ານທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານກວດກາພັກ-ລັດໃນໄລຍະຜ່ານມາ ແລະ ບັນດາວິທີແກ້ໄຂໃນຕໍ່ໜ້າຕື່ມອີກ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here