ສຶກສາຄວາມເປັນໄປໄດ້ ໂຄງການລົງທຶນຢູ່ ສປປ ລາວ

0
1022

ລັດຖະບານແຫ່ງ ສປປ ລາວ ອະນຸຍາດໃຫ້ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ສຶກສາຂໍ້ມູນ ແລະ ຄວາມເປັນໄປໄດ້ ໂຄງການລົງທຶນຢູ່ ສປປ ລາວ ໂດຍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ.

ໃນວັນທີ 18 ເມສາ 2022 ທີ່ນະຄອນຫຼວງວຽງຈັນ, ຕາງໜ້າລັດຖະບານລາວ ເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຝ່າຍ ບໍລິສັດເຊັນໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ເພື່ອປະກອບສ່ວນໃນການຊຸກຍູ້ການລົງທຶນຢູ່ ເຂົ້າໃນຂະແໜງການຕ່າງໆຢູ່ ສປ ລາວ ແລະ ທັງປະກອບສ່ວນໃນການພັດທະນາປະເທດ ໂດຍຈະໄດ້ສຶກສາການກໍ່ສ້າງໂຮງງານຫຼອມຄຳ ໃຫ້ໄດ້ມາດຕະຖານສາກົນ ຕາມຕະຫລາດລອນດອນ ແລະ ການບໍລິການ, ການກໍ່ສ້າງທະນາຄານຝາກຄຳ, ການສ້າງໂຮງງານ ແລະ ຜະລິດແຜງພະລັງງານໄຟຟ້າແສງຕາເວັນ, ການປູກຖົ່ວເຫລືອງ ແລະ ສ້າງໂຮງງານຜະລິດນໍ້າມັນຖົ່ວເຫຼືອງ, ການຊອກຄົ້ນ, ສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ຕິດພັນ ແລະ ການສ້າງໂຮງງານຜະລິດເຈ້ຍເສດ ເພື່ອນຳມາໃຊ້ຄືນ ໂດຍຈະໃຊ້ເວລາໃນການສຶກສາຂໍ້ມູນພາຍໃນ 24 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ແຫຼ່ງຂ່າວ: ປະເທດລາວ Pathedlao

LEAVE A REPLY

Please enter your comment!
Please enter your name here