ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມ ທີ່ປະເທດຍີ່ປຸ່ນ

0
1074

ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ທີ່ປະເທດຍີ່ປຸ່ນ.

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio) ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 22 ເມສາ 2022 ນີ້.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນເຖິງ ແຂວງຄຸມາໂມໂຕະ, ປະເທດຍີ່ປຸ່ນ ເພື່ອຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 “The 4^thAsia-Pacific Water Summit (APWS)”.

ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ແມ່ນ ເວທີປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ລະຫວ່າງ ບັນດາປະເທດໃນພາກພື້ນອາຊີ-ປາຊິຟິກ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນໃຫ້ມີຄວາມຍືນຍົງໂດຍຜ່ານກົນໄກການຄຸ້ມຄອງນໍ້າ ໂດຍຈະດໍາເນີນໄປພາຍໃຕ້ຫົວຂໍ້ “ນໍ້າເພື່ອການພັດທະ ນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ”

ໂດຍແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19, ການພື້ນຟູເສດຖະກິດຈາກການແພ່ລະບາດຂອງພະຍາດໂຄວິດ-19, ການນໍາໃຊ້ງົບປະມານ, ການບໍລິຫານປົກຄອງ ແລະ ການນໍາໃຊ້ເຕັກໂນໂລຊີວິທະຍາສາດ ເຂົ້າໃສ່ວຽກງານການຄຸ້ມຄອງນໍ້າ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນໍ້າ ເພື່ອການພັດທະນາແບບຍືນຍົງ ແລະ ວາລະ 2030.

ແຫຼ່ວງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here