ຕອບຄຳຖາມສັງຄົມກ່ຽວກັບລົດແກ່ໄມ້ທ່ອນປີ້ນຢູ່ທາງໂຄ້ງປາກກະດິງ

0
2681

ຈາກກໍລະນີທີ່ມີລົດແກ່ໄມ້ທ່ອນປີ້ນຢູ່ໂຄ້ງປາກກະດິງ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ເມື່ອບໍ່ດົນມານີ້, ແລ້ວມີຄົນຖ່າຍຮູບລົດດັ່ງກ່າວໂພສລົງສື່ສັງຄົມອອນລາຍ ເຮັດໃຫ້ເກີດມີຫາງສຽງວິພາກວິຈານຈາກສັງຄົມຈໍານວນໜຶ່ງວ່າເປັນການຜິດຕໍ່ຄໍາສັ່ງເລກທີ 15/ນຍ, ລົງວັນທີ 15 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ການວິພາກວິຈານອື່ນໆ ໃນທາງທີ່ບໍ່ສ້າງສັນ.

ຕໍ່ເຫດດັ່ງກ່າວ, ທ່ານ ພັດທະຈອນ ແກ້ວພຸດທະວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 27 ເມສາ 2022 ວ່າ: ລົດແກ່ໄມ້ທ່ອນຄັນດັ່ງກ່າວ ແມ່ນລົດແກ່ໄມ້ ທີ່ຂຸດຄົ້ນມາຈາກເຂດກໍ່ສ້າງພື້ນຖານໂຄງລ່າງເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1, ເຊິ່ງເປັນໄມ້ທີ່ບໍລິສັດໄດ້ຮັບສໍາປະທານຕາມການຕົກລົງຂອງລັດຖະບານ ແລະ ຜ່ານການເຫັນດີຈາກສະພາແຫ່ງຊາດຢ່າງຖືກຕ້ອງ ຕາມກົດໝາຍ ແລະ ມີເອກະສານການເຄື່ອນຍ້າຍໄມ້ເຂົ້າໂຮງງານຢ່າງຄົບຖ້ວນ.

ບໍລິສັດທີ່ໄດ້ຮັບສໍາປະທານໄດ້ເສຍພັນທະອາກອນຕ່າງໆ ໃຫ້ລັດຖະບານຢ່າງຖືກຕ້ອງ, ແຕ່ຜ່ານການເຄື່ອນຍ້າຍໄມ້ມາຮອດຈຸດດັ່ງກ່າວລົດໄດ້ເກີດອຸບັດຕິເຫດປີ້ນ ເຮັດໃຫ້ມີຄົນທີ່ບໍ່ຮູ້ຂໍ້ມູນລະອຽດຖ່າຍຮູບແລ້ວໂພສລົງສື່ສັງຄົມອອນລາຍ ເຮັດໃຫ້ຜູ້ທີ່ບໍ່ຮູ້ຂໍ້ມູນຄວາມຈິງຈໍານວນໜຶ່ງເກີດການວິພາກວິຈານໃນທາງທີ່ບໍ່ສ້າງສັນ.

ດັ່ງນັ້ນ ຈິ່ງແຈ້ງມາຍັງທຸກຄົນໃຫ້ຊາບກ່ຽວກັບເຫດການຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here